Header Ads

ພັກ-ລັດຖືສຳຄັນການພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ



ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ຮອງ​ປະທານ ​ແລະ ຜູ້​ປະຈຳການ​ຄະນະ​ຊີ້​ນຳ​ລະດັບ​ຊາດ ​ເພື່ອ​ສະ​ເຫລີ​ມສະຫລອງ ​ປີ​ມະຫາ​ສາມັກ​ຄີ ມິດຕະພາບ​ລາວ-​ຫວຽດນາມ ​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນ ​ໃນ​ວັນ​ທີ 10 ມິຖຸນາ 2017 ທີ່​ນະຄອນຫລວງ​ວຽງຈັນນີ້​ວ່າ: ພັກ-​ລັດຖະບານ ຖື​ສຳຄັນການ​ພົວພັນ​ ແບບ​ພິ​ເສດ ແລະ ຮ່ວມ​ມື​​ຮ່ວມ​ຮອບດ້ານ ລະຫວ່າງ​ສອງ​ຊາດລາວ-​ຫວຽດນາມ ​ເຊິ່ງ​ແມ່ນ​ການ​ພົວພັນ​ກົດ​ແຫ່ງ​ການ​ຄົງ​ຕົວ ​ແລະ ຂະ​ຫຍາ​ຍຕົວ​ຂອງ​ພາລະກິດ​ປະຕິວັດ, ທັງ​ເປັນ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ ໃນ​ແຕ່ລະ​ໄລຍະ​ຂອງ​ການ​ຕໍ່ສູ້​ກູ້​ຊາດ ກໍ​ຄື​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​​ເຖິງປັດຈຸບັນ.

ການສະ​ເຫລີ​ມສະຫລອງ ​ສອງ​ວັນ​ປະວັດ​ສາດ ຄົບຮອບ 55 ປີ ຂອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ​ແລະ 40 ປີ ວັນ​ເຊັນ​ສົນ​ທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ​ສອງ​ຊາດ ລາວ-​ຫວຽດນາມ 2017 ນີ້, ​ເປັນ​ການ​ຫວນ​ຄືນ​ມູນ​ເຊື້ອ ​ແລະ ຜົນສຳ​ເລັດ ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ວຽກງານ​ຮອບດ້ານ, ທັງ​ເປັນ​ການ​ສຶກສາ​ອົບຮົມພະນັກງານ, ນັກຮົບ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ ໃນ​ທົ່ວ​ປະ​ເທດ ​ໂດຍ​ສະ​ເພາະ​ຄົນ​ຮຸ່ນໜຸ່ມ ​ໃຫ້​ມີ​ຄວາມ​ຮັບ​ຮູ​ເຂົ້າ​ໃຈ ສືບຕໍ່ປົກ​ປັກ​ຮັກສາ ​ແລະ ຜັນ​ຂະຫຍາຍ​ມູນ​ເຊື້ອ​ ອັນ​ດີງາມ​ໃຫ້​ຍືນ​ຍົງ ພ້ອມ​ນີ້ ຍັງ​ເປັນ​ການ​ຢືນຢັນ​​ໃຫ້​ທົ່ວ​ໂລກ​ ໄດ້​ຮັບຮູ້ ​​ເຖິງວ່າສະພາບ​ການ​ຂອງ​ໂລກ ​ຈະ​ມີ​ການ​ຜັນ​ແປ​ໄປ​ຢ່າງ​ໄວວາ ຍາກ​ທີ່​ຈະ​ຄາດ​ເດົາ​ໄດ້ ​ແຕ່​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງຊາດ ລາວ-​ຫວຽດນາມ ຍັງໝັ້ນຄົງ​ຂະ​ນົງ​ແກ່ນ ​ແລະ ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ບໍ່ຢຸດ​ຢັ້ງ.

 ​ໂອກາດ​ນີ້, ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ຍັງ​ໄດ້​ຍົກ​ໃຫ້​ເຫັນ ຜົນສຳ​ເລັດ​ອັນ​ເປັນ​ພື້ນຖານ ​ແລະ ພົ້ນ​ເດັ່ນ ຕະຫລອດ​ໄລຍະ 55 ປີຜ່ານມາ ​ໂດຍ​ສະ​ເພາະ​ດ້ານ​ການ​ເມືອງ ​ແລະ ຄວາມໝັ້ນຄົງ, ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ລວມທັງ​ການ​ພົວພັນ​ຮ່ວມ​ມື​ ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ ​ເຊິ່ງ​ເຫັນ​ວ່າ​ມີ​ຄວາມ​ໃກ້ຊິດ ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ​ຕະຫລອດ​ມາ ​ໃນ​ຖານະ​ເປັນ​ເສນາ​ທິການ​ ໃຫ້ການ​ນຳ​ພັກ-​ລັດ​ຂອງ​ຕົນ ​ເພື່ອ​ສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື ​ລະຫວ່າງ​ສອງ​ປະ​ເທດ ກໍ​ຄື​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ​ໃນ​ເວທີ​ສາກົນ ​ແລະ ພາກພື້ນອື່ນໆ​, ສິ່ງ​ສຳຄັນ