Header Ads

ລາວ-ກຳປູເຈຍ ແລກປ່ຽນບົດຮຽນກ່ຽວກັບວຽກງານຂະແໜງການເງິນ



ອີງຕາມການລາຍງານຂ່າວຂອງກະຊວງການເງິນ ວ່າ:  ​ໃນລະຫວ່າງວັນ 26-29 ກໍລະກົດ 2017 ຜ່ານມານີ້ , ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ໄດ້ນຳພາຄະນະ ຜູ້ແທນຂອງລາວ, ເຊິ່ງປະກອບດ້ວຍກົມນະໂຍບາຍການເງິນ ແລະ ນິຕິກຳ, ກົມສ່ວຍສາອາກອນ, ກົມງົບປະມານ, ​ກົມພາສີ ແລະ ບັນດາກົມ ກ່ຽວຂ້ອງກະຊວງການເງິນໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນະຄອນຫລວງພະນົມເປັນ ລາຊະອານາຈັກກຳປູເຈຍ.


ໃນໄລຍະການເຄື່ອນໄຫວຢ້ຽມຢາມກຳປູເຈຍຄັ້ງນີ້, ທ່ານ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ພົບປະ ແລະ ເຮັດ ວຽກກັບທ່ານສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນນາຍົກ ລັດຖະມົນຕີແຫ່ງລາຊາອະນາຈັກກຳປູເຈຍ,ທ່ານ ພອນໂມນີລົດ ລັດຖະ ມົນຕີອາວຸໂສ, ລັດຖະມົນຕີກະຊວງເສດຖະກິດ-ການເງິນລາຊາອະນາ ຈັກກຳປູເຈຍ, ພ້ອມດ້ວຍຄະນະທີ່ກ່ຽວຂອງກຳປູເຈຍ.



ກະຊວງ ເສດຖະກິດ-ການເງິນ ລາຊະອານາຈັກກຳປູເຈຍ ໄດ້ລາຍ ງານໂດຍສັງ ເຂບກ່ຽວກັບການພັດທະນາເສດຖະກິດຂອກຳປູເຈຍ, ນະໂຍ ບາຍການເງິນ, ການຈັດຕັ້ງຕັ້ງປະຕິບັດງົບປະມານ, ການນຳສະເໜີໂຄງ ການການປະຕິຮູບການບໍລິຫານການເງິນງົບປະມານຂອງລັດ ແລະ ອື່ນໆ.

ຈຸດປະສົງຕົ້ນຕໍຂອງການໄປຢ້ຽມຢາມເຮັດວຽກຂອງທ່ານ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນແລະ ບັນດາກົມກ່ຽວ ຂ້ອງກະຊວງການເງິນຄັ້ງນີ້ແມ່ນໃນຮອບຫລາຍ 10 ປີ, ທັງເປັນການໄປ ແລກປ່ຽນບົດຮຽນກ່ຽວກັບວຽກງານຂະແໜງການເງິນ, ການປະຕິຮູບ ການເງິນສປປ ລາວ, ການປະຕິຮູບວຽກງານຂອງການ ນຳພາກະຊວງການ ເງິນ ເພື່ອຮັບປະກັນສະຖຽນລະພາບຂອງການຈັດເກັບ ລາຍຮັບເຂົ້າງົບ ປະມານໃຫ້ເພີ່ມຂຶ້ນທຸກໆປີ, ປັບປຸງກົນໄກການຈັດເກັບລາຍຮັບ, ປັບປຸງ ການບໍລິຫານຂອງລັດເຮັດຜູ້ເສຍພາສີ-ອາກອນເຂົ້າໃຈ ແລະ ຈິງໃຈໃນ ເສຍພັນທະໃຫ້ລັດຢ່າງຖືກຕ້ອງ.



ຄຽງຄູ່ກັນນີ້, ຍັງໄດ້ແລກປ່ຽນບົດຮຽນກັບການນຳໃຊ້ລະບົບ IT ເພື່ອໃຫ້ຜູ້ເສຍພັນທະເຂົ້າລັດຢ່າງໂປ່ງໃສ, ແນໃສ່ການຈັດເກັບລາຍຮັບ ເຂົ້າງົບປະມານໃຫ້ມີປະສິດທິພາບ, ເພີ່ມປະສິດທິພາບໃນການບໍລິການ, ປັບປຸງນະໂຍບາຍການເມືອງຂອງລັດຖະບານໃນການນຳໃຊ້ງົບປະມານໃຫ້ຖືກຕ້ອງຕາມເປົ້າໝາຍ,ການປະຕິຮູບການເງິນຕ້ອງສາມາດຕອບສະໜອງກັບລາຍຈ່າຍຂອງປະເທດ ແລະ ຢ້ຽມຊົມສູນລະບົບຂໍ້ມູນຂ່າວສານຈັດການບໍລິຫານ ການເງິນຂອງ ກະຊວງເສດຖະກິດ-ການເງິນລາຊະອານາຈັກກຳປູເຈຍ.



ແຫລ່ງຂ່າວຈາກກະຊວງການເງິນ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.