Header Ads

ເຈົ້າແຂວງສະຫວັນນະເຂດຕິດຕາມເບິ່ງສະພາບນໍ້າຖ້ວມໃນ 3 ເມືອງ


ລະຫວ່າງວັນທີ 29-30 ກໍລະກົດນີ້, ທ່ານ ສັນຕິພາບ ພົມວິຫານເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ຈິ່ງໄດ້ລົງຢ້ຽມຢາມ ແລະຕິດຕາມເບິ່ງສະພາບນ້ຳຖ້ວມທີ່ເມືອງຈຳພອນ, ຊົນນະບູລີ ແລະເມືອງໄຊບູລີ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນພາຍໃນເມືອງດັ່ງກ່າວ.

ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມຄະນະກໍ່ໄດ້ລົງເບິ່ງຕົວຈິງໃນເຂດພື້ນທີ່ທີ່ບ້ານເຮືອນ ແລະພື້ນທີ່ການຜະລິດຂອງປະຊາຊົນທີ່ຖືກຖ້ວມ ເຊິ່ງໃນບາງຈຸດແມ່ນຈຳເປັນຕ້ອງໄດ້ໃຊ້ເຮືອເຂົ້າໄປເພາະເສັ້ນທາງການຄົມມະນາຄົມໃນຫຼາຍຈຸດແມ່ນຖືກຕັດຂາດ ໃນນີ້ ກໍ່ໄດ້ລົງພົບປະຢ້ຽມຢາມອຳນາດການປົກຄອງ ແລະພໍ່ແມ່ປະຊາຊົນບັນດາເຜົ່າບ້ານທ່າຄຳເຫຼື່ອມ ເມືອງຊົນນະບູລີ ເຊິ່ງເປັນອີກບ້ານໜຶ່ງ ທີ່ຖືກຜົນກະທົບໜັກ ທີ່ຕັ້ງຢູ່ລຽບຕາມລຳເຊຊຳຊອຍ ໂດຍນ້ຳໄດ້ໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນກວມ 98% ແລະຖ້ວມເນື້ອທີ່ນາກວ່າ 396 ເຮັກຕາ, ເທົ່າ 100% ຂອງເນື້ອທີ່ທັງໝົດ, ຈາກນີ້ກໍ່ຍັງໄດ້ມ້າງເຮືອນ 1 ຫຼັງ, ເລົ້າ 1 ຫຼັງ ທີ່ມີຄວາມສ່ຽງຈາກການຊຸເຈື່ອນຂອງນ້ຳເຊ, ເສັ້ນທາງຖືກຕັດຂາດ, ມີງົວຕາຍຈາກນ້ຳຖ້ວມ 6 ໂຕ, ສັກປີກສູນຫາຍ 500 ກວ່າໂຕ,​ ວິດຖ່າຍໃຊ້ການບໍ່ໄດ້ກວມ 85%, ໜອງປາຫຼາຍກວ່າຫຼາຍສິບໜອງເສຍຫາຍ.


ຈາກການເກັບກຳຂໍ້ມູນຜົນກະທົບຈາກນ້ຳຖ້ວມ ເມືອງຊົນນະບູລີ ລວມມີເນື້ອທີ່ນາຖືກຖ້ວມທັງໝົດ 3.925 ເຮັກຕາ, ງົວຕາຍ 10 ໂຕ, ສັດປີກ 200 ກວ່າໂຕ, ໜອງປາ 34 ໜອງ, ຊົນລະປະທານ 2 ແຫ່ງ, ເມືອງຈຳພອນ ມີເນື້ອທີ່ນາຖືກຖ້ວມ 5.844 ເຮັກຕາ, ກວມເອົາ 60 ບ້ານ, ມີ 3.795 ຄອບຄົວ.


ສ່ວນທີ່ເມືອງໄຊບູລີ ມີຄອບຄົວທີ່ຖືກກະທົບຈາກນ້ຳຖ້ວມ 718 ຄອຄົວ, ເນື້ອທີ່ການຜະລິດຖືກຖ້ວມ 464 ເຮັກຕາ. 

ຜ່ານຈາກການລົງເບິ່ງສະພາບຕົວຈິງ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ເນັ້ນໃຫ້ພະແນກການກ່ຽວຂ້ອງ ສົມທົບກັບເມືອງ ເອົາໃສ່ໃນວຽກງານແກ້ສະຜົນກະທົບຈາກນນ້ຳຖ້ວມໂດຍດ່ວນ ໂດຍສະເພາະແມ່ນເລັ່ງໃສ່ກະກຽມຊອກແນວພັນເຂົ້າ-ແນວພັນພືດເພື່ອສະໜອງແກ່ປະຊາຊົນທີ່ຖືກຜົນກະທົບ ພ້ອມນີ້ກໍ່ຕ້ອງໄດ້ເອົາໃຈໃສ່ກ່ຽວກັບການຕ້ານການລະບາດຂອງພະຍາດທີ່ອາດເກີດຂຶ້ນ.



ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ແລະບັນດາການນຳຂອງເມືອງ ກໍ່ໄດ້ຂີ່ເຮືອເລາະເບິ່ງສະພາບນ້ຳທີ່ຂຶ້ນສູງ ທີ່ໄຫຼເຂົ້າຖ້ວມພື້ນທີ່ການຜະລິດໄຮ່ນາ, ຮົ້ວສວນ ແລະບ້ານເຮືອນຂອງປະຊາຊົນທີ່ຢູ່ລຽບຕາມລຳນ້ຳເຊຊຳຊອຍ ເມືອງຊົນນະບູລີ ແລະເຊບັ້ງໄຟ ເມືອງໄຊບູລີນຳອີກ.


ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ 
© ໂຕະນໍ້າຊາ | tonamcha.com    
 
___________

Powered by Blogger.