Header Ads

ເຈົ້າໜ້າທີ່ກວດຢຶດຢາບ້າໄດ້ 2 ລ້ານກວ່າເມັດ ທີ່ດ່ານລາວ-ຈີນ ແຂວງຫຼວງນໍ້າທາ ສ່ວນຜູ້ຂັບລົດຂົນຢາໂຕນລົດໜີຕອນລະຫວ່າງເຈົ້າໜ້ນກຳລັງສະແກນ



ເຈົ້າໜ້າທີ່ສະເພາະກິດ ສປປ.ລາວ ສາມາດສະກັດກັ້ນ ແລະ ກັກລົດຂະບວນຄ້າຢາເສບຕິດຕ່າງປະເທດໄດ້ໃນຕອນເຊົ້າເວລາ 10 ໂມງ 27 ນາທີ ວັນທີ 27 ກໍລະກົດ 2017 ທີ່ດ່ານພາສີບໍ່ເຕັນ ແຂວງຫລວງນໍ້າທາ.

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫລວງນໍ້າທາໄດ້ເປີດເຜີຍວ່າ ພາຍຫລັງໄດ້ຮັບເບາະແສຂ່າວ ແລະ ໄດ້ມີການລັດລົດບັນທຸກຈໍານວນດັ່ງກ່າວເພື່ອເອົາເຂົ້າໄປສະແກນເບິ່ງ ສຸດສາມາດກວດພົບຢາເສບຕິດປະເພດຢາບ້າຈໍານວນ 362 ມັດ, ຈຳນວນ 2.172.000 ເມັດ ຊຸກເຊື່ອງໄວ້ໃນລົດຂົນສົ່ງສິນຄ້າຊາວຈີນ ຂະນະທີ່ພວມຂ້າມມາ ສປປ.ລາວ ແຕ່ຜູ້ຂັບລົດບັນທຸກໄດ້ໄຫວຕົວທັນ ແລະ ພາກັນໂຕນໜີຈາກລົດດັ່ງກ່າວໃນລະຫວ່າງສະແກນ ປັດຈຸບັນນີ້ ເຈົ້າໜ້າທີ່ກ່ຽວຂ້ອງພວມໄລ່ລ່າ ແລະ ນໍາຈັບຜູ້ຂັບລົດຄັນດັ່ງ

ທີ່ມາ: ສໍານັກຂ່າວສານປະເທດລາວ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.