Header Ads

ຮອງນາຍົກ ສຳເລັດການເຂົ້າຮ່ວມງານສັບປະດາການຮ່ວມມື ດ້ານການສຶກສາ ອາຊຽນ-ຈີນ




ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສັບປະດາ ການຮ່ວມມືວຽກງານການສຶກສາ ອາຊຽນ-ຈີນ ຄັ້ງທີ 10 ຈັດຂຶ້ນແຕ່ ວັນທີ 28-29 ກໍລະກົດຜ່ານມານີ້ ທີ່ນະຄອນກຸ້ຍຢາງ ແຂວງກຸ້ຍໂຈວ ສປ ຈີນ ພາຍໃຕ້ຄຳຂວັນ "ແບ່ງປັນຄວາມສຳເລັດ ໃນການຮ່ວມມືດ້ານ ການສຶກສາ ແລະ ເລີ່ມຕົ້ນບົດ ຮຽນໃໝ່ ໄປພ້ອມກັນກັບຂໍ້ລິ ເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນ ທາງ". ຈຸດປະສົງຂອງງານ ແມ່ນເພື່ອສົ່ງເສີມການແລກ ປ່ຽນລະຫວ່າງປະຊາຊົນກັບ ປະຊາຊົນ ແລະ ເປີດໂອກາດ ໃຫ້ແກ່ອາຊຽນ ແລະ ຈີນ ໄດ້ ຮຽນຮູ້ຊຶ່ງກັນ ແລະ ກັນ.

ໃນໂອກາດການເຂົ້າຮ່ວມ ງານຄັ້ງນີ້ ທ່ານຮອງນາຍົກລັດ ຖະມົນຕີ ໄດ້ຕາງໜ້າໃຫ້ບັນ ດາປະເທດອາຊຽນ ຂຶ້ນກ່າວ ຄຳປາໄສ ຊຶ່ງໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົວພັນ ອາຊຽນ-ຈີນ ຕະຫຼອດໄລຍະ ສອງທົດສະວັດເຄິ່ງຜ່ານມາ ເປັນຕົ້ນແມ່ນໃນປີ 2016 ຜ່ານມາ ອາຊຽນ ແລະ ຈີນ ໄດ້ສະເຫຼີມສະຫຼອງວັນຄົບ ຮອບ 25 ປີ ແຫ່ງການສ້າງ ສາຍພົວພັນອາຊຽນ-ຈີນ, ຫຼາຍກິດຈະກຳທີ່ສຳຄັນໄດ້ ຖືກຈັດຕັ້ງປະຕິບັດ ແລະ ທີ່ ສຳຄັນ ແມ່ນໄດ້ຈັດກອງປະ ຊຸມສຸດຍອດສະເຫຼີມສະຫຼອງ ຂຶ້ນໃນເດືອນກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ, ພາຍໃຕ້ ການເປັນປະທານຂອງ ສປປ ລາວ ແລະ ໄດ້ຮັບຜົນສຳເລັດ ຢ່າງຈົບງາມ ຊຶ່ງເປັນຂີດໝາຍ ທາງປະຫວັດສາດ ໃນການ ສ້າງກາລະໂອກາດທີ່ສຳຄັນ ສຳລັບອາຊຽນ ແລະ ຈີນ ແລະ ທັງເປັນພື້ນຖານທີ່ເຂັ້ມແຂງ ໃນການເສີມສ້າງການພົວພັນ ອາຊຽນ-ຈີນ ໃນທົດສະວັດຕໍ່ໆ ໄປ.

