Header Ads

ລັດວິສາຫະກິດນໍ້າປະປາຊີ້ແຈ້ງກ່ຽວກັບບັນຫາ ນໍ້າປະປາຂຸ່ນ ບໍ່ໄດ້ຄຸນນະພາບ


ທ່ານ ບຸນເນົາ ຟອງຄຳແດງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໃນໄລຍະຕົ້ນປີ ຫາກາງປີ 2017ນີ້ ໄດ້ມີໂຄງການພັດທະນາເສັ້ນທາງໃຫຍ່, ໄຟຟ້າ ແລະ ອື່ນໆຄວບຄູ່ກັນໄປ ລວມທັງສະພາບດິນຟ້າອາກາດ ເຂົ້າໄລຍະລະດູຝົນປີນີ້ເຮັດໃຫ້ເກີດມີບັນຫາ ນໍ້າຂຸ່ນ ນໍ້າບໍ່ມີຄຸນະພາບ ເຊິ່ງສາເຫດທີ່ເກີດບັນຫານໍ້າຂຸ່ນ ນໍ້າບໍ່ໄດ້ຄຸນນະພາບ ຍ້ອນມີການກໍ່ສ້າງກະທົບໃສ່ລະບົບທໍ່ນໍ້າປະປາ, ການກໍ່ສ້າງຕິດຕັ້ງຕ່າງໆໄດ້ເຮັດໃຫ້ທໍ່ນໍ້າແຕກຫັກ ດິນປົນເປື້ອນສາມາດເຂົ້າໄປໃນທໍ່ນໍ້າໃນຂະນະທີ່ການກວດກາຕິດຕາມ ເຝົ້າລະວັງຂອງເຈົ້າໜ້າທີ່ກ່ຽວຂ້ອງອາດເຮັດບໍ່ທັນການ ລວມທັງການແກ້ໄຂ ກໍຊັກຊ້າແກ່ຍາວ ເຮັດໃຫ້ນໍ້າເປື້ອນຈຳນວນໜຶ່ງຖືກນຳສົ່ງໄປຮອດເຮືອນຂອງປະຊາຊົນອັນເປັນສາເຫດໃຫ້ມີຫາງສຽງຈົ່ມວ່າຂອງປະຊາຊົນ. ເຖິງຢ່າງໃດກໍ່ຕາມ, ພາກສ່ວນທີ່ກ່ຽວຂ້ອງທີ່ມີບົດບາດໜ້າທີ່ໃນການຄຸ້ມຄອງ ແລະ ເຄີຍບໍລິການ, ຜະລິດ ແລະ ສະໜອງນໍ້າຜ່ານມາ ກໍມີປະສົບການພໍສົມຄວນ ຈົນເຊື່ອຖືກັນວ່ານໍ້າປະປາປາກເຊ ກໍ່ສາມາດດື່ມໂດຍກົງໄດ້ ແລະ ບໍ່ໄດ້ປະລະຕໍ່ບົດບາດໜ້າທີ່ດັ່ງກ່າວ ລວມທັງລັດວິສາຫະກິດກ່ຽວຂ້ອງທີ່ເຄີຍໄດ້ຮັບການສະໜັບສະໜູນຈາກແຫຼ່ງທຶນສາກົນ, ບົດຮຽນ, ການຊີ້ນຳ ລວມທັງລະບຽບຫຼັກການຈາກສາຍຕັ້ງກະຊວງກ່ຽວຂ້ອງກໍ່ໄດ້ສຸມໃສ່ ກວດກາຕິດຕາມ ປະສານທັກທວງນຳກັນເປັນປະຈຳໃນໄລຍະທີ່ມີບັນຫານໍ້າປະປາທີ່ມາຈາກປາກຊ່ອງຍັງຂາດຄຸນນະພາບ. 


