Header Ads

ສຽງວິພາກວິຈານ "ກອງທຶນທາງປະຊາຊົນ ກາຍເປັນກອງທຶນຂືນໃຈປະຊາຊົນ"


ຕາມການລາຍງານຂອງເວບໄຊລາວໂພສ ລະບຸວ່າ: ພາຍຫຼັງທີ່ສະພານະຄອນຫຼວງໄດ້ອະນຸມັດ ສ້າງຕັ້ງກອງທຶນທາງປະຊາຊົນ ໂດຍກອງທຶນດັ່ງກ່າວຈະເກັບເງິນກັບຜູ້ຊົມໃຊ້ລົດເກືອບທຸກປະເພດ ຈາກລົດໃນນະຄອນຫຼວງວຽງຈັນແລະລົດທີ່ມາເຄື່ອນໄຫວປະຈຳຢູ່ນະຄອນຫຼວງ ເພື່ອມາເປັນກອງທຶນໃຊ້ໜີ້, ບູລະນະ ແລະກໍ່ສ້າງເສັ້ນທາງໃນນະຄອນຫຼວງວຽງຈັນ ໃນອັດຕາທີ່ຂ້ອນຂ້າງສູງ ໄດ້ເຮັດໃຫ້ເກີດສຽງວິພາກວິຈານຈາກປະຊາຊົນ ແລະຖືກຕັ້ງຂໍ້ສົງໄສຈາກປະຊາຊົນວ່າ ອາດຈະເປັນການເກັບເງິນຊໍ້າຊ້ອນ ເນື່ອງຈາກວ່າໂດຍປົກກະຕິແລ້ວໃນແຕ່ລະປີລົດທຸກຄັນກໍຕ້ອງຈ່າຍຄ່າບູລະນະເສັ້ນທາງຢູ່ແລ້ວ (ໃບເສຍຄ່າທາງ) ໃນຂະນະທີ່ທຸກຄົນທີ່ຊົມໃຊ້ນໍ້າມັນກໍລ້ວນແຕ່ໄດ້ຈ່າຍເງິນເຂົ້າກອງທຶນຢ່າງຢູ່ແລ້ວ ລິດລະ 520 ກີບ ເຊິ່ງກໍເປັນຈຳນວນເງິນທີ່ສູງພໍສົມຄວນແລ້ວ. ພ້ອມກັນນີ້ປະຊາຊົນກໍຍັງເປັນຫ່ວງກັບການບໍລິຫານຈັດການກອງທຶນດັ່ງກ່າວ ຢ້ານວ່າຈະມີຊ່ອງວ່າງໃຫ້ມີການຕົກເຮ່ຍເສຍຫາຍ ທີ່ເກີດຈາກການຂາດລະບຽບການເງິນຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງນຳອີກ.

ໜ້າເຟສບຸກທີ່ຊື່ ປະເທດລາວ ກໍໄດ້ນຳສະເໜີທັດສະນະຂອງ ທ່ານ ປຣະຈິດ ໄຊຍະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທີ່ໄດ້ກ່າວໃນກອງປະຊຸມສະພານະຄອນຫຼວງ ໃນວັນທີ 13 ມັງກອນ 2017 ເຊິ່ງມີເນື້ອໃນໂດຍສະຫຼຸບວ່າ ບໍ່ເຫັນດີກັບການເກັບເງິນກອງທຶນທາງ ເພາະກະໂດດຂັ້ນໂພດ, ມັນຈະກະທົບກັບຊີວິດການເປັນຢູ່ຂອງປະຊາຊົນ, ນັກວິຊາການຜູ້ຄິດວາງແຜນສ້າງກອງທຶນບາງຄົນນັ່ງຄິດຢູ່ໃນຫ້ອງແອ ບໍ່ຮູ້ສະພາບຄວາມຫຍຸ້ງຍາກຂອງປະຊາຊົນ ບໍ່ຮູ້ສະພາບຄວາມເປັນຈິງຂອງເສດຖະກິດປະຊາຊົນ ແລະເງິນທີ່ເກັບໄດ້ຖືກນຳໃຊ້ໃນການບູລະນະສ້ອມແປງທາງພຽງ 30% ແລະອາດເກີດມີການຮົ່ວໄຫຼສູນເສຍງົບປະມານນຳອີກ.


ເປັນສຽງສະທ້ອນຈາກປະຊາຊົນ ທີ່ສະທ້ອນໃຫ້ເຫັນຄວາມບໍ່ເຫັນດີເຫັນພ້ອມຂອງພໍ່ແມ່ປະຊາຊົນ ຕໍ່ນະໂຍບາຍທີ່ມີລັກສະນະຊໍ້າຊ້ອນ ບໍ່ເໝາະສົມ ແລະ ບໍ່ຄິດໃຫ້ຮອບຄອບຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ. ປະຊາຊົນບາງຄົນໃຫ້ທັດສະນະວ່າ ນອກຈາກເລື່ອງພື້ນຖານໂຄງລ່າງແລ້ວ ນະໂຍບາຍທີ່ປະຊາຊົນຢາກໄດ້ຄື ນະໂຍບາຍທີ່ເອື້ອອຳນວຍຜົນປະໂຫຍດໂດຍກົງຕໍ່ປະຊາຊົນ ເຊັ່ນ ການປິ່ນປົວສຸຂະພາບລະດັບພື້ນຖານຟຣີ, ການຮັບການສຶກສາຟຣີ… ຫາກບໍ່ແມ່ນນະໂຍບາຍທີ່ຈະສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນ.

ທີ່ມາ: ລາວໂພສ 
© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.