Header Ads

ການກໍ່ສ້າງອາຄານຄຸ້ມຄອງລາຍຮັບສ່ວຍສາອາກອນສູ່ລະບົບທັນສະໄໝຈະສຳເລັດໃນປີ 2019



ໂຄງການກໍ່ສ້າງອາຄານລະບົບຂໍ້ມູນຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາອາກອນ "Tax Ris Project"  ໃນການຫັນການຄຸ້ມຄອງລາຍຮັບໄປສູ່ລະບົບທັນສະໄໝຈະສຳເລັດການປຸກສ້າງໃນເວລາ 24 ເດືອນ ຫລືຕົ້ນປີ 2019.ສ່ວນການພັດທະນາລະບົບ ແລະ ທົດລອງການນຳໃຊ້ຈະສຳເລັດກາງປີ 2018  ໃນມູນຄ່າໂຄງການທັງໝົດ 32,5 ລ້ານໂດລາສະຫະລັດ ຫລືປະມານ 266 ຕື້ກີບ.



ໃນທ້າຍອາທິດ ຜ່ານມາກົມສ່ວຍສາອາກອນ ກະຊວງການເງິນ  ໄດ້ເຮັດພິທີທາງສາສະໜາເລີ່ມການກໍ່ສ້າງອາຄານດັ່ງກ່າວ ເຊິ່ງຕັ້ງຢູ່ ບ້ານນາໄຊ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ໂດຍມີພະສົງຈໍານວນ 5 ອົງດໍາເນີນພິທີທາງສາສະໜາ, ມີທ່ານ ປອ     ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ທ່ານ ຈອນ ລີ (John LEE ) ຜູ້ອໍານວຍການບໍລິສັດ  LG CNS, ທ່ານ ນິລັນທົງ ບັນຈົງ ຫົວໜ້າບໍລິສັດ HHI ຜູ້ຮັບເໜົ່າໂຄງການກໍ່ສ້າງ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.



ໂຄງການພັດທະນາລະບົບຂໍ້ມູນຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາອາກອນປະກອບມີ 2 ໜ້າວຽກໃຫຍ່ຄື: ວຽກພັດທະນາລະບົບຂໍ້ມູນຂ່າວສານດ້ານສ່ວຍສາອາກອນ ແມ່ນການສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນແບບຄົບຊຸດ ເປັນຕົ້ນແມ່ນການແຈ້ງມອບລາຍຮັບ, ການກວດສອບຫຼັງການແຈ້ງ, ການປະເມີນຄາດຄະເນແຫຼ່ງລາຍຮັບ, ການກຳນົດເລກປະຈຳຕົວຜູ້ເສຍອາກອນ, ການເຊື່ອມຕໍ່ລະບົບຕ່າງໆຂອງກະຊວງການເງິນ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງຜ່ານທາງເອເລັກໂຕຣນິກ ແລະ ສ້າງພື້ນຖານໂຄງລ່າງສູນຂໍ້ມູນຂ່າວສານ (Data Center), ສ້າງສູນສຳຮອງຂໍ້ມູນ (Back Center) ເຊິ່ງເປັນຕຶກອາຄານ 6 ຊັ້ນ ຈະນຳໃຊ້ສຳລັບເກັບຖານຂໍ້ມູນ, ການເຝິກອົບຮົມການບໍລິການຜູ້ເສຍອາກອນ ຫ້ອງການ ແລະ ຫ້ອງປະຊຸມ, ໂດຍຈະໃຊ້ເວລາໃນການກໍ່ສ້າງອາຄານລະບົບຂໍ້ມູນຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາອາກອນ ໃນການຫັນການຄຸ້ມຄອງລາຍຮັບໄປສູ່ລະບົບທັນສະໄໝໃນເວລາ 24 ເດືອນ ຫລື ຕົ້ນປີ 2019.ສ່ວນການພັດທະນາລະບົບ ແລະ ທົດລອງນໍາໃຊ້ກາງປີ 2018.

ໂຄງການນີ້ແມ່ນນໍາໃຊ້ເງິນກູ້ຜ່ອນຜັນຂອງລັດຖະບານ ສ. ເກົາຫລີ ໃນມູນຄ່າເງິນກູ້ 28,5 ລ້ານໂດລາສະຫະລັດ ຫລື ປະມານ 233 ຕື້ກ່ວາກີບ ແລະ ທຶນສົມທົບຂອງລັດຖະບານສປປລາວ 4 ລ້ານໂດລາສະຫະລັດ ຫລືປະມານ 32 ຕື້ກ່ວາກີບລວມມູນຄ່າທັງໝົດ 32,5 ລ້ານໂດລາ ຫລື ປະມານ 266 ຕື້ກ່ວາກີບ.

                                                                                


ແຫລ່ງຂ່າວ : ກະຊວງການເງິນ
© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.