ພ້ອມນີ້ ບັນດາຜູ້ນຳຂອງ ທັງສອງຝ່າຍ ໄດ້ຢືນຢັນເຖິງ ຄວາມໝາຍໝັ້ນຂອງຕົນ ໃນ ການເສີມສ້າງການເປັນຄູ່ຮ່ວມ ຍຸດທະສາດອາຊຽນ-ຈີນ ໂດຍ ຜ່ານການຈັດຕັ້ງປະຕິບັດບັນ ດາແຜນປະຕິບັດງານອາຊຽນ- ຈີນ 2016-2020 ຊຶ່ງຈະເປັນ ການສົ່ງເສີມການແລກປ່ຽນ ລະຫວ່າງປະຊາຊົນກັບປະຊາ ຊົນ ໃນດ້ານການສຶກສາ, ກິລາ ແລະ ວັດທະນະທຳ, ການຮັດ ແຄບຄວາມແຕກໂຕນກັນດ້ານ ການພັດທະນາ, ການເຊື່ອມ ຈອດອາຊຽນ, ການເຊື່ອມໂຍງ ອາຊຽນ, ການສ້າງປະຊາຄົມ ອາຊຽນ ແລະ ຂໍ້ລິເລີ່ມ ໜຶ່ງ ແລວທາງ ໜຶ່ງເສັ້ນທາງໃນອະ ນາຄົດ. ທ່ານຮອງນາຍົກລັດຖະ ມົນຕີ ໄດ້ກ່າວຕື່ມອີກວ່າ: ເຖິງ ວ່າອາຊຽນ ໄດ້ປະກາດສ້າງປະ ຊາຄົມອາຊຽນແລ້ວ, ແຕ່ອາ ຊຽນ ຈະສືບຕໍ່ຈັດຕັ້ງປະຕິບັດ ແຜນປະຕິບັດງານວິໄສທັດປະ ຊາຄົມອາຊຽນ 2025, ລວມ ທັງແຜນແມ່ບົດການເຊື່ອມ ຈອດອາຊຽນ 2025. ໃນຂະ ນະດຽວກັນ ຂໍ້ລິເລີ່ມ ໜຶ່ງແລວ ທາງ ໜຶ່ງເສັ້ນທາງ ກໍແມ່ນໜຶ່ງ ໃນບັນດາຂໍ້ລິເລີ່ມທີ່ສຳຄັນ ເພື່ອວາງທິດທາງຍຸດທະສາດ ໃນການຮ່ວມມືອາຊຽນ-ຈີນ ໃນອະນາຄົດ.

ອາຊຽນ ຕີລາ ຄາສູງ ຕໍ່ການປະກາດຂອງລັດ ຖະບານຈີນ ເພື່ອສືບຕໍ່ໃຫ້ການ ຊ່ວຍເຫຼືອຂະແໜງການສຶກສາ ເພີ່ມເປັນສອງເທົ່າໃຫ້ອາຊຽນ ເປັນຈຳນວນ 3 ແສນເທື່ອຄົນ ພາຍໃນປີ 2025 ໂດຍຜ່ານ ໂຄງການຮ່ວມມືເສັ້ນທາງ ສາຍໄໝ. ນອກນັ້ນ ຈີນກໍໄດ້ ຊ່ວຍທຶນການສຶກສາໃຫ້ໄດ້ 1.000 ທຶນໃນປີ 2017 ນີ້ ຊຶ່ງ ຈະເປັນການປະກອບສ່ວນ ເຂົ້າໃນການແລກປ່ຽນໄປມາ ຫາສູ່ກັນຂອງປະຊາຊົນ ແລະ ພາຍໃນປີ 2020 ໃຫ້ມີນັກ ທ່ອງທ່ຽວຈາກທັງສອງຝ່າຍ ເຖິງ 30 ລ້ານຄົນ.


ນອກຈາກເຂົ້າຮ່ວມງານ ສັບປະດາການຮ່ວມມືດ້ານ ວຽກງານການສຶກສາອາຊຽນ- ຈີນ ແລ້ວ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ພົບປະສອງ ຝ່າຍກັບທ່ານ ນາງ ລິວ ຈຽນ ຕົງ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ຊຶ່ງທັງສອງຝ່າຍ ໄດ້ຕີລາຄາສູງ ແລະ ສະແດງ ຄວາມຍິນດີທີ່ເຫັນວ່າການພົວ ພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ ແລະ ຈີນ ໄດ້ຮັບ ການສືບຕໍ່ເສີມຂະຫຍາຍຢ່າງ ບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກ ງານຕົວຈິງຫຼາຍດ້ານ. ນອກນີ້ ການນຳຂັ້ນສູງຂອງສອງປະ ເທດ ກໍໄດ້ສືບຕໍ່ແລກປ່ຽນການ ຢ້ຽມຢາມຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ. ໃນປີ 2016 ທີ່ຜ່ານມາ ການນຳຂັ້ນສູງຂອງ ລາວຫຼາຍທ່ານ ກໍໄດ້ເດີນທາງ ມາຢ້ຽມຢາມທາງການຢູ່ ສປ ຈີນ ແລະ ທັງສອງຝ່າຍເຫັນດີ ສະໜັບສະໜູນໃຫ້ສືບຕໍ່ມູນ ເຊື້ອອັນດີງາມດັ່ງກ່າວ. 

© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.