ພາຍຫຼັງທີ່ມີບັນຫາຫາງສຽງຂອງປະຊາຊົນ ທີ່ໄດ້ໂທເຂົ້າສາຍດ່ວນໃນກອງປະຊຸມສະພາປະຊາຊົນແຂວງ ຈຳປາສັກຊຸດທີ 1 ສະໄໝສາມັນຄັ້ງທີ 3 ກ່ຽວກັບນໍ້າປະປາຂຸ່ນ ບໍ່ໄດ້ຄຸນນະພາບ. ອຳນາດການປົກຄອງແຂວງ ກໍໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດ ລົງກວດກາ ຕິດຕາມຊຸກຍູ້ຕື່ມ ເຫັນວ່າບັນຫາສາເຫດ ຂອງຄຸນນະພາບນໍ້າປະປາຈາກໂຮງງານປາກຊ່ອງມີອັນກ່ຽວຂ້ອງຢູ່ 3 ບັນຫາຄື: ໄລຍະທີ່ນໍ້າປະປາຂຸ່ນແຮງ ຫຼືມີສີແດງ (ສີດິນແດງ) ແມ່ນຍ້ອນທໍ່ນໍ້າໃຫ່ຍຖືກກະທົບແຕກຫັກແກ່ຍາວ ມີດິນປົນເປື້ອນເຂົ້າໄປ ຄ່າຄວາມຂຸ່ນຂອງນໍ້າມີ 55 NTU ເກີນມາຕະຖານ, ນໍ້າປະປາບາງຊ່ວງຍັງຂຸ່ນ ຝືດໜຽວຫຼືມີລົດສົ້ມ ແມ່ນເກີດຈາກລະດັບການປະສົມຄວບຄຸມຕະກອນນໍ້າເຮັດໃຫ້ນໍ້າໃສບາງຊ່ວງບໍ່ທັນເໜາະສົມ (ຄ່າຄຸນນະພາບນໍ້າຢູ່ໃນເກນເປັນກົດ-ເປັນດ່າງ PH 4,1. ແຫຼງນໍ້າດິບທີ່ດູດນໍ້າຈາກຫວ້ຍຈຳປີ ຄາດວ່າມີສານເຄມີປົນເປື້ອນ ພາກສ່ວນກ່ຽວຂ້ອງໄດ້ກວດກາວິໄຈເບິ່ງຄຸນນະພາບນໍ້າແລ້ວ ບໍ່ພົບສານເຄມີໃດໆທີ່ຮ້າຍແຮງເກີນມາດຕະຖານການຜະລິດນໍ້າປະປາ (ຄ່າຄຸນນະພາບນໍ້າຢູ່ໃນເກນມາດຕະຖານໜ້ອຍກວ່າ 5 NTU). 

ໃນໂອກາດນີ້ທ່ານ ຄຳໄໝ ຈັນທາສັກ ຮອງຜູ້ອຳນວຍການລັດວິສາຫະກິດນໍ້າປະປາແຂວງຈຳປາສັກ ໄດ້ໃຫ້ສະພາດພ້ອມທັງຊີ້ແຈ້ງຕໍ່ຫາງສຽງຂອງປະຊາຊົນທີ່ຖືກຜົນກະທົບຕໍ່ການນຳໃຊ້ນໍ້າເຂົ້າໃນຊີວິດປະຈຳວັນ ກ່ຽວກັບນໍ້າປະປາຂຸ່ນ ບໍ່ໄດ້ຄຸນນະພາບ ເປັນຕົ້ນນໍ້າປະປາທີ່ມາຈາກປາກຊ່ອງ ເຊິ່ງແມ່ນປະຊາຊົນເຂດບ້ານຫ້ວຍຍາງຄຳ, ບ້ານກາງ ແລະ ບ້ານໂຊກອຳນວຍ ເມືອງປາກເຊ ແລະ ເຂດອື່ນໆທີ່ຖືກຜົນກະທົບເຊັ່ນດຽວກັນ. ຕໍ່ບັນຫາດັ່ງກ່າວ ທາງລັດວິສາຫະກິດນໍ້າປະປາໄດ້ລົງສົມທົບກັບບໍລິສັດນໍ້າປະປາປາກຊ່ອງ ຢ່າງຮີບດ່ວນ ເພື່ອແກ້ໄຂບັນຫາໃຫ້ທັນກັບສະພາບການ, ລົງຕິດຕາມກວດກາຄຸນນະພາບນ້ຳເປັນປົກກະຕິຕໍ່ເນື່ອງຕະຫຼອດ 24 ຊົ່ວໂມງ. ຕໍ່ບັນຫາທີ່ເກີດຂຶ້ນເນື່ອງຈາກວ່າມີຫຼາຍສາເຫດທີ່ກະທົບໃສ່ກັນເປັນຕົ້ນ: ດິນຟ້າອາກາດບໍ່ອຳນວຍ, ພະນັກງານປະສົບການບໍ່ສູງ ໃນການເຮັດທົດລອງໃຊ້ສານເຄມີ ໃນຂະບວນການຜະລິດນໍ້າປະປາ ເວລາມີຄວາມຂຸ່ນ, ນໍ້າດິບເພີ້ມຂຶ້ນ ບໍ່ສາມາດຮັບມືກັບສະພາບໄດ້, ຍ້ອນມີການຂະຫຍາຍເສັ້ນທາງ ເຮັດໃຫ້ກະທົບໃສ່ທໍ່ສົ່ງນໍ້າ ຈາກໂຮງງານຫຼັກ 33 ຫາເມືອງປາກເຊ, ທໍ່ນ້ຳປະປາແຕກ ເວລາສອ້ມແປງ ສຳເລັດແລ້ວ ບີລັງນໍ້າເປື້ອນ ອອກບໍ່ໝົດ ເຮັດໃຫ້ມີນໍ້າຂຸ່ນໃນກັອກ ເກີດມີຫາງສຽງຈົ່ມວ່າ ຈາກປະຊາຊົນ.

