ອຸໂມງແຫ່ງໜັງສືທີ່ໃຫຍ່ທີ່ສຸດໃນໂລກທີ່ ສປ ຈີນ
ນີ້ແມ່ນຮ້ານໜັງສື  Zhongshuge ທີ່ຖືວ່າຮ້ານໜັງສືທີ່ໃຫຍ່ ແລະ ເປັນສະຖານທີ່ທີ່ໄດ້ຮັບຄວາມນີຍົມທີ່ສຸດສໍາລັບໜອນໜັງສື ໂດຍຮ້ານດັ່ງກ່າວຢູ່ໃນເຄືອບໍລິສັດຂາຍໜັງສືຍັກໃຫຍ່.  ສໍາລັບຮ້ານໜັງສືແຫ່ງນີ້ແມ່ນປະກອບດ້ວວຮ້ານກາເຟ,ມູມອ່ານໜັງສື, ແລະ ຫໍສະໝຸດທີ່ມີໜັງສືຈັດວາງໃນຮູບແບບອຸໂມງ ເຊິ່ງການອອກແບບນີ້ແມ່ນເປັນຂອງຜົນງານບໍລິສັດ  Shanghai studio XL-Muse Architects  ໂດຍໄດ້ແຮງບັນໃຈມາຈາກອຸໂມງນໍ້າ ແລະ ຂົວຫິນທີ່ເມືອງຫາງໂຈ ບວກກັບກາວິຊື່ດັ່ງຂອງຈີນ ໃນນາມ Li Bai ນໍາອີກ ຈົນກາຍເປັນຜົນງານການອອກແບບຊັ້ນເລີດ.
ທີ່ມາ:  
© ໂຕະນໍ້າຊາ | tonamcha.com    
___________











Post a Comment