Header Ads

ທ່ານ ຮອງນາຍົກ ເນັ້ນໃຫ້ພັດທະນາຕະຫຼາດທຶນຫຼາຍຂຶ້ນກວ່າເກົ່າ



ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ ຄັ້ງທີ II (ຄຄຊ) ປະຈໍາປີ 2017 ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 21ກໍລະກົດ 2017ເຊິ່ງໄດ້ດໍາເນີນມາເປັນເວລາເຄິ່ງວັນທີ່ທະນາຄານແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ, ພ້ອມນີ້ກໍມີຮອງປະທານ, ບັນດາກໍາມະການ ຄຄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເຊິ່ງກອງປະຊຸມໃນເທື່ອ ຍັງໃຫ້ສືບຕໍ່ພັດທະນາຕະຫຼາດທຶນໃຫ້ກາຍເປັນເຄື່ອງມືດ້ານການເງິນ ເພື່ອຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ.



ກອງປະຊຸມຄຄຊ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຂອງບໍລິສັດຈົດທະບຽນກ່ຽວກັບຜົນດີ ແລະຂໍ້ຫຍຸ້ງຍາກໃນການເປັນບໍລິສັດຈົດທະບຽນທີ່ສະເໜີ ໂດຍບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ; ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມຄຄຊຄັ້ງທີ I ປະຈໍາປີ 2017ແລະລາຍງານຄວາມຄືບໜ້າການກະກຽມອອກຈໍາໜ່າຍຮຸ້ນກູ້ຂອງບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ, ລາຍງານການອອກຈໍາໜ່າຍຫຼັກຊັບ ແລະການກະກຽມອອກຈໍາໜ່າຍ ຫຼັກຊັບ ຢູ່ຕະຫຼາດຫຼັກຊັບລາວຂອງ 7 ບໍລິສັດ, ລາຍງານຄວາມຄືບໜ້າການສ້າງບັນຊີລາຍຊື່ເປົ້າໝາຍບໍລິສັດຈົດທະບຽນ ແລະລາຍງານບັນຫາອື່ນໆ ແລະທິດທາງແຜນການກະກຽມສະໝັກເຂົ້າເປັນສະມາຊິກຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ (IOSCO) ທີ່ສະເໜີໂດຍທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສໍານັກງານ ຄຄຊ; ລາຍງານສະພາບການຊື້-ຂາຍຮຸ້ນ ປະ ຈໍາ 6 ເດືອນຕົ້ນປີ 2017ຂອງຕະຫຼາດຫຼັກຊັບລາວສະເໜີໂດຍທ່ານ ວັນຄໍາ ວໍຣະວົງຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ.



ທ່ານຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຄຸ້ມຄອງຫຼັກຊັບໄດ້ຊີ້ນໍາ ແລະເນັ້ນໜັກວ່າ: ວຽກງານຕະຫຼາດທຶນ ເປັນວຽກໜຶ່ງທີ່ສໍາຄັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວໃຫ້ມີຄວາມໝັ້ນທ່ຽງ ແລະມີສະຖຽນລະພາບໄປຄຽງຄູ່ກັບຕະຫຼາດເງິນ, ດັ່ງນັ້ນ ເພື່ອພັດທະນາຕະຫຼາດທຶນໃຫ້ກາຍເປັນເຄື່ອງມືດ້ານການເງິນ ເພື່ອຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດຂອງປະເທດໃຫ້ບັນລຸຄາດໝາຍທີ່ວາງໄວ້ ພວກເຮົາຕ້ອງສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບໃຫ້ໜັກແໜ້ນ ເຂັ້ມແຂງ ກ່ວາເກົ່າ, ພາຍຫຼັງສໍາເລັດກອງປະຊຸມນີ້ແລ້ວໃຫ້ຮີບຮ້ອນປະສານສົມທົບ ແລະຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວເປັນໜ້າວຽກລະອຽດ, ເປັນຮູບປະທໍາ, ເປັນເຈົ້າການ ແລະຕ້ອງຕິດຕາມ ກວດກາ ແລະສະຫຼຸບ.



ທີ່ມາຂ່າວເສດຖະກິດ-ການຄ້າ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.