Header Ads

ແຂວງໄຊຍະບູລີ ອະນຸຍາດໃຫ້ 5 ບໍລິສັດຈີນ ເກັບກູ້ຜົນຜະລິດກ້ວຍ 2 ປີ ຈຶ່ງຢຸດເຊົາ



ເຈົ້າ​ແຂວງໄຊ​ຍະ​ບູລີ ​ໄດ້​ເຫັນ​ດີ​ອະນຸຍາດ​ໃຫ້ 5 ບໍລິສັດ​ຂອງສປ ຈີນ ສືບຕໍ່​ເກັບ​ກູ້​ຜົນ​ຜະລິດ​ກ້ວຍ​ຫອມ ຢູ່ເມືອງໄຊຍະ ແລະ ເມືອງພຽງ ໃນເນື້ອທີ່ທັງໝົດ 642 ເຮັກຕາ ​ຕື່ມ​ອີກ 2 ປີ ຫລື ຮອດ​ 2019 ຈຶ່ງ​ໃຫ້​ຢຸດ​ເຊົາ​ຢ່າງ​ຖາວອນ, ​ເນື່ອງ​ຈາກ​ມີ​ການ​ຮ້ອງ​ຂໍ​ ຈາກ​ຜູ້​ປະກອບ​ການ ວ່າ​ມີ​ການ​ລົງທຶນ​ ໃນ​ໂຄງການ​ນີ້​ຈຳນວນ​ຫລາຍ ​ແລະ ບໍ່ທັນ​ສາມາດ​ເກັບ​ຄືນ​ໄດ້. ຢ່າງ​ໃດ​ກໍ​ຕາມ ທັງ​ 5 ບໍລິສັດ ຈະ​ຕ້ອງ​ປະຕິບັດທຸກ​ເງື່ອນ​ໄຂ​ ທີ່​ພາກ​ລັດ​ວາງ​ອອກ ກໍ​ຄື ຮັບປະກັນການຄຸ້ມຄອງສີ່ງເເວດລ້ອມ ໃຫ້​ຖືກຕ້ອງ​ຕາມ​ຫລັກການ​ຢ່າງ​ເຄັ່ງ​ຂັດ ​ແລະ ຫ້າມ​ຂະຫຍາຍ​ເນື້ອ​ທີ່​ປູກ​ກ້ວຍ​ອີກ​ຢ່າງ​ເດັດຂາດ.

ທ່ານ ສົມຈິດ ຈັນທະວົງ ຫົວໜ້າພະເເນກຊັບພະຍາກອນທຳມະຊາດ ແລະ ສິ່ງເເວດລ້ອມ ​ແຂວງ​ໄຊ​ຍະ​ບູລີ ​ໄດ້ຊີ້ເເຈງ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນເເຂວງ​ ໃນວັນທີ 18 ກໍລະກົດ ນີ້ ວ່າ: ​ ຕາມບົດບັນທຶກຕົກລົງກັນ ​ແມ່ນໃຫ້ທັງ 5 ບໍລິສັດ​ ຢຸດ​ເຊົາ ​ແລະ ທຳລາຍຕົ້ນ ກ້ວຍຖິ້ມ ໃນເດືອນມິຖຸນາ 2017 ນີ້ ​ເພາະ​ໄລຍະ 2 ປີ​ຜ່ານ​ມາ ມີບາງບໍລິສັດ ບໍ່ສາມາດປະຕິບັດ ຕາມເງື່ອນໄຂສັນຍາ ເຊັ່ນ: ການນຳເຂົ້າ ເເລະ ນຳໃຊ້ເເຮງງານບໍ່ຖືກຕ້ອງຕາມລະບຽບຫລັກການ, ການນຳເຂົ້າ ເເລະ ການນຳໃຊ້ສານເຄມີບໍ່ຖືກຕ້ອງ, ການສ້າງແຜນປ້ອງກັນດ້ານສິ່ງແວດລ້ອມ ບໍ່ທັນດີ ​​ເປັນ​ຕົ້ນ ການ​ຖິ້ມຖົງຢາງ, ເເຜ່ນໂຟມ, ເປົາຝຸ່ນພາຊະນະບັນຈຸສານເຄມີ, ລວມທັງເຄືອກ້ວຍ,   ໝາກກ້ວຍ​ແບບ​ຊະຊາຍ ໄດ້ສົ່ງກິ່ນເໝັນ,  ນ້ຳເປື້ອນ, ການນຳເຂົ້າເເຮງງານບໍ່ຈະເເຈ້ງ ໃນການປູກກ້ວຍ ກໍປູກໃສ່ເຂດສະຫງວນເເຄມນ້ຳ​ ເຊິ່ງທັງໝົດໄດ້ເຮັດໃຫ້ປະຊາຊົນ ໃນບໍລິ​ເວນໃກ້ຄຽງ​ໄດ້​ຮັບ​ຜົນ​ກະທົບ ​ແລະ ມີສຽງວິພາກວິຈານ. ​


