Header Ads

ຈົບການແຂ່ງຂັນ ແຂ່ງ 6 ຮອບ ສາມາດເອົາຊະນະໄດ້ 5 ຮອບ ເສຍ 1 ຮອບ ເກັບໄດ້ 516 ຢູ່ ອັນດັບທີ 28ຈາກທັງຫມົດ 165 ປະເທດ


ສຳລັບຜົນການແຂ່ງຂັນມື້ທີຫນື່ງຖືວ່າເຮັດໄດ້ຕາມແຜນທີ່ວາງອອກມາທຸກຢ່າງລວມທັງແກ້ໄຂ້ບັນຫາໄດ້ທັນເວລາແລະນີ້ກໍ່ມາເຖີງຮອບທີ່ແຂງຂື້ນເຊີ່ງເລີ່ມຈາກວານນີ້  ເຊິ່ງມີລາຍລະອຽດລຸ່ມນີ້: 




ຮອບທີສີ່
ສຳລັບຮອບນີ້ແມ່ນໄດ້ປັບປຸງຈຸດທີ່ເສຍຫາຍໃຫ້ດີຂື້ນ ແລະໄດ້ວາງແຜນ ການຫລີ້ນ ໄວ້ຢ່າງຮອບຄອບ ແລະໄດ້ລົງທຳການແຂ່ງຂັນ ເຊີ່ງຮອບນີ້ຖືວ່າໂຫດພໍສົມຄວນ ແຕ່ເຮົາໄດ້ເຮັດຕາມແຜນທີ່ໄດ້ວາງມາ ໄດ້ດີ ດັ່ງນັ້ນຜົນອອກມາກໍ່ໄດ້ຮັບຜົນ ເຮົາສາມາດເອົາຊະນະຕົວແທນຈາດປະເທດ ລິບຍາ,ມາລາວີ ແລະ ເບວຢ້ຽມ ໄປໄດ້

ຮອບທີ່ຫ້າ
ເຊີງຮອບນີ້ເປັນຮອບທີພວກເຮົາມີເວລາພັກຈາກຮອບທີສີ່ພຽງແຕ່10ນາທີເຊີ່ງມັນບໍ່ພຽງພໍເຮັດໃຫ້ເຮົາແກ້ໄຂບັນຫາທີເກີດຂື້ນເພາະວ່າເວລາມັນສັ້ນເກີນໄປ ຫລັງຈາກນັ້ນເຮົາກໍ່ໄດ້ລົງແຂ່ງຂັນ ໃນເວລາທີແຂ່ງຊ່ວງທຳອິດທີມ Champamaker ເຮັດຄະແນນອອກນຳຄູ່ແຂ່ງໄປຫນ້ອຍຫນື່ງແລະແລ້ວບັນຫາທີຄາດຄິດແລະບໍ່ຢາກໃຫ້ເກີດກໍ່ເກີດຂື້ນ ຫຸ່ນຂອງເຮົາບໍ່ສາມາເກັບຄະແນນໄດ້ເນື່ອງຈາກສາຍຜານທີ່ໃຊ້ໄວ້ດືງຫມາກບານຂື້ນເກີດລຸດຕອນແຂງ ແລະ ກໍ່ພາຍາຍາມຫາວິທີອື່ນໃນການເກັບຄະແນນ ແຕ່ວ່າເຮັດອອກນອກແຜນ ແລະແລ້ວ ພວກເຮົາ ກໍ່ບໍ່ສາມາດຜ່ານມັນໄປໄດ້ ເຮົາກໍ່ເສຍໃຫ້ກັບຕົວແທນຈາກປະເທດ ມາລີ,ເນປານແລະຮ່ອງກົງ

