Header Ads

ນະຄອນຫຼວງປາລີ ແລະ ແອເອ ໄດ້ຮັບເລືອກເປັນເຈົ້າພາບໂອແລັມປິກ ປີ 2024 ແລະ 2028



ສໍານັກຂ່າວຕ່າງປະເທດລາຍງານວ່າ : ຄະນະກຳມະການໂອແລັມປິກສາກົນໄດ້ລົງມະຕິເລືອກ “ປາລີ ແລະ ແອເອ ” ເປັນເຈົ້າພາບໂອແລັມປິກ ປີ 2024 ແລະ 2028  ແຕ່ທາງຄະນະກຳມະການຍັງບໍ່ທັນເລືອກວ່າ ປາລີ (ປະເທດຝລັ່ງ) ແລະ ແອເອ (ສ. ອາເມລິກາ) ເມືອງໃດຈະເປັນເຈົ້າພາບໃນປີ 2014 ເຊິ່ງທັງສອງຕ້ອງສົ່ງແຜ່ນສະເໜີການຈັດງານໂອແລັມປິກໃນໃຫ້ທາງສະມາຊິກ ແລະ ຄະນະກຳມະການໂອແລັມປິກສາກົນ ທີ່ປະເທດສະວິດເຊີແລນເພື່ອພິຈາລະນາອີກຄັ້ງ. 



ກ່ອນໜ້ານີ້ ທາງຄະນະກຳມະການໂອແລັມປິກສາກົນ ຕັດສີນໃຫ້ທັງສອງເມືອງ ປາລີ (ປະເທດ ຝລັ່ງ) ແລະ ແອເອ (ສ. ອາເມລິກາ) ຕົກລົງກັນວ່າເມືອງໃດຈະເປັນເຂົ້າພາບໃນປີ 2024 ເຊິ່ງທັງສອງເມືອງກໍມີເປົ້າໝາຍຢາກເປັນເຈົ້າພາບໃນ 2024 ຄືກັນ ແຕ່ລ່າສຸດຄະນະກຳມະການໂອແລັມປິກສາກົນປະກາດວ່າຈະຕັດສີນໃນວັນ 13 ກັນຍາ ນີ້ ພາຍຫຼັງທີ່ທັງສອງເມືອງສົ່ງແຜນສະເໜີຈັດງານໃຫ້ສະມາຊິກ ແລະ ຄະນະກຳມະການໂອແລັມປິກສາກົນ. 




ສໍາລັບຂໍ້ມູນເພີ່ມເຕີມ ສ. ອາເມລິການ ເຄີຍເປັນເຈົ້າພາບໂອແລັມປິກ ໃນປີ 1996 . ສ່ວນ ປາລີ (ປະເທດຝລັ່ງ) ເຄີຍເປັນເຈົ້າພາບໂອແລັມປິກມາແລ້ວ 2 ຄັ້ງໂດຍຄັ້ງທີ 1 ໃນປີ 1990 ແລະ ຄັ້ງທີ່ 2 ໃນປີ 1924. 



ທີ່ມາAP 
© ໂຕະນໍ້າຊາ | tonamcha.com  

___________


Powered by Blogger.