Header Ads

ຮອງນາຍົກລັດຖະມົນຕີ ຮ່ວມງານບຸນເຂົ້າພັນສາທີ່ແຂວງຈຳປາສັກ



ໃນໂອກາດທີ່ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທີ່ແຂວງຈຳປາສັກ. ດັ່ງນັ້ນ, ໃນຕອນເຊົ້າ​ຂອງ​ວັນ​ທີ 8 ກໍລະກົດ 2017 ທ່ານ​ຮອງ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ນຳ​ຈາກ​ສູນ​ກາງ, ຄະນະ​ພັກ-ຄະນະ​ນຳ​ແຂວງ​ຈຳປາ​ສັກ ກໍ່​ໄດ້​ເຂົ້າຮ່ວມ​ບຸນ​ເຂົ້າພັນ​ສາ​ປະ​ວໍລະນາ ທີ່​ວັດຫຼວງ ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ.


​ໃນພິທີ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ໄດ້​ຕາງໜ້າ​ໃຫ້​ພຸດທະສາສະນິກະຊົນ ຂຶ້ນ​ໄຕ້​ທຽນພັນ​ສາ, ​ນຳພາ​ສວດ​ມົນ​ໄຫວ​ພຣະ, ຢາດ​ນ້ຳ-ຮັບ​ສິນ​ຮັບ​ພອນ, ຖວາຍ​ສັງຂະ​ທານ ​ແລະ ​ໃສ່​ບາດ​ແກ່​ພຣະສົງ​ພາຍ​ໃນ​ວັດ.






ທີ່ມາຂປລ 
© ໂຕະນໍ້າຊາ | tonamcha.com  

___________

Powered by Blogger.