ຮອບທີຫົກ 
ຫລັງຈາກທີເສຍມາກໍ່ເຮັດໃຫ້ນັກສືກສາຕົກໃຈແລະຫມົດກຳລັງໃຈໄປຕາມໆກັນ ແຕ່ວ່າທາງລາວທີເປັນທີມງານຊ່ວຍເຫລືອທຸກຢ່າງກ່ອນຈະມານີ້ເພີ່ນກໍ່ໄດ້ໂທຫາແຊັດຫາເພືອໃຫ້ກຳລັງໃຈ ແລະ ປຸກໃຈ ໃຫ້ມີພະລັງຂື້ນມາອີກ ຄັ້ງ ຫລັງຈາກນັ້ນ ອາຈານຜູ່ນຳພາແລະນັກສືກສາກໍ່ເລີ່ມມີກຳລັງໃຈແລະກໍ່ເລີ່ມແກ້ໄຂຫຸ່ນຍົນທີເສຍຫາຍໄປໃຫ້ກັບຢູ່ໃນສະພາບພ້ອມແຂ່ງອີກຄັ້ງ ແລະ ຍັງໄດ້ຊອກຫາບັນຫາທີເຮັດໃຫ້ສາຍພານລຸດ ຫລັງຈາກຫຸ່ນພ້ອມແລ້ວກໍ່ເລີ່ມວາງແຜນການຫລີ້ນຢ່າງຮອບຄອບ ກ່ອນລົງແຂ່ງ ອາຈານກະໄດ້ບອກກັບທຸກຄົນວ່າ "ໃຫ້ແຕ່ລະຄົນຖີ້ນຄວາມຜິດຫວັງ ຖີ້ມຄວາມສົມຫວັງແລະຕັ້ງໃຈໃສ່ນັດນີ້ຫ້ເຕັມທີ ເພາະ ທີມເຮົາທີຢູ່ລາວຖ້າເບີ່ງພວກເຮົາຢູ່ ມ່ວນກັບມັນ ເຮັດຕາມແຜນຂ້ອຍຊິໄປຢືນເບີ່ງຈຸເຈົ້າຢູ່ຂ້າງເທີງ " ຫລັງຈາກໄດ້ຮັບກຳລັງໃຈຈາກທີມງານຈາກລາວແລ້ວທຸກຄົນກໍ່ລືມຄວາມຜິດຫວັງໄປ ແລະມີສະມາທິໃນເກມ ເຊີງເກມນີ້ເຮົາພົບກັບທີມທີໂຫດຫລາຍ ແຕ່ເຮົາກໍ່ຍັງຢືດຫມັ້ນຕາມເຄີຍຄືເຮັດຕາມແຜນ ເລີ່ມເກມ ເປັນຜ່າຍ ຄູ່ແຂ່ງທີເຮັດອອກນຳໄປກ່ອນ ແລະເຮົາກໍ່ເຮັດຄະແນນຕາມມາຕິດໆ ຜ່ານໄປ 1ນາທີ ທີມຄູ່ແຂ່ງເກີດມີອາການບໍ່ສາມາດເຮັດຄະແນນໄດ້ ໂຊກເຂົ້າຂ້າງທີມ Champamaker ເຮົາເລີຍເກັບຄະແນນນຳຫ່າງຄູ່ແຂ່ງໄປໄດ້ຫລາຍພໍສົມຄວນ ຫລັງຈາກສຽງຫມົດເວລາດັງຂື້ນຈົບເກມທີມ Champamaker ເປັນຝ່າຍຊະນະ ແລະທີມທີເຮົາຊະນະນັ້ນເປັນທີອ້າຍນ້ອງພວກເຮົາເອງ ຄືທີມ ຫວຽດນາມ,ເນປານ ແລະ ໂດມີນີກັນ. 


ພວກເຮົາຕ້ອງຂອບໃຈທຸກຄົນທີສົ່ງກຳລັງໃຈມາໃຫ້ພວກເຮົາ ພວກເຮົາເຮັດເຕັມທີແລ້ວສຸດຄວາມສາມາດແລ້ວ ແລະ ກໍ່ຂໍໂທດທີບໍ່ສາມາດຄວ້າລາງວັນໄປຝາກພີ່ນ້ອງຊາວລາວ


ຂອບໃຈ ທີມ Champamaker ທີຢູ່ລາວ ຂອບໃຈອາຈານທຸກທ່ານຈາກພາກວິຊາວິສະວະກຳຄອມພີວເຕີແລະເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ຊ່ວຍສະຫນັບສະຫນູນ ທຸກເລື່ອງໃຫ້ກັບທີມເຮົາ. 


ທີ່ມາ: Champa Maker Club   
© ໂຕະນໍ້າຊາ | tonamcha.com     


___________


Powered by Blogger.