Header Ads

ນາຊາ ພົບດາວເຄາະ 10 ໜ່ວຍທີ່ຄ້າຍຄືກັບໜ່ວຍໂລກ



ໃນວັນທີ 20 ມິຖຸນາ 2017 ອົງການນາຊາໄດ້ທະວິດຂໍ້ຄວາມວ່າ ຍານສໍາຫຼວດອາອະກາດ Kepler ໄດ້ພົບໝູ່ດາວເຄາະຈໍານວນ 216  ໜ່ວຍ ແລະ ໜຶ່ງໃນຈໍານວນນັ້ນມີ 10 ໜ່ວຍທີ່ພົບວ່າມີຂະໜາດ ແລະ ສະພາບຄ້າຍກັບໜ່ວຍໂລກທີ່ສຸດ ເຊິ່ງນີ້ອາດເປັນຂ່າວດີສໍາລັບຄົນທີ່ໄຝ່ຝັນທີ່ຢາກໄປຢູ່ນອກໂລກ. 



NASA  ລະບຸຕື່ມວ່າ ດາວເຄາະເຫຼົ່ານັ້ນແມ່ນຢູ່ໃນລະບົບສຸລິຍະ  ເຊິ່ງບໍ່ໃກ້ ແລະ ໄກເກີນໄປຈາກດວງອາທິດ ນັ້ນກໍໝາຍຄວາມວ່າສະພາບອາກາດໜ້າຈະມີສິ່ງມີຊີວິດອາໃສ່ຢູ່ໄດ້. 



ສໍາລັບການຄົນພົບຄັ້ງນີ້ເຮັດໃຫ້ຍານອາວະກາດ Kepler ສາມາດສ້າງສະຖິຕີຄົ້ນພົບດາວເຄາະນອກລະບົບສຸລິຍະທີ່ເຮົາອາໄສໄດ້ເຖິງ 4,034 ໜ່ວຍ ເຊິ່ງລວມມີດາວເຄາະທີ່ຢູ່ໃນລະບົບສຸລິຍະຈໍານວນ 2,335 ໜ່ວຍ ແບ່ງເປັນດາວຂະໜາດໃກ້ຄຽງກັບໜ່ວຍໂລກ 50 ໜ່ວຍ ໂດຍມີສໍາຫຼວດແລ້ວ 30 ໜ່ວຍ. 




ຈາກຂໍ້ມູນທີ່ໄດ້ຈາກຍານອາວະກາດ Kepler ເຮັດໃຫ້ອົງການ NASA ສາມາດເຂົ້າໃຈ ແລະ ຈັດສັນປະຊາກອນດາວເຄາະໄດ້ດີຂື້ນ ຮວມທັງເຂົ້າໃຈການປະກົດໂຕຂອງດວງດາວຕ່າງໆໃນລະບົບກາແລກຊີ ເປັນຂໍ້ມູນສໍາຄັນທີ່ສາມາດນໍາໄປວາງແຜນໂຄງການອະວະກາດໃນອະນາຄົດ. 


                                                                                ພາບທີ່ຖ່າຍດ້ວຍ ຍານອາວະກາດ Kepler -1

ພາບທີ່ຖ່າຍດ້ວຍ ຍານອາວະກາດ Kepler -2

ພາບທີ່ຖ່າຍດ້ວຍ ຍານອາວະກາດ Kepler -3


ທີ່ມາNASA
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.