Header Ads

ສິນຄ້າບໍ່ມີຄຸນນະພາບ ແມ່ນເລື່ອງທີ່ຖືກແຈ້ງເຂົ້າມາສາຍດ່ວນ 1510 ຫຼາຍທີ່ສຸດ



ທ່ານ ຂວັນໃຈ ອ່ຽມສຸດທິ ຮອງຫົວຫນ້າກົມການຄ້າພາຍໃນ ກະຊວງ ອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ເປັນເວລາກວ່າ 1 ປີ ທີ່ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ ເປີດສາຍດ່ວນ 1510 ເພື່ອຮັບຟັງປະຊາຊົນແຈ້ງ ທຸກບັນຫາການເອົາປຽບທາງການຄ້າ.  ຈາກການສັງລວມມາຮອດປັດຈຸບັນບັນຫາທີ່ປະຊາຊົນລາຍງານມາຫຼາຍແມ່ນເລື່ອງສິນຄ້າບໍ່ມີຄຸນະພາບ.



 ທ່ານກ່າວຕື່ມວ່າມາຮອດປັດຈຸບັນ ສາຍດ່ວນ 1510 ສາມາດໂທເຂົ້າໄດ້ທັງ 4 ເຄືອຂ່າຍບໍລິການ ແລ້ວ ແຕ່ມີບາງເຄືອຂ່າຍຍັງໄດ້ເສຍເງິນຢູ່ ເຊິ່ງໃນຈຸດນີ້ ກົມການຄ້າພາຍໃນກໍ່ຈະເລັ່ງປະສານງານຫາຂະແໜງການກ່ຽວຂ້ອງ ເພື່ອຂໍໃຫ້ເຄືອຂ່າຍດັ່ງກ່າວ ແກ້ໄຂການໂທເຂົ້າໂດຍບໍ່ເສຍຄ່າ ໃຫ້ເນື່ອງຈາກວ່າເປັນສາຍດ່ວນບໍລິການຮັບຄຳຮ້ອງທຸກຂອງປະຊາຊົນ.

ຢ່າງໃດກໍ່ຕາມ ສຳລັບກົນໄກ ການແກ້ໄຂບັນຫາດ່ວນທີ່ກ່ຽວຂ້ອງກັບຂະແໜງອຸດສາຫະກຳ ແລະ ການຄ້າ ຖ້າມີສາຍລາຍງານເຂົ້າມາ ເປັນບັນຫາເລັ່ງດ່ວນ ກົມການຄ້າພາຍໃນຈະປະສານຫາພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ແລະ ປະສານຫາຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ລົງໄປແກ້ໄຂໃນຈຸດນັ້ນເລີຍ ເຊິ່ງເຮັດໃຫ້ທັນການ ແລະ ໄວ ຖືວ່າແກ້ໄຂກັບມື້ ເຊິ່ງບັນຫາດັ່ງກ່າວເຮົາໄດ້ສ້າງກົນໄກການປະສານງານເພື່ອແກ້ໄຂໄວ້ແລ້ວ. ສ່ວນບັນຫາທີ່ບໍ່ເລັ່ງດ່ວນເຮົາກໍ່ຈະປະສານຫາຂະແໜງການກ່ຽວຂ້ອງ  ຫຼື ຈະເກັບກຳ ລາຍລະອຽດຫຼືຫຼັກຖານກ່ອນ ຫຼັງຈາກນັ້ນ ຈຶ່ງແກ້ໄຂບັນຫາທີ່ປະຊາຊົນລາຍງານເຂົ້າມາ



 ໃນຕໍ່ໜ້າຈະປັບປຸງໃຫ້ ສາຍດ່ວນ 1510 ທັງບັນທຶກຂໍ້ມູນໄດ້ທັງ ສາມາດໂທເຂົ້າຫາຜູ້ຮັບຜິດຊອບ
(ພະນັກງານທີ່ຖືກແຕ່ງຕັ້ງ)ໂດຍກົງນັ້ນເລີຍ  ເນື່ອງຈາກ ປັດຈຸບັນ ສາຍດ່ວນ 1510 ພຽງແຕ່ສາມາດໂທເຂົ້າໄດ້ໃນວັນ ແລະ ໂມງລັດຖະການ, ທ່ານ ຮອງຫົວຫນ້າກົມກ່າວ.

ທ່ານ ຮອງຫົວໜ້າ ກົມຍັງຮຽກຮ້ອງເຖິງພໍ່ແມ່ ປະຊາຊົນ ຖ້າຫາກພົບກໍລະນີ ຖືກເອົາປຽບທາງການຄ້າ, ເຫັນສິນຄ້າບໍ່ມີຄຸນນະພາບ ແລະ ອື່ນໆ ກໍ່ສາມາດໂທເຂົ້າມາສາຍດ່ວນປົກປ້ອງຜູ້ຊົມໃຊ້ໄດ້  ໃນກໍລະນີຮີບດ່ວນ ຕ້ອງແກ້ໄຂກັບທີ່ ທາງເຈົ້າໜ້າທີ່ຂອງພວກເຮົາຈະປະສານຫາເຈົ້າໜ້າທີ່ເມືອງ ເພື່ອລົງຕິດຕາມຢ່າງທັນການ  ເຊິ່ງຈະເປັນວຽກງານໜຶ່ງໃນການຊ່ວຍເຈົ້າໜ້າທີ່ການຄ້າໄດ້ປະຕິບັດໜ້າທີ່ໃນການຕິດຕາມ, ຄຸ້ມຄອງ ແລະ ແກ້ໄຂສະພາບການຄ້າຂາຍໃຫ້ຖືກລະບຽບ ແລະ ສອດຄ່ອງຕາມກົດໝາຍ.


ທີ່ມາ: ໜັງສືພິມ ເສດຖະກິດ-ການຄ້າ

© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.