Header Ads

ປະທານປະເທດ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ



ອີງຕາມການລາຍງານຂ່າວ ຂອງສໍານັກຂ່າວສານປະເທດລາວ ວ່າ : ໃນວັນ ທີ 17 ກໍລະກົດນີ້ 2017 ນີ້, ທ່ານ ບຸນ ຍັງ ວໍລະ ຈິດ ປະທານ ປະ ເທດ ແຫ່ງ ສປປ ລາວ ໄດ້ ໃຫ້ ກຽດ ຕ້ອນຮັບ ການ ເຂົ້າ ຢ້ຽມ ຂ່ຳນັບຂອງ ທ່ານ ນາງ ຕ່ອງ ທິ ຝ່ອງ ຮອງ ປະທານ ສະພາ ແຫ່ງ ຊາດ ແຫ່ງ ສສ ຫວຽດນາມ ພ້ອມ ດ້ວຍ ຄະນະ ໃນ ໂອກາດ ເດີນທາງ ມາ ເຂົ້າ ຮ່ວມສະ ເຫລີ ມສະຫລອງ ປີ ສາມັກຄີ ພິ ເສດ ລາວ-ຫວຽດນາມ ກໍຄື ວັນ ເຊັນ ສົນທິສັນຍາ ມິດຕະພາບ ແລະ ການ ຮ່ວມມື ຄົບຮອບ 40 ປີ ແລະ ວັນ ສ້າງ ຕັ້ງ ສາຍ ພົວພັນ ການ ທູດ ລາວ-ຫວຽດນາມ ຄົບຮອບ 55 ປີ.

ໃນໂອກາດ ດັ່ງກ່າວ, ທ່ານ ບຸນ ຍັງ ວໍລະ ຈິດ ໄດ້ ສະ ແດງ ຄວາມ ຍິນ ດີ ຕ້ອນຮັບ ແລະ ຕີ ລາຄາ ສູງ ຕໍ່ ການ ເດີນທາງ ມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ ຕ່ອງ ທິ ຝ່ອງ ພ້ອມ ຄະນະ ເຊິ່ງເປັນ ການ ປະກອບສ່ວນ ອັນ ສຳຄັນ ເຂົ້າ ໃນ ການ ເສີມ ຂະ ຫຍາ ຍ ສາຍ ພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການ ຮ່ວມ ມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ ໄດ້ ຮັບ ການ ພັດທະນາ ແລະ ແຕກ ດອກ ອອກ ຜົນງອກ ງາມຍິ່ງ ໆຂຶ້ນ.

ໃນ ໂອກາດ ນີ້, ທ່ານ ນາງ ຕ່ອງ ທິ ຝ່ອງ ກໍ ໄດ້ ສະ ແດງ ຄວາມ ຂອບ ໃຈ ຕໍ່ ທ່ານ ບຸນ ຍັງ ວໍລະ ຈິດ ທີ່ ໄດ້ ສະຫລະ ເວລາ ອັນ ມີຄ່າ ໃຫ້ການ ຕ້ອນຮັບ ອັນ ອົບ ອຸ່ນໃນ ຄັ້ງ ນີ້, ພ້ອມ ທັງ ແຈ້ງ ຈຸດປະສົງ ຂອງ ການ ເດີນທາງ ມາ ສປປ ລາວ ໃນ ຄັ້ງ ນີ້ ໃຫ້ ທ່ານ ບຸນ ຍັງ ວໍລະ ຈິດ ຊາບຕື່ມ ອີກ./. 

ຂ່າວ: ທະນູ ທອງ ພາບ: ສະຫວັດ /ຂປລ 
© ໂຕະນໍ້າຊາ | tonamcha.com    

___________


Powered by Blogger.