Header Ads

ໄຟໄໝ້ເຮືອນປະຊາຊົນທີ່ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ


ໃນວັນທີ 17/7/2017 ເກີດເຫດໄຟໄໝ້ທີ່ບ້ານຫ້ວຍຫົງຮ່ອມ11:10 ນາທີ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເຊິ່ງເຫດເກີດເວລາປະມານ 11ໂມງ. ສໍາລັບຄວາມເສຍຫາຍເບື້ອງຕົ້ນແມ່ນ: ເຮືອນ 1 ຫຼັງ ,​ ລົດຈັກ 2 ຄັນ  ແລະ ເຄື່ອງໃຊ້ຕ່າງໆ. ສ່ວນມູນຄ່າເສຍຫາຍ ແລະ ສາເຫດ ເຮັດໃຫ້ໄຟໄໝ້ແມ່ນຢູ່ໃນຂະບວນການສຶບສວນ-ສອບສວນຂອງເຈົ້າໜ້າທີ່ກ່ຽວຂ້ອງ.


ສໍາລັບເຫດອັກຄີໄພເກີດຂື້ນ 2 ຄັ້ງໃນເດືອນນີ້ ເຊິ່ງວັນທີ 14/7/2017 ຜ່ານມານີ້ກໍ່ເກີດໄຟໄໝ້ຄັ້ງໃຫຍ່ທີ່ຕະຫຼາດຊັ່ງຈ່ຽງ ທີ່ເຮັດໃຫ້ຮ້ານຄ້າຫຼາຍກວ່າ 430  ຮ້ານກາຍເປັນເຖົ່າຖ່ານພາຍໃນເວລາບໍ່ເທົ່າໃດຊົ່ວໂມງ ເຊິ່ງການຖະແຫຼງຂ່າວກເຖິງສາເຫດ ແລະ ມາດຕະການຢຽວຢາຜູ້ຄ້າຂາຍກໍພວມຈັດຂື້ນໃນມື້ນີ້ ( ວັນທີ 17/7/2017) ຕໍ່ໜ້າຕະຫຼາດຊັ່ງຈ່ຽງ.










ທີ່ມາ: Davinci Tattooroom 
© ໂຕະນໍ້າຊາ | tonamcha.com    

___________




Powered by Blogger.