Header Ads

ໂຮງກັ່ນນໍ້າມັນແຫ່ງທຳອິດຂອງລາວ ເດີນຫນ້າກໍ່ສ້າງຕໍ່ອີກຄັ້ງຫຼັງເພີ່ມອີກໜຶ່ງຂາຮຸ້ນ



ທ່ານ ໄພບູນ ພົມພະພິທັກ ຮອງອຳນວຍການ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ກ່າວຊີ້​ແຈງ​ຕໍ່​ກັບ​ການ​ເພີ່ມ​ຂາ​ຮຸ້ນວ່າ: ເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງໂຮງກັ່ນນ້ຳມັນ ພວກເຮົາໄດ້ສ້າງຕັ້ງບໍລິສັດ ອຸດສາຫະກຳເປໂຕຼເຄມີລາວ-ຈີນ ຈຳກັດ ຂຶ້ນ ໂດຍການຮ່ວມມືຂອງ 3 ບໍລິສັດຄື: ບໍລິສັດ ອຸດສາຫະກຳຕົ່ງແຢນ ຢຸນນານ ຈຳກັດ ຖືຮຸ້ນ 75%; ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຖືຮຸ້ນ 20% ແລະ ບໍລິສັດຮ່ວມທຶນລາວ-ຈີນ ຖືຮຸ້ນ 5% ໃນມູນຄ່າການກໍ່ສາງທັງໝົດ 179,2 ລ້ານໂດລາສະຫະລັດ, ໃນເນື້ອທີ່ກໍ່ສ້າງ 218,677 ຕາແມັດ, ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາໃນທ້າຍປີ 2015 ຫາ ກາງປີ 2017 ຍ້ອນຄວາມບໍ່ຄ່ອງຕົວທາງດ້ານການເງິນຈຶ່ງເຮັດໃຫ້ໂຄງການໄດ້ໂຈະການດຳເນີນການກໍ່ສ້າງຊົ່ວຄາວ 



ດັ່ງນັ້ນ; ປັດຈຸບັນພວກເຮົາກໍ່ກຳລັງມີການປ່ຽນແປງຈາກ 3 ມາເປັນ 4 ຂາຮຸ້ນ ເພື່ອເຮັດໃຫ້ໂຄງການໄດ້ສືບຕໍ່ຈັດຕັ້ງປະຕິບັດ ຫຼ້າສຸດໂຄງການກໍ່ສ້າງໂຮງກັ່ນນໍ້າມັນດັ່ງກ່າວແມ່ນມີຄວາມຄືບໜ້າແລ້ວ 40% ແລະ ຈະໃຫ້ສຳເລັດໂຄງການໃນກາງປີ 2018, ເພາະເຄື່ອງກົນຈັກຕ່າງໆແມ່ນພວກເຮົາຈະປະກອບຢູ່ ສປ ຈີນ ພຽງແຕ່ລໍຖ້ານຳເຂົ້າມາຕິດຕັ້ງ, ຖ້າຫາກໂຮງງານສຳເລັດຈະຊ່ວຍຫຼຸດຜ່ອນການນຳເຂົ້ານໍ້າມັນຈາກຕ່າງເທດໄດ້ຫຼາຍພໍສົມຄວນ ໂດຍສະເພາະຈະສາມາດຕອບສະໜອງນ້ຳມັນກວມເຖິງ 60% ຂອງການຊົມໃຊ້ນໍ້າມັນຢູ່ພາຍໃນປະເທດໃນປັດຈຸບັນ 1,3 ລ້ານໂຕນຕໍ່ປີ. 


ທີ່ມາ: ຫນັງສືພິມເສດຖະກິດ-ການຄ້າ 
© ໂຕະນໍ້າຊາ | tonamcha.com     
___________




Powered by Blogger.