Header Ads

ທ່ານ​ນາຍົກລັດຖະມົນຕີລົງຊຸກຍູ້​ການ​ຜະລິດ​ທີ່​ເມືອງ​ນາ​ຊາຍທອງ ນະຄອນຫຼວງວຽງຈັນ


​​ອີງຕາມການລາຍງານຂອງ ຂປລ ວ່າ: ໃນ​ວັນ​ທີ 27 ກໍລະກົດ 2017 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ພ້ອມ​ດ້ວຍບັນດາ​ລັດຖະມົນຕີ-ຮອງ​ລັດຖັດມົນຕີ,​ ບັນດາກົມ​ກອງ, ຫ້ອງການ ຈາກ​ສຳນັກງານ​ນາຍົກລັດຖະມົນຕີ ​ແລະ ກະຊວງ​ອ້ອມ​ຂ້າງ​ ໄດ້​ເດີ່ນ​ທາງ​ໄປ​ຢ້ຽມຢາມ ​ແລະ ຊຸກຍູ້​ບັນດາ​ຫົວໜ່ວຍການ​ຜະລິດ ຢູ່​ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງວຽງຈັນ ​ເຊິ່ງມີ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າຄອງ​ນະຄອນຫຼວງວຽງຈັນ, ທ່ານ​ເຈົ້າ​ເມືອງໆນາ​ຊາຍ​ທອງ ​ແລະ ບັນດາພະ​ແນກການ​ທີ່​ກ່ຽວຂ້ອງ ​​ໃຫ້ການ​ຕ້ອນຮັບ ຢ່າງ​ອົບ​ອຸ່ນ.



​ ໃນການເດີນທາງໄປຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຢ້ຽມຢາມ ຟາມໝູພໍ່ແມ່ພັນ, ໝູຂຸນ, ບ່ອນເພາະພັນປານິນ ທີ່ບ້ານໜອງສະ, ໂຮງງານຂ້າສັດທັນສະໄໝ ແລະ ປຸງແຕ່ງຊີ້ນ ທີ່ນໍ້າຊວງ ຂອງບໍລິສັດ ເອັກສ໌ພີ ການຄ້າ ລາວ-ຈີນ ຈຳກັດ ເຊິ່ງ 2 ໃນ 4 ກິດຈະກຳ ຂອງບໍລິສັດດັ່ງກ່າວ(ລວມທັງ​ສູນ​ອົນ​ແຫ້ງ​ສາລີ-​ໂຮງງານ​ຜະລິດ​ອາຫານ​ສັດ ​ແລະ ຟາ​ມງົວ). ໃນນັ້ນ, ຟາມໝູ ແມ່ນໄດ້ເລີ່ມສ້າງມາແຕ່ປີ 2012 ປະຈຸບັນ, ມີໝູພໍ່ແມ່ພັນ 500 ກວ່າໂຕ ແລະ ໝູຂຸນ 2 ພັນ​ໂຕ, ສາມາດ​ຜະລິດ​ລູກໝູ ​ໄດ້ສະ​ເລ່ຍ 500 ​ໂຕ​ຕໍ່​ເດືອນ ​ແລະ ມີ​ຄາດໝາຍວ່າ ​ໃນ​ທ້າຍ​ປີ 2017 ນີ້ ຈະ​ໃຫ້​ໄດ້ 1 ພັນ​ໂຕ​ຕໍ່​ເດືອນ; ສຳລັບ​ໂຮງງານ​ຂ້າ​ສັດນໍ້າ​ຊວງ ​ແມ່ນ​ໄດ້​ສຳ​ເລັດ​ການ​ປັບປຸງ ​ໃນ​ກາງ​ປີ 2016 ປະຈຸ​ບັນ, ສາມາດ​ຂ້າໝູ​ໄດ້ 50 ​ໂຕ​ຕໍ່ວັນ ​ແລະ ງົວ 7 ​ໂຕ​ຕໍ່ວັນ ​ໂດຍ​ມີ​ຮ້ານ​ຈຳໜ່າຍ 1 ຮ້ານ ​ແລະ ຮ້ານ​ຂາຍຍ່ອຍ​ອີກ 1 ຮ້ານ. ນອກ​ນັ້ນ, ກໍ່​ໄດ້​ຂາຍ​ສົ່ງ​ໃຫ້ ຮ້ານ​ມິ​ນິມາກ, ຮ້ານ​ອາຫານ, ​ໂຮງ​ແຮມ, ບັນດາ​ໂຄງການ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ ​ໄປ ສສ ຫວຽດນາມ. ຫຼັງຈາກ​ນັ້ນ, ຄະນະທ່ານນາຍົກລັດຖະມົນຕີ ກໍ່ໄດ້​ໄປຢ້ຽມຢາມ ຄອບຄົວຕົວແບບການລ້ຽງງົວ ທີ່​ຟາ​ມສີຈັນທະລາດ ຢູ່ບ້ານໂພນແພງ ເມືອງນາຊາຍທອງ ​ເຊິ່ງ ທ່ານ ສຸທອງ ສີຈັນທະລາດ ເຈົ້າຂອງຟາມດັ່ງກ່າວ ​ໄດ້​ເລີ່​ມລ້ຽງງົວແບບເປັນຟາມຂະຫນາດນ້ອຍ ​ໃນປີ 2007 ມີງົວ 20 ໂຕ, ພ້ອມທັງລົງທຶນສ້າງໂຮງຂ້າສັດ. ມາຮອດປີ 2012 ໄດ້ລົງທຶນປູກຫຍ້າຕື່ມ​ອີກ​ໃນ​ເນື້ອທີ່ 5 ເຮັກຕາ ​ແລະ ຂະຫຍາຍເປັນ 15 ເຮັກຕາ​ໃນ​ປະຈຸ​ບັນ ເພື່ອລ້ຽງງົວທີ່​ເພີ່ມ​ຂຶ້ນ 100 ກວ່າໂຕ ແລະ ລ້ຽງໝູອີກ 200 ກວ່າໂຕ ສາມາດສ້າງລາຍຮັບໃຫ້ຄອບຄົວປະມານ 250-300 ລ້ານກີບຕໍ່ປີ;


​ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມກຸ່ມ​ຫັດຖະກຳ​ຕ່ຳ​ສິ້ນ ທີ່​ບ້ານ​ນໍ້າ​ຫຸມ ທີ່​ມີ​ຜູ້​ຕ່ຳຫູກເຖິງ 205 ຫຼັງຄາ​ເຮືອນ. ​ໃນ​ນັ້ນ, ​ເປັນ​ສະມາຊິກ​ໃນ​ກຸ່ມ​ຫັດຖະກຳ 90 ກວ່າຫຼັງຄາ​ເຮືອນ ​ທັງ​ທຳ​ການ​ຜະລິດ ​ແລະ ​ເກັບຊື້ ນຳ​ຄອບຄົວ​ຜູ້​ຕຳ​ຫູກ ​ເພື່ອ​ນຳ​ໄປ​ຈຳໜ່າຍຕາມ​ທ້ອງ​ຕະຫຼາດທົ່ວ​ໄປ; ​ໃນ​ເວລາ​ຕໍ່ມາ ກໍ່​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ກິດຈະກຳ​ການ​ຜະລິດ​​ເຂົ້າ ​ເປັນ​ສິນຄ້າ​ໂອ​ດັອບ (ODOP) ຂອງ​ບໍລິສັດ ຄຳ​ແພງ​ເພັດ​ແຈ້ງ​ສະຫວ່າງ ສົ່ງ​ເສີມ​ການ​ກະ​ເສດ ຂາ​ອອກ-​ຂາ​ເຂົ້າ ຈຳກັດ​ຜູ້ດຽວ ທີ່​ບ້ານ​ນາ​ສ້ຽວ ຊຶ່ງ​ເລີ່​ມກິດຈະກຳ​ເກັບຊື້​ເຂົ້າ ​ແລະ ປ້ອນ​ເຂົ້າ​ໂຮງສີ​ຂະໜາດນ້ອຍ ມາ​ແຕ່​ປີ 1983 ຮອດ​ປີ 2008 ກໍ່ຂະຫຍາຍ​ເປັນ​ໂຮງສີ​ຂະໜາດກາງ ​ແລະ ກາຍ​ເປັນ​ໂຮງສີ​ຂະໜາດ​ໃຫຍ່ທີ່​ທັນ​ສະ​ໄໝ ​ໃນ​ສົກ​ປີ 2010-2011 ທີ່​ສາມາດ​ຜະລິດ​ເຂົ້າສາ​ນ​ໄດ້ 15 ​ໂຕນ​ຕໍ່ຊົ່ວ​ໂມງ ​ແນ​ໃສ່​ຂະຫຍາຍ​ຕະຫຼາດອອກ​ສູ່​ຕ່າງປະ​ເທດ ພ້ອມ​ທັງ​ຂະຫຍາຍ​ເນື້ອທີ່​ປູກ​ເຂົ້າຂອງ​ບໍລິສັດ 200 ກວ່າ​ເຮັກຕາ ​ແລະ ​ເກັບຊື້​ເຂົ້ານຳ​ຊາວນາ ​ໃຫ້​ມີ​ຂອບ​ເຂດ​ກວ້າງ​ອອກ,​​ໄດ້​ຈົດ​ລິ​ຂະ​ສິດ​ຂອງ​ຜະລິດ​ຕະພັນ​ເຂົ້າ ​ໂດຍ​ໃຊ້​ຊື່ວ່າ “​ເຂົ້າກາ​ຕາ​ເວັນ​ແດງ” ​ແລະ ກາຍ​ເປັນ​ຜະລິດ​ຕະພັນ​ໂອ​ດັ​ອບ ຂອງ​ເມືອງ​ນາ​ຊາຍ​ທອງ. ນອກ​ນີ້, ຍັງ​ມີຫຼາຍກິດຈະກຳ​ສຳຮອງ ​ເປັນຕົ້ນ ຟາ​ມໝູພັນ​ຊີ້ນ, ຟາ​ມ​ໄກ່​ພັນ​ຊີ້ນ ​ແລະ ຟາ​ມ​ໄກ່​ໄຂ່.



