Header Ads

ເຈົ້າຫນ້າທີ່ ຕມ ດ່ານສາກົນນາເພົ້າ-ຈໍຫລໍ ຈັບຊາວຫວຽດນາມລັກລອບນຳເອົາສັດຫວງຫ້າມໄປຂາຍຢູ່ຫວຽດນາມ!


ໃນວັນທີ 31 ກໍລະກົດ 2017 ຜ່ານມານີ້, ເຈົ້າຫນ້າທີ່ ຕມ ທີ່ດ່ານສາກົນນາເພົ້າ-ຈໍຫລໍ ແຂວງຄຳມວ່ນໄດ້ຈັບຊາວຫວຽດນາມ ໃນຂະນະທີ່ກຳລັງຈະລັກລອບຂົນສັດປ່າຫວງຫ້າມອອກນອກປະເທດ.




ໂດຍຜູ້ກະທໍາຜິດດັ່ງກ່າວສາລະພາບຕໍ່ເຈົ້າຫນ້າທີ່ຕໍາຫລວດວ່າຂອງກາງທັງຫມົດຄືຊື້ສັດນໍ້າ-ສັດປ່າແມ່ນຂອງພວກຕົນເອງແທ້ ເຊິ່ງຕ້ອງການເອົາອອກນອກປະເທດເພື່ອໄປຂາຍ ເຊິ່ວຜູ້ກະທຳຜິດແມ່ນນຳໃຊ້ລົດກະບະສ່ວນຕົວ ທະບຽນ 73C 03682 ເພື່ອເປັນພາຫະນະມໃນການລັກລອບຂົນສັດປ່າຫວງຫ້າມໄປຂາຍຢູ່ຫວຽດນາມ. 




ແຫລ່ງຂ່າວ: ແຂວງຄໍາມ່ວນ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.