Header Ads

ເຈົ້າຫນ້າທີ່ແຂວງເຊກອງ ລົງກວດກາສິນຄ້າປອມ


ວັນທີ 17 ກໍລະກົດ 2017 ຜ່ານມານີ້ ທ່ານ ນົງວິຊຽນ ສຸວັນນາ ຫົວໜ້າຂະແໜງຊັບສິນທາງປັນຍາມາດຖານ ແລະ ການວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງເຊກອງສົມທົບຂະແໜງ ການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງລະມາມ ໄດ້ລົງກວດກາສິນຄ້າລອກລຽນແບບເຄື່ອງໝາຍການຄ້າ ໂດຍສະເພາະແມ່ນແປ້ງນົວກາຈອງ  “ RACHA CHOOROS ” ປອມ.

ໂດຍຈຸດປະສົງໃນການລົງກວດຄັ້ງນີ້ ກໍເພື່ອເປັນການສະກັດກັ້ນການຜະລິດ ແລະ ການຈຳໜ່າຍສິນຄ້າ ແປ້ງນົວກາຈອງ  “ RACHA CHOOROS ” ປອມ ທີ່ມີຈຳໜ່າຍຕາມທ້ອງຕະຫຼາດໃນເທສະບານແຂວງ-ເມືອງ ຊຶ່ງສິນຄ້າດັ່ງກ່າວໄດ້ສົ່ງຜົນສະທ້ອນຫຼາຍຕໍ່ສັງຄົມ ແລະ ຍັງເປັນການຂັດກັບລະບຽບກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍຊັບສິນທາງປັນຍາ.ພ້ອມນີ້ ກໍເພື່ອສະກັດກັ້ນການລະເມີດລະບຽບກົດໝາຍກ່ຽວກັບການຄຸ້ມຄອງການຄ້າ, ແນໃສ່ສົ່ງເສີມ ແລະ ປົກປ້ອງຫົວໜ່ວຍທຸລະກິດການຄ້າ ທີ່ເຄື່ອນໄຫວຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ, ທັງເປັນການປະກອບສ່ວນເຂົ້າໃນການຄຸ້ມຄອງສິນຄ້າ ແລະ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນຜູ້ຊົມໃຊ້. ເປົ້າໝາຍ ແລະ ສະຖານທີ່ລົງກວດກາໃນຄັ້ງນີ້ ແມ່ນຮ້ານຂາຍເຄື່ອງຂາຍຍົກ-ຂາຍຍ່ອຍພາຍໃນຕະຫຼາດເທສະບານແຂວງເຊກອງ ຊຶ່ງຜ່ານການກວດກາຕົວຈິງແລ້ວ ແມ່ນບໍ່ພົບ.

ຂ່າວ-ພາບ : ສັນຍາ ແກ້ວໄຊຍະວົງ/ຂ່າວ: ແຂວງເຊກອງ 
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.