Header Ads

ເຈົ້າໜ້າທີ່ຕໍາຫຼວດອິນເດຍຈັບຊາຍອາຍຸ 60 ປີ ໃນຂໍ້ຫາຂ້າເມຍຕົນເອງ ເຫດເພາະແຕ່ງເຂົ້າແລງຊ້າ


ສໍານັກຂ່າວຕ່າງເທດລາຍງານວ່າ: ເຈົ້າໜ້າທີ່ຕໍາຫຼວດອິນເດຍຈັບຊາຍອາຍຸ 60 ປີ ໃນຂໍ້ຫາຂ້າເມຍຕົນເອງ ເຫດເພາະແຕ່ງເຂົ້າແລງຊ້າ  ໂດຍໃນລາຍງານລະບຸຄໍາໃຫ້ສໍາພາດຂອງ ເຈົ້າໜ້າທີ່ຕໍາຫຼວດອິນເດຍ ຊື່ ຣູເປສ ສິງ ເປັນເຈົ້າໜ້າທີ່ຕໍາຫຼວດລະດັບສູງໃນເມືອງກາຈີຍາບາດ ເຊິ່ງເປັນເມືອງທີ່ໃຫ້ກັບນະຄອນຫຼວງນີວເດລີ. ສໍາລັບຄໍາສໍາພາດລະບຸວ່າ ຜູ້ເປັນຜົວຊື່ ອາໂສກ ກຸມາຣ ກັບມາເຮືອນດ້ວຍອາການມືນເມົາ ແລະ ເລີ່ມມີປາກສຽງກັບເມຍ (ຜູ້ຕາຍ)   ໃນຂະນະນັ້ນ ອາໂສກ ກຸມາຣ ຕ້ອງການກິນເຂົ້າແລງດຽວນີ້ ແຕ່ຝ່າຍຜູ້ເປັນເມຍເອົາເຂົ້າມາໃຫ້ຊ້າ ຈິງເປັນເຫດໃຫ້ ກຸມາຣ ໃຈຮ້າຍ ແລະ ຈົກປືນອອກມາຍິ່ງເມຍຈົນເສຍຊີວິດ ໂດຍຜູ້ເປັນເມຍເສຍຊີວິດກ່ອນທີ່ຈະໄປຮອດໂຮງໝໍເນື່ອງຈາກທົນບາດເຈັບບໍ່ໄຫວ.



ຂໍ້ມູນທີ່ໜ້າສົນໃຈ ລະບຸວ່າ ໃນປີ 2015 ມີເຫດແຈ້ງຄວາມເລື່ອງຄວາມຮຸນແຮງໃນຄອບຄົບທີ່ປະເທດອິນເດຍເກີດທຸກໆ 4 ນາທີ ບໍ່ວ່າຈະເປັນການຂ້າຕະກຳ, ການທຸບຕີກັນ (ຜົວຕີເມຍ), ການຜິດຖຽງກັນເລື່ອງຄ່າດອງຈາກຜູ້ຍິ່ງ ແລະ ການທໍາຮ້າຍຮ່າງກາຍຂອງຄູ່ບ່າວ-ສາວ ແລະ ກໍລະນີອື່ນໆອີກ. 

ທີ່ມາ:  BBC/AP 
© ໂຕະນໍ້າຊາ | tonamcha.com   

___________

Powered by Blogger.