ໂດຍມີເຫດຜົນວ່າ ບໍລິສັດ ໄດ້ລົງທຶນອັນມະຫາສານໄປແລ້ວ ໄດ້ເເກ່ການກໍ່ສ້າງທາງ, ໄຟ ຟ້າ ແລະ ອື່ນໆ, ນັບ​ທັງການເກັບກູ້ຜົນຜະລິດພຽງເເຕ່ 2-3 ຮອບເທົ່ານັ້ນ ບໍ່ສາມາດທົດແທນການ ລົງທຶນຜ່ານມາໄດ້. ອີກເຫດຜົນ​ໜຶ່ງເຫັນວ່າ ຫລາຍບໍລິສັດ ໄດ້ປະກອບສ່ວນ ເຂົ້າໃນພັນທະເຂົ້າ ໃນການທະນາພື້ນຖານໂຄງລາງ ເຊັ່ນ: ການສ້າງທາງ, ສ້າງຂົວ, ໄຟຟ້າອື່ນໆ ອີກຈໍານວນໜຶ່ງ.

ດັ່ງນັ້ນບໍລິສັດ ຜູ້ປູກກ້ວຍທັງໝົດ ຈຶ່ງໄດ້ສະເໜີ ​ໃຫ້ເເຂວງຄົ້ນຄວ້າພິຈາລະນາຄືນໃໝ່ ​ເພື່ອໃຫ້ບໍລິສັດ ໄດ້ສືບຕໍ່ເກັບກູ້ຜົນຜະລິດໄປອີກຕື່ມ 2 ປີ, ໂດຍຈະ​ບໍ່ມີການຂະຫຍາຍສວນກ້ວຍອອກຕື່ມ ພ້ອມທັງ ຮັບເງື່ອນໄຂຕ່າງໆ ທີ່ທາງເເຂວງກຳນົດເຊັ່ນ: ການປະກອບພັນທະຕ່າງໆ, ການຄຸ້ມຄອງສິ່ງເເວດລ້ອມ, ການນຳໃຊ້ຝຸ່ນປຸຍສານເຄມີ, ການບຳບັດນ້ຳເສຍ, ການອານຸຍາດ ເເລະ ການຄຸ້ມຄອງເເຮງງານ, ລວມທັງການກວດສຸຂະພາບກໍາມະກອນ ໃຫ້ຖືກຕ້ອງ ຕາມບົດບັນທຶກທີ່ໄດ້ເຊັນກັນໄວ້.

ສຳລັບ​ມາດ​ຕະການສຳຄັນ ​ຄຸ້ມຄອງສີ່ງເເວດລ້ອມຂອງ​ແຂວງ​ ຮອດປີ 2019 ບໍລິສັດ ຕ້ອງສ້າງຂຸມຖິ້ມສິ່ງເສດເຫລືອ ຕາມເຕັກນິກວິຊາການ, ສ້າງຂຸມ ຫລື ໜອງບຳບັດນ້ຳເສຍ ໃນພື້ນທີ່ປູກກ້ວຍ ແລະ ຂຸດຮ່ອງກັນນ້ຳເສຍຕາມເຂດຊຸມຊົນເພື່ອ ປ້ອງກັນສານເຄມີທີ່ຈະໄຫລລົງສູ່ເເມ່ນ້ຳໂດຍກົງ, ຕ້ອງສ້າງເຂດສະຫງວນເເຄມນ້ຳ ນັບເເຕ່ເເຄມນ້ຳຂຶ້ນໄປ ຫາສວນກ້ວຍຢ່າງນ້ອຍ 50-100 ເເມັດ, ການນຳໃຊ້ຝຸ່ນສານເຄມີຕ່າງໆ ແມ່ນໃຫ້ຢູ່ໃນບັນຊີ ແລະ ໄດ້ຮັບອະນຸຍາດຈາກພະເເນກກະສິກຳ ແລະ ປ່າໄມ້ເເຂວງ, ພ້ອມດ້ວຍວິທີການປ້ອງກັນຕ່າງໆ ໃຫ້ກຳມະກອນ, ສິ່ງ​ສຳຄັນ ບໍລິສັດ ຕ້ອງອຳນວຍຄວາມສະດວກ ໃຫ້ວິຊາການກວດກາຄຸນນະພາບ ຂອງນ້ຳທຸກໆເດືອນ, ໃຫ້ກຳມະກອນໄດ້ກວດສຸຂະພາບ, ພະນັກງານວິຊາການ ທີ່ຕິດພັນກັບການປູກກ້ວຍທຸກໆ 6 ເດືອນ ເເລະ ບ້ານອ້ອມຂ້າງ.

ຂ່າວ: ບຸນທີ/ສໍານັກຂ່າວສານປະເທດລາວ 

© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.