Header Ads

ເຈົ້າໜ້າທີ່ຕໍາຫຼວດໄທ ກັກຕົວນັກດົນຕຣີລາວ ພ້ອມຢາບ້າ 2 ແສນເມັດທີ່ດ່ານໜອງຄາຍ ຂົວມິດຕະພາບໄທ-ລາວ ແຫ່ງທີ 1



ອິງຕາມການລາຍງານຂ່າວຂອງສໍານັກຂ່າວ TNews ປະເທດໄທ ວ່າ: ໃນວັນທີ 17 ກໍລະກົດ 2017 ຜ່ານມານີ້ ເວລາ 12:00 ໂມງ ທາງເຈົ້າໜ້າທີ່ຕໍາຫຼວດດ່ານໜອງຄາຍ ຂົວມິດຕະພາບໄທ-ລາວ ແຫ່ງທີ 1 ໄດ້ຈັບກຸມຜູ້ຖືກຫາຄົນລາວ ພ້ອມຢາເສບຕິດ 2 ແສນເມັດ ໂດຍນໍາໃຊ້ລົດກະບະວີໂກ້ ໝາຍເລກທະບຽນ ກບ 0345 ຂົນສົ່ງຊຸກເຊື່ອງຢາເສບຕິດໄວ້. ຜູ້ຖືກຫາຊື່ ທ້າວ ວັນພອນ ແສງວິໄລ ອາຍຸ 32 ປີ ບ້ານ ສີວິໄລ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ອາຊີບນັກດົນຕຣີ (ມືກອງ). 


ຈາກການສອບສວນ ທ້າວ ວັນພອນ ໄດ້ຮັບສາລະພາບວ່າ: ຕົນເອງໄດ້ຖືກຈ້າງມາຈາກ ທ້າວ ທອມ ຊົນເຜົ່າມົ້ງ ຢູ່ບ້ານ ຫຼັກ52 ເມືອງ ໂພນໂຮງ ແຂວງ ວຽງຈັນ ໂດຍໄດ້ຄ່າຈ້າງ 50,000 ບາດ ເພື່ອເອົາຢາເສບຕິດໄປສົ່ງກັບຜູ້ຄ້າຢາ ທີ່ແຂວງ ອຸດອນທານີ ແລະໄດ້ຮັບຄ່າເດີນທາງລ່ວງໜ້າມາກ່ອນ 2000 ບາດ ແຕ່ກໍໄດ້ຖືກເຈົ້າໜ້າທີ່ກັກຕົວເສຍກ່ອນ.




ເຈົ້າໜ້າທີ່ໄທໄດ້ຖະແຫຼງໃຫ້ຮູ້ວ່າ ເປັນການຈັບ ແລະຍຶດຢາເສບຕິດຈໍານວນຫຼວງຫຼາຍໃນຮອບຫຼາຍປີ ລວມມູນຄ່າຢາເສບຕິດທັງໝົດເກືອບ 60 ລ້ານບາດ ຖືວ່າເປັນຂະບວນການຄ້າຂາຍຢາເສບຕິດທີ່ໃຫຍ່ ແລະທາງຜູ້ຖືກຫາກໍບໍ່ສະແດງພຶດຕິກໍາໜ້າສົງໄສແຕ່ຢ່າງໃດ ໂດຍອາໄສຊ່ວງຕອນເຊົ້າຂອງວັນຈັນຜ່ານມາ ຊ່ວງທີ່ເຈົ້າໜ້າທີ່ຍັງບໍ່ທັນໄດ້ຕັ້ງດ່ານກວດ ແຕ່ກໍໜີບໍ່ພົ້ນເຈົ້າໜ້າທີ່ຂອງພາກສ່ວນລັດ.  








ທີ່ມາ: tnews.co.th (vis khosana page) 
© ໂຕະນໍ້າຊາ | tonamcha.com    

___________



Powered by Blogger.