Header Ads

ລາວ-ໄທຫາລືກ່ຽວກັບການຈ້າງງານແຮງງານຕ່າງປະເທດ



ເພື່ອເປັນການຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມຶດ້ານແຮງງານ ລາວ-ໄທ ສະບັບລົງວັນທີ 06 ກໍລະກົດ 2016 ແລະ ິຂໍ້ຕົກລົງວ່າດ້ວຍການຈ້າງງານ ລາວ-ໄທ ທີ່ໄດ້ລົງນາມ ໃນວັນທີ 1 ມີນາ 2017 ແລະ ເພຶ່ອຫັນເອົາແຮງງານທີ່ໄປເຮັດວຽກຢູ່ໄທແບບຖຶກຕ້ອງກົດໝາຍເຂົ້າສູ້ການຄູ້ມຄອງດ້ວຍກົດໝາຍ ຕາມລະບົບ MOU. ຈຶ່ງໄດ້ມີກອງປະຊຸມວິຊາການລາວ-ໄທ ວ່າດ້ວຍການຈ້າງງານ, ໃນວັນ ທີ 10-12 ກໍລະກົດ 2017ນີ້, ທີ່ແຂວງຫລວງພະບາງ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ອານຸສອນ ຄຳສິງສະຫວັດ ຮັກສາການຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວາຣະນົນ ປິຕິວັນ ຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແຫ່ງຣາຊະ ອານາຈັກໄທ, ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ກອງປະຊຸມຄັ້ງນີ້ ເພື່ອແຈ້ງໃຫ້ຝ່າຍໄທຊາບກ່ຽວກັບຂະບວນການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ໄທ ແລະ ບັນດາບໍລິສັດຈັດຫາງານທີ່ໄດ້ຮັບອະນຸ ຍາດໃຫ້ຈັດສົ່ງຢູ່ເບື້ອງລາວ, ພ້ອມນີ້ ຝ່າຍໄທຍັງໄດ້ແຈ້ງໃຫ້ຝ່າຍລາວຊາບ ກ່ຽວກັບພຣະຣາຊະກຳນົດການບໍລິຫານຈັດການ ການເຮັດວຽກຂອງຄົນຕ່າງ ດ້າວ 2017, ບັນດາບໍລິສັດທີ່ໄດ້ຮັບອະນຸຍາດໃຫ້ນໍາເຂົ້າແຮງງານຕ່າງປະເທດ ເຂົ້າມາເຮັດວຽກກັບຜູ້ໃຊ້ແຮງງານໃນປະເທດໄທ, ການດຳເນີນການສູນຕ້ອນ ຮັບແຮງງານເຂົ້າເຮັດວຽກ ແລະ ສິ້ນສຸດການຈ້າງງານ ແລະ ທັງສອງຝ່າຍ ກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບຄວາມພ້ອມຂອງການດຳເນີນວຽກງານປັບສະຖານະພາບແຮງງານລາວທີ່ເຮັດວຽກຢູ່ປະເທດໄທແບບບໍ່ຖືກຕ້ອງຕາມກົດໝາຍ.



ທ່ານ ນ. ອານຸສອນ ຄຳສິງສະຫວັດ ຮັກສາການຫົວໜ້າກົມພັດທະນາສີມືແຮງງານ ກ່າວວ່າ: ຝ່າຍລາວ ມີຄວາມເພີງພໍໃຈຕໍ່ການໃຫ້ຄວາມຮ່ວມມື ແລະ ການສະໜັບສະໜູນຂອງຝ່າຍ ໄທ, ຊຶ່ງເຮັດໃຫ້ແຮງງານລາວສາມາດເຂົ້າເຮັດວຽກຢູ່ປະເທດໄທຕາມລະບົບ MOU ພ້ອມທັງໄດ້ສ້າງກົນໄກ ແລະ ມາດຕະການທີ່ເໝາະສົມໃນການປົກ ປ້ອງ ແລະ ຄຸ້ມຄອງແຮງງານຕ່າງດ້າວທີ່ເຮັດວຽກຢູ່ປະເທດໄທແບບບໍ່ຖືກຕ້ອງ ຕາມກົດໝາຍ, ພ້ອມທັງສະເໜີໃຫ້ຝ່າຍໄທສືບຕໍ່ໃຫ້ການຮ່ວມມື ແລະ ໃຫ້ການ ຊ່ວຍເຫລືອລາວໃນດ້ານຕ່າງໆ ຕໍ່ໜ້າ, ໂດຍສະເພາະຕໍ່ກັບການດຳເນີນການປັບສະຖານະ ພາບແຮງງານລາວທີ່ເຮັດວຽກຢູ່ໄທແບບບໍ່ຖືກຕ້ອງຕາມກົດໝາຍທີ່ຈະປະຕິບັດໃນເວລາອັນໃກ້ນີ້.



ທ່ານຫົວໜ້າກົມການຈັດຫາງານ ກ່າວວ່າ: ສຳລັບແຮງງານລາວທີ່ໄດ້ຂຶ້ນ ທະບຽນແຮງງານຕ່າງດ້າວ (ບັດສີບົວ) ຕາມມະຕິຄະນະລັດຖະບານຄັ້ງທີ 23 ກຸມພາ 2016, ຝ່າຍໄທມີຄວາມພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ໃຫ້ ຄວາມສະດວກໃນການປັບປຸງສະຖານະພາບ, ຊຶ່ງຈະຕ້ອງດຳເນີນການຈັດຕັ້ງ ປະຕິບັດໃຫສຳເລັດໃນວັນທີ 31 ມີນາ 2018.


ພາບ-ຂ່າວ: ນ. ເພັດສະໄໝ
© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.