Header Ads

ຫ້ອງວ່າການປົກຄອງນະຄອນຫລວງ ຖະແຫລງຂ່າວ ເຫດໄຟໄໜ້ ຕະຫຼາດຊັ່ງຈຽງ



ວັນທີ 18 ກໍລະກົດ 2017 ທີ່ ຫ້ອງວ່າການປົກຄອງນະຄອນຫລວງ ພິທີຖະແຫລງຂ່າວ ເຫດໄຟໄໜ້ ສູນການຄ້າສາກົນ ຊັ່ງຈຽງ ທີ່ນະຄອນຫຼວງວຽງຈັນ. ສູນການສູນການຄ້າສາກົນ ຊັ່ງຈຽງ ແມ່ນໄດ້ຮັບສໍາປະທານທີ່ດິນຈາກກະຊວງປ້ອງກັນປະເທດເປັນໄດ້ໄລຍະ 50 ປີໃນເນື້ອທີ່ດິນ 17 ເຮັດຕາ ໂດຍການໄດ້ຮັບອະນຸຍາດໃນການລົງທຶນຈາກກະຊວງແຜນການ ແລະ ການລົງທຶນໃນປີ 2006  ແລະ ໄດ້ຮັບອະນຸຍາດດໍາເນີນທຸລະກິດຈາກກະຊວງອຸດສະຫະກຳ ແລະ ການຄ້າໃນປີ 2009. 


ສໍາລັບເນື້ອທີ່ຕະຫຼາດຊັ່ງຈຽງທີ່ຖືກໄພໄໝ້ໃນວັນທີ່ 14/07/2017 ຜ່ານມານີ້ແມ່ນມີ 5600 ຕາແມັດລວມມີ 430 ຫ້ອງ ຫຼຶ ເທົ່າກັບ 168 ຫົວໜ່ວຍໃນນັ້ນປະກອບມີ 54 ຫົວໜ່ວຍເປັນຄົນລາວ, 2 ຫົວໜ່ວຍເປັນຄົນຫວຽດ, 1 ຫົວໜ່ວຍແມ່ນຄົນໄທ ແລະ ສ່ວນທີ່ເຫຼືອ 111 ຫົວໜ່ວຍແມ່ນເປັນຊາວຈີນ.   







ທີ່ມາ: Kidork Channel/ຂປລ 
© ໂຕະນໍ້າຊາ | tonamcha.com   
___________


Powered by Blogger.