Header Ads

ແຂວງວຽງຈັນ ແກ້ໄຂໜີ້ສິນໂຄງການໃນແຜນ ແລະ ນອກແຜນໄດ້ກວ່າ 25 ຕື້ກີບ


ອີງຕາມການລາຍງານຂ່າວຂອງ ໜັງສືພິມເສດຖະກິດ-ສັງຄົມ ວ່າ: ແຂວງວຽງຈັນມີໜີ້ສິນຂອງໂຄງການລົງທຶນໃນແຜນ ແລະນອກແຜນທັງໝົດ 123 ໂຄງການມູນຄ່າ 204,75 ຕື້ກີບ ສາມາດແກ້ໄຂໄດ້ແລ້ວ 25,18 ຕື້ກີບ. ທ່ານ ສຸກັນວິໄລຣັດ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງວຽງຈັນໃຫ້ຮູ້ວ່າ: ສຳລັບການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ຊຶ່ງເປັນໜີ້ສິນທີ່ຍົກມາໃນສົກປີ 2015-2016 ມີທັງໝົດ 123 ໂຄງການ ມູນຄ່າ 204,75 ຕື້ກີບ ໃນນັ້ນມີໜີ້ສິນໂຄງການໃນແຜນ 69 ໂຄງການມູນ ຄ່າຄ້າງຊຳລະ 68,10 ຕື້ກີບ ແລະໜີ້ສິນໂຄງການນອກແຜນ 54 ໂຄງການມູນຄ່າ 136,65 ຕື້ກີບ. ໂດຍຜ່ານການຈັດຕັ້ງປະຕິບັດການແກ້ໄຂໜີ້ສິນການລົງທຶນຂອງ ລັດໃນໄລຍະ 6 ເດືອນຕົ້ນປີ 2017 ໃນຈຳນວນ 123 ໂຄງການມູນຄ່າ 204,75 ຕື້ກີບ ສາມາດແກ້ໄຂໄດ້ ທັງໝົດ 25,18 ຕື້ກີບ ຊຶ່ງປະກອບມີໜີ້ສິນໂຄງການໃນແຜນທີ່ໄດ້ຊຳລະໄປແລ້ວມູນຄ່າ 19,42 ຕື້ກີບໃນ ນີ້ເປັນເງິນງົບປະມານເລື່ອນຈ່າຍສົກປີ 2015-2016 ຈຳນວນ 1,94 ຕື້ກີບ, ເປັນງົບປະມານແຜນປີ 2017 ຈຳນວນ 13,40 ຕື້ກີບ ແລະບ້ວງ 400 ຕື້ກີບຂອງລັດຖະບານ 4,04 ຕື້ກີບ ໂດຍສາມາດປິດໄດ້ 28 ໂຄງການ, ຍັງຄ້າງຊຳລະ 41 ໂຄງການ ມູນຄ່າ 48,66 ຕື້ກີບ. ສ່ວນໜີ້ສິນໂຄງການນອກແຜນສາມາດແກ້ໄຂໄດ້ທັງໝົດ 5,76 ຕື້ກີບ ໃນນີ້ເປັນງົບປະມານເກີນແຜນຂອງແຂວງ 2,11 ຕື້ກີບ ແລະໄດ້ແກ້ໄຂດ້ວຍການບັນຈຸເຂົ້າແຜນງົບປະມານ ບ້ວງ 400 ຕື້ກີບຂອງລັດຖະບານ ທີ່ກະຊວງໂຍທາທິການ ແລະຂົນສົ່ງຄຸ້ມຄອງ 34 ໂຄງການມູນຄ່າ 64,43 ຕື້ກີບ, ໄດ້ຮັບການຊຳລະໃນປີ 2017 ຈຳນວນ 3,64 ຕື້ກີບ ດັ່ງນັ້ນ ໜີ້ສິນໂຄງການນອກແຜນ ຂອງແຂວງທີ່ບໍ່ທັນໄດ້ແກ້ໄຂມີ 20 ໂຄງການມູນຄ່າຄ້າງຊຳລະ 70,96 ຕື້ກີບ. ນອກນັ້ນຍັງມີໂຄງການລົງທຶນ ກ່ອນທີ່ແຂວງໄດ້ຈັດຕັ້ງປະຕິບັດຕາມ ການຕົກລົງຂອງລັດຖະບານແຕ່ຍັງບໍ່ທັນໄດ້ຜ່ານການຮັບຮອງຂອງ ສະພາແຫ່ງຊາດ 1 ໂຄງການຄືໂຄງການກໍ່ສ້າງທາງປູຢາງ 2 ຊັ້ນບ້ານຈຽງ ເມືອງກາສີ-ເມືອງແມດມູນຄ່າທັງໝົດ 733,20 ຕື້ກີບ ມາຮອດປະຈຸບັນປະຕິບັດ ໜ້າວຽກໄດ້ 50%. 

ທີ່ມາ: ເສດຖະກິດ-ສັງຄົມ
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.