Header Ads

ທະນາຄານໂລກ ສະໜັບສະໜູນ 18 ໂຄງການຢູ່ລາວ ມູນ​ຄ່າ 437 ລ້ານ​ໂດ​ລາ​ສະຫະລັດ


ອີງຕາມການລາຍງານຂ່າວຂອງ ຂປລ ວ່າ : ທະນາຄານໂລກສະໜັບສະໜູນ 18 ໂຄງການມູນ​ຄ່າ 437 ລ້ານ​ໂດ​ລາ​ສະຫະລັດ ທີ່ພວມດໍາເນີນການຈັດ​ຕັ້ງ​ປະຕິບັດ ໃນປັດຈຸບັນ ຢູ່ ສປປ ລາວ ​ ຂະນະ​ທີ່ ຂອບການຮ່ວມ​ມື​ສະບັບ​ໃໝ່ ລະຫວ່າງທະນາຄານ​ໂລ​ກ ກັບ ສປປ ລາວ ໄດ້ຮັບອະນຸມັດ ໃນເດືອນເມສາ 2017 ຜ່ານ​ມານີ້ ຈະສຸມໃສ່ແຜນງານ ແລະ ໂຄງການທີ່ສົ່ງເສີມ ການເຕີບໂຕທີ່ສົມດູນ ​ເພື່ອລົງທຶນ ໃສ່ ການພັດທະນາຄົນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະ ຖາບັນ.



​ແຫ​ລ່ງຂ່າວ​ຈາກ​ທະນາຄານ​ໂລກ ​​ໄດ້​ເປີດ​ເຜີຍວ່າ: ຫວ່າງມໍ່ໆມານີ້, ສປປ ລາວ ໄດ້​ເຊັນ​ສັນຍາ ສໍາລັບແຜນງານດັດແກ້ມະຫາພາກ ເພື່ອສົ່ງເສີມການຈັດຕັ້ງ ປະຕິບັດນະໂຍບາຍພັດທະນາ ການເຕີບ ໂຕ ສີຂຽວ ແລະ ຍືນຍົງ ໄລຍະທີ 1 ທີ່ແນໃສ່ໃຫ້ການສະໜັບສະໜູນ ແກ່ການວາງແຜນ ການພັດ ທະນາທີ່ສະອາດ ແລະ ເປັນມິດກັບສິ່ງແວດລ້ອມ. ນອກຈາກນັ້ນ, ທະນາຄານໂລກຍັງໄດ້ ໃຫ້ການ ສະໜັບສະໜູນ ໃນການສະໜອງຄວາມຮູ້ ແລະ ການວິເຄາະ ວິໄຈ ຢູ່ ສປປ ລາວ ເພື່ອເປັນບ່ອນອີງ ໃຫ້ແກ່ວຽກງານນະໂຍບາຍ ການພັດທະນາ, ລວມທັງການສ້າງ ບົດລາຍງານເສດຖະກິດຂອງ ສປປ ລາວ ປະຈໍາປີ.



​ໃນວັນທີ 4 ກໍລະກົດ 2017, ທ່ານ ຊັງ ກຣິສຕົບ ກາເຣ(Jean-Christophe Carret) ຫົວໜ້າຜູ້ຕາງໜ້າ ທະນາຄານໂລກຜູ້ໃໝ່ ປະຈໍາ ສປປ ລາວ​ ໄດ້​ເລີ່​ມປະຕິບັດໜ້າທີ່  ຢູ່ນະຄອນຫລວງວຽງຈັນ ​ເຊິ່ງຈະຮັບຜິດຊອບໃນການຮັກສາການ ເປັນຄູ່ຮ່ວມມືທີ່ເຂັ້ມແຂງ ລະຫວ່າງ ທະນາຄານໂລກ ແລະ ສປປ ລາວ ເພື່ອສືບຕໍ່ວຽກງານພັດທະນາແບບຍືນຍົງ ທີ່ສະໜັບສະໜູນ ການບັນລຸເປົ້າໝາຍ ການຫລຸດຜ່ອນຄວາມທຸກຍາກ ຂອງ​ປະຊາຊົນ​ລາວ. ທ່ານ ກາເຣ ​ໄດ້​ສະ​ແດງຄວາມ ປິຕິຍິນດີ ທີ່ໄດ້ມີໂອກາດ ສືບຕໍ່ເສີມຂະຫຍາຍການເປັນຄູ່ຮ່ວມມືດັ່ງກ່າວ  ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ, ການຮ່ວມມືຂອງສອງ​ຝ່າຍ​ນັ້ນ ຈະໄດ້ສືບຕໍ່ດຳ​ເນີນ​ງານ ໂດຍອີງໃສ່ ຜົນສໍາເລັດ ໃນໄລຍະທີ່ຜ່ານມາຢູ່ໃນປະເທດລາວ ພ້ອມທັງຮັບປະກັນ ໃຫ້ການພັດທະນາ ເປັນການພັດທະນາທີ່ສະອາດ, ສີຂຽວ ແລະ ມີປະສິດທິພາບດິຂຶ້ນ.



ທ່ານ ກາເຣ ເປັນຄົນສັນຊາດຝຣັ່ງ ​ເຊິ່ງກ່ອນໜ້ານີ້ຫລ້າສຸດເພິ່ນໄດ້ເຮັດໜ້າທີ່ ເປັນຫົວໜ້າ ຜູ້ຕາງໜ້າທະນາຄານໂລກ ປະຈໍາຢູ່ ສາທາລະນະລັດ ອາຝຣິກາກາງ. ທ່ານ ກາເຣ ໄດ້ເຂົ້າເຮັດວຽກ ນໍາທະນາຄານໂລກໃນປີ 2005 ເປັນນັກເສດຖະສາດ ດ້ານຊັບພະຍາກອນທໍາມະຊາດ ປະຈໍາຢູ່ອາຝຣິກາ ແລະ ນັບແຕ່ນັ້ນມາ ເພິ່ນໄດ້ສະສົມຄວາມຊໍານານງານ ຢູ່ຫລາຍປະເທດ ໃນພາກພື້ນອາຝຣິກາ ໂດຍສະເພາະ ແມ່ນກ່ຽວກັບໂຄງການ ພື້ນຖານໂຄງລ່າງ ຂະໜາດໃຫຍ່.
ທ່ານ ກາເຣ  ໄດ້ຈົບການສຶກສາຂັ້ນປະລິນຍາເອກ ດ້ານເສດຖະສາດອຸດສາຫະກໍາ ຈາກມະຫາ ວິທະຍາໄລ Mines ParisTech (ປະເທດຝຣັ່ງ)  ​ເຊິ່ງ​ໄດ້ມາປະຈໍາການແທນ ທ່ານ ນາງແຊນລີ ເບີນນິງແຮມ ທີ່ໄດ້ບໍລິຫານແຜນງານ ຢູ່ ສປປ ລາວ ແຕ່ປີ 2014 ເຖິງປີ 2017.



ທີ່ມາ: ຂປລ 
© ໂຕະນໍ້າຊາ | tonamcha.com  

___________

Powered by Blogger.