Header Ads

ອີງໃສ່ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 53/ນຍ, ລົງວັນທີ 13 ກໍລະກົດ 2017 ລັດຖະບານ ເລັ່ງເຂົ້າແກ້ໄຂການລັກລອບສົ່ງໄມ້ອອກຜິດກົດໝາຍ ຢູ່ດ່ານສາກົນບໍ່ເຕັນ


ອີງໃສ່ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 53/ນຍ, ລົງວັນທີ 13 ກໍລະກົດ 2017  ລັດຖະບານ ເລັ່ງເຂົ້າແກ້ໄຂການລັກລອບສົ່ງໄມ້ອອກຜິດກົດໝາຍ ຢູ່ດ່ານສາກົນບໍ່ເຕັນ



ຄືດັ່ງທີ່ໄດ້ອອກຂ່າວໄປແລ້ວ, ປະຕິບັດຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 53/ນຍ, ລົງວັນທີ 13 ກໍລະກົດ 2017 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ເພື່ອແກ້ໄຂການລັກລອບສົ່ງໄມ້ອອກທີ່ຜິດກົດໝາຍ ຢູ່ດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ.



 ສະນັ້ນ, ນັບແຕ່ວັນທີ 17 ຫາ ວັນທີ 24 ກໍລະກົດ 2017 ນີ້, ຄະນະສະເພາະກິດຂອງລັດຖະບານ ຊຶ່ງນໍາໂດຍ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອແກ້ໄຂການລັກລອບສົ່ງອອກໄມ້ທີ່ຜິດກົດໝາຍ ຢູ່ທີ່ດ່ານສາກົນບໍ່ເຕ່ນໄດ້ເຮັດວຽກຮ່ວມກັບອໍານາດການປົກຄອງ ແລະ ຄະນະສະເພາະກິດຂອງແຂວງຫຼວງນໍ້າທາ ເພື່ອພິຈາລະນາແກ້ໄຂ ການລັກລອບສົ່ງໄມ້ອອກຜິດກົດໝາຍ ທີ່ເຈົ້າໜ້າທີ່ ຢຶດໄດ້ ຄັ້ງວັນທີ 16 ມິຖຸນາ 2017 ຢູ່ດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ.



ຜ່ານການເຮັດວຽກຮ່ວມກັນ, ຄະນະສະເພາະກິດທັງສອງ ໄດ້ເປັນເອກະພາບກັນ ຄື: ຕ້ອງດໍາເນີນການແກ້ໄຂ ການລັກລອບສົ່ງອອກໄມ້ດັ່ງກ່າວ ຕາມກົດໝາຍຢ່າງເຂັ້ມງວດ ໂດຍມອບໃຫ້ຄະນະສະເພາະກິດຂອງແຂວງຫຼວງນໍ້າທາເປັນໃຈກາງ, ເຈົ້າການໃນການປະສານສົມທົບ ການດໍາເນີນການສືບສວນສອບສວນ ບັນດາເປົ້າໝາຍທີ່ເຂົ້າຮ່ວມ ຫຼື ກ່ຽວຂ້ອງກັບການລັກລອບສົ່ງອອກໄມ້ຜິດກົດໝາຍ.



 ພ້ອມດຽວກັນນີ້, ຄະນະໄດ້ລົງກວດກາຕົວຈິງ ຈໍານວນລົດຂົນສົ່ງ 08 ຄັນ ແລະ ໄມ້ທີ່ຖືກຢຶດ, ກວດກາສະຖານທີ່ດ່ານພາສີ, ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໃນເຂດດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ. ຄາດຄະເນວ່າ: ຄະນະສະເພາະກິດ ຍັງຈະຕ້ອງໃຊ້ເວລາຫຼາຍສົມຄວນຕື່ມ ຈຶ່ງຈະສາມາດແກ້ໄຂການລັກລອບສົ່ງອອກໄມ້ດັ່ງກ່າວນີ້.

ແຫຼ່ງຂ່າວ: ກົມປະຊາສຳພັນ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.