​​ໃນ​ການ​ໄປ​ຢ້ຽມຢາມ​ເທື່ອ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຕໍ່ບັນດາ​ຜູ້​ປະກອບ​ການ ​ແລະ ຊາວກະສິກອນ ທີ່​ໄດ້​ມີ​ຄວາມ​ພະຍາຍາມ​ສູງ ​ເພື່ອ​ຍົກ​ລະດັບ​ການ​ຜະລິດ​ຂອງ​ຕົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າຕໍ່ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ປະ​ເທດ ກໍ່ຄື​ຂອງ​ນະຄອນຫຼວງ. ທັງ​ຍັງ​ສ້າງ​ໃຫ້​ມີ​ໃບໜ້າອັນ​ໃໝ່ ຂອງ​ການ​ຜະລິດ ທັງ​ການ​ຜະລິດ​ທີ່​ທັນ​ສະ​ໄໝຂຶ້ນ, ມີ​ການ​ນຳ​ໃຊ້​ເຕັກນິກ-​ເຕັກ​ໂນ​ໂລ​ຊີ ທີ່​ມີ​ມາດຕະຖານ​ສູງ ສາມາດ​ແຂ່ງຂັນ​ກັບ​ປະ​ເທດ​ອື່ນໆ​ໄດ້, ​ເປັນ​ຕົວຢ່າງ​ທີ່​ດີ ​ໃຫ້​ຜູ້​ປະກອບ​ການ​ອື່ນໆ ລວມ​ເຖິງ​ການ​ປະກອບສ່ວນ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ; ພ້ອມ​ນີ້, ທ່ານ​ນາຍົກລັດຖະມົນຕີ ຍັງ​ເນັ້ນ​ໃຫ້​ຜູ້​ປະກອບ​ການ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ບາງ​ບັນຫາ ​ເປັນຕົ້ນ ​ໃຫ້​ເອົາ​ໃຈ​ໃສ່​ສ້າງ​ຜູ້​ຊ່ຽວຊານ ​ແລະ ນັກວິຊາການ ທີ່​ຊຳນານ​ງານ ​​ເພື່ອເປັນ​ກຳລັງ​​ແຮງ ໃຫ້​ແກ່​ການ​ຜະລິດ​ໃນຕໍ່ໜ້າ, ພະຍາຍາມ​ຊອກ​ຮູ້-ຖອດ​ຖອນ​ບົດຮຽນທີ່​ດີ ຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ເອົາ​ໃຈ​ໃສ່​ເຜີຍ​ແຜ່​ບົດຮຽນ ​ເຕັກນິກ​ຕ່າງໆ ​ໃຫ້​ແກ່​ຊາວ​ກະສິກອນ; ສຳລັບ​ບັນດາ​ຂໍ້​ສະ​ເໜີຕ່າງໆ ​ໃນ​ຄະນະ​ລັດຖະບານ ຈະ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື ​ແລະ ປຸກລະດົມ​ຂົນຂວາຍ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ ​ເພື່ອ​ຊ່ວຍ​ເຫຼືອຜູ້​ປະກອບ​ການ ​ແລະ ຊາວ​ກະສິກອນ​ ​ເພື່ອ​ເຮັດ​ໃຫ້ການ​ຜະລິດ​ພາຍ​ໃນ ມີ​ຄວາມ​ເຂັ້ມ​ແຂງ, ມີ​ຄວາມ​ອາດ​ສາມາດ​ແຂ່ງຂັນ​ໄດ້,​ ມີ​ທຶນໝູນວຽນທີ່​ພຽງພໍ ​ແລະ ພະຍາຍາມ​ແກ້​ໄຂ​ບັນດາ​ຂັ້ນຂອດ ທີ່​ເປັນ​ສິ່ງ​ກີດຂວາງ​ຂອງ​ຜູ້​ປະກອບ​ການ.




ທີ່ມາ: ສໍານັກຂ່າວສານປະເທດລາວ ( ຂປລ )
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.