ວີທີເຮັດໜ້າເຂົ້າຊອຍແບບງ່າຍໆ - ໂດຍ M. Laos Kitchen
ສຳລັບຄົນທີ່ມັກອາຫານປະເພດເສັ້ນໜ້າຈະບໍ່ພາດເມນູເສັ້ນໆທາງພາກເໜືອຂອງ ສປປ ລາວ ນັ້ນຄື "ເຂົ້າຊອຍ "ເຊິ່ງເປັນເມນູທີ່ເຮັດງ່າຍ ແລະ ບໍ່ຫຍຸ້ງຍາກ ເພາະສ່ວນປະກອບ ແລະ ວິທີການເຮັດກໍບໍ່ສົບສົນຈົນເຮັດບໍ່ໄດ້ ເຊິ່ງຈຸດສໍາຄັນແມ່ນຢູ່ທີ່ "ໜ້າຂອງເຂົ້າຊອຍ" ແລະ ມື້ນີ້ tonamcha.com ຈິ່ງຂໍແນະນໍາວິທີການເຮັດໜ້າເຂົ້າຊອຍ ທີ່ແນະນໍາໂດຍສາວເມ ຫຼື ເພຈດັງເລື່ອງອາຫານ M.Laos Kitchen.
ສໍາລັບເມນູເຂົ້າຊອຍ ໄດ້ຮັບຄວາມນີຍົມບໍ່ວ່າຈະເປັນພາກກາງ ແລະ ພາກເໜືອໂດຍສະເພາະ ແຂວງຫຼວງພະບາງ, ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງໄຊຍະບູລີ ແລະ ແຂວງອື່ນໆອີກ. ສໍາລັບທີ່ ນະຄອນຫຼວງວຽງຈັນກໍສາມາດຫາກິນໄດ້ງ່າຍທີ່ສຸດຕາມເຂົ້າເຂົ້າຊອຍທົ່ວນະຄອນຫຼວງວຽງຈັນເລີຍກະວ່າໄດ້.
ທີ່ມາ: M. Laos Kitchen
© ໂຕະນໍ້າຊາ | tonamcha.com
Post a Comment