ຕໍ່ບັນຫາດັ່ງກ່າວນີ້ອຳນາດການປົກຄອງແຂວງ, ລັດວິສາຫະກິດນໍ້າປະປາແຂວງ, ພາກສ່ວນທີ່ຂ້ອງໄດ້ສຸມໃສ່ແກ້ໄຂບັນຫານໍ້າຂຸ່ນ ຄຸນນະພາບນໍ້າໂດຍປະສານງານກັບນໍ້າປະປາປາກຊ່ອງ ນຳເອົາວິຊາການ ທີ່ສຳນານງານ ຈາກໂຮງງານຜະລິດນໍ້າປະປາປາກເຊໄປຊ່ວຍແນະນຳວິທີການເຝົ້າລະວັງ, ຄຸນນະພາບນໍ້າ ໃນແຕ່ລະຂັ້ນຕອນ ຂອງໂຮງງານຜະລິດນໍ້າປະປາຫຼັກ 33, ປະສານສົມທົບກັນລ້າງທໍ່ໃນທຸກເຂດ ທີ່ມີນໍ້າຂຸ່ນອອກໃຫ້ໝົດ, ສົມທົບກັນດ້ານເຕັກນິກ ໃນການສ້ອມແປງ ໃຫ້ຮັບປະກັນ ເວລາສ້ອມແປງທໍ່ແລ້ວ ໃຫ້ບີລັງນໍ້າເປື້ອນອອກໝົດ ແລ້ວກວດກາຄຸນນະພາບນໍ້າໄດ້ມາດຖານ ຈິ່ງປ່ອຍໃຫ້ປະຊາຊົນໃຊ້.

ທິດທາງໃນຕໍ່ໜ້ານີ້ ອົງການການຄຸ້ມຄອງກ່ຽວຂ້ອງ,ລັດວິສາຫະກິດນໍ້າປະປາປາກເຊ ຈະໄດ້ສົບທົບນຳກັນຢ່າງໃກ້ຊິດ ເພື່ອສືບຕໍ່ປຶກສາຫາລື ປະສານງານ ແກ້ໄຂດ້ານເຕັກນິກວິຊາການນຳກັນເຊັ່ນ: ປັບປຸງຍົກລະດັບໃນຂັ້ນຕອນຂະບວນການຂອງການຜະລິດນໍ້າ ເຊິ່ງປະກອບມີຫ້ອງທົດລອງນໍ້າກັບທີ່, ປັບປຸງວັດສະດຸ, ບາງຊິ້ນສ່ວນໂຄງສ້າງ ອົງປະກອບຂອງໂຮງງານ, ລວມທັງປັບປຸງວິທີການຄຸ້ມຄອງການຈັດຕັ້ງ,ການບໍລິຫານ,ບໍລິການທຸລະກິດໃຫ້ມີຄວາມສອດຄ່ອງປະສານກັນຮັບປະກັນໃຫ້ປະຊາຊົນໄດ້ນຳໃຊ້ນໍ້າທີ່ປອດໄພ ພ້ອມທັງມີຜົນກຳໄລໃຫ້ທຸກພາກສ່ວນ.


ຂ່າວ-ພາບ: ອໍລະດີ/ໜັງສືພິມຈໍາປາໃໝ່
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.