Header Ads

ກອງປະຊຸມຄະນະກຳມາທິການຮ່ວມມືລາວ-ຈີນ ປະຈຳປີ 2017


ກອງປະຊຸມຄະນະກຳມາທິການຮ່ວມມືລາວ-ຈີນ ປະຈຳປີ 2017, ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານຄະນະກໍາມາທິການຮ່ວມມືລາວ-ຈີນ, ມີທ່ານຮອງປະທານຄະນະກຳມາທິການຮ່ວມມືລາວ-ຈີນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນຫລາຍ.


ຈຸດປະສົງຂອງການຈັດກອງປະຊຸມຄະນະກໍາມາທິການຮ່ວມມືລາວ-ຈີນ ເພື່ອສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານການຮ່ວມມືດ້ານເສດຖະກິດ-ເຕັກນິກ ລະຫວ່າງລາວ-ຈີນ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນໜຶ່ງປີຜ່ານມາ, ພ້ອມທັງປຶກສາຫາລື ແລະ ສະເໜີທິດທາງແຜນການຮ່ວມມືໃນຕໍ່ໜ້າ, ຊຶ່ງກອງປະຊຸມ ຍັງໄດ້ຮັບຟັງການສະເໜີບັນດາໂຄງການຍຸດທະສາດຮ່ວມມືລາວ-ຈີນ ແຕ່ນີ້ຮອດປີ 2020, ພ້ອມນັ້ນຍັງ ເຜີຍແຜ່ພາລະບົດບາດຂອງຄະນະກຳມາທິການຮ່ວມມືລາວ-ຈີນ ໃຫ້ເລິກເຊິ່ງກວ່າເກົ່າ, ທັງກຳໄດ້ລັກສະນະຈຸດພິເສດ, ຂັ້ນຕອນໂຄງການຊ່ວຍເຫລືອຈາກ ສປ ຈີນ ໃຫ້ດີຂຶ້ນກວ່າເກົ່າ ເພື່ອແນໃສ່ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມືເສດຖະກິດ-ການຄ້າ ແລະ ເຕັກນິກລະຫວ່າງລາວ-ຈີນ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີປະສິດທິພາບສູງຂຶ້ນຕື່ມອີກ.



ໜຶ່ງປີຜ່ານມາ, ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານລາວ, ໂດຍມີການຮ່ວມມືສະໜັບສະໜູນຈາກທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ, ໂດຍມີການປະສານງານຢ່າງສະໜິດແໜ້ນກັບຝ່າຍຈີນ, ຄະນະກຳມາທິການຮ່ວມມືລາວ-ຈີນ ໄດ້ເຄື່ອນໄຫວຈັດຕັ້ງການຮ່ວມມືຮອບດ້ານລະຫວ່າງລາວ-ຈີນ, ໂດຍສະເພາະການຮ່ວມມືດ້ານເສດຖະກິດ-ເຕັກນິກ, ໄດ້ສືບຕໍ່ຂະຫຍາຍຕົວ ແລະ ມີໝາກຜົນຫລາຍຂຶ້ນ, ສອດຄ່ອງກັບທິດນຳ ທີ່ການນຳຂັ້ນສູງຂອງສອງປະເທດໄດ້ເອກກະພາບກັນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວຢ່າງຫຼວງຫຼາຍ. ວຽກງານການລົງທຶນ ສປ ຈີນ ຍັງສືບຕໍ່ຮັກສາຂະແໜງການຢ່າງຕໍ່ເນື່ອງ ມາຮອດທ້າຍປີ 2016 ມີໂຄງການລົງທຶນໃນກິດຈະການຕ່າງໆຂອງຈີນ ຢູູ່ ສປປ ລາວ ຈຳນວນ 765 ໂຄງການ, ມີມູນຄ່າການລົງທຶນທັງໝົດປະມານ 7 ຕື້ ໂດລາສະຫະລັດ ເຂົ້າໃນ 14 ຂະແໜງການຫລັກ ເປັນຕົ້ນ: ຂະແໜງບໍ່ແຮ່, ຂະແໜງພະລັງງານໄຟຟ້າ, ຂະແໜງກະສິກຳ, ບໍລິການ ແລະ ຂະແໜງອື່ນໆ ທີ່ຍັງບໍ່ລວມໂຄງການທາງລົດໄຟລາວ-ຈີນ ເຊິ່ງໄດ້ເຮັດໃຫ້ ສປ ຈີນ ເປັນຜູ້ລົງທຶນຈາກຕ່າງປະເທດໃນອັນດັບໜຶ່ງ ຢູ່ ສປປ ລາວ ໃນປີ 2016 ການຄ້າຂອງສອງຝ່າຍລາວ ແລະ ຈີນ ບັນລຸ 2,34 ຕື້ໂດລາ, ມູນຄ່າສິນຄ້າລາວສົ່ງອອກໄປ ສປ ຈີນ 1,35 ຕື້ໂດລາ, ສິນຄ້າຈີນເຂົ້າມລາວ 990 ລ້ານໂດລາ, ອັດຕາເພີ່ມຂຶ້ນຂອງການສົ່ງອອກ-ນໍາເຂົ້າ ຜະລິດຕະພັນດ້ານກະສິກຳ ເພີ່ມຂຶ້ນ 40% ໃນນັ້ນການສົ່ງອອກເຂົ້າສານໄປ ສປ ຈີນ ເພີ່ມຂຶ້ນ 19,4% ເຊິ່ງເຮັດໃຫ້ ສປ ຈີນ ຍັງຄົງເປັນຄູ່ຮ່ວມການຄ້າໃຫຍ່ອັນດັບສອງ ຂອງ ສປປ ລາວ.


ນອກນັ້ນ ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດເຫັນຈາກບັນດາກະຊວງຂະແໜງການ ແລະ ບັນດາແຂວງ ຕໍ່ຫຼາຍບັນຫາໃນການຄຸ້ມຄອງໂຄງການຊ່ວຍເຫຼື່ອ, ໂຄງການລົງທຶນ-ການຄ້າ ເພື່ອຍົກລະດັບຄຸນນະພາບ ແລະ ປະສິດທິຜົນ ຂອງການຮ່ວມມື ລາວ-ຈີນ ໃຫ້ສູງຂຶ້ນ.


ທີ່ມາ:  CRI-FM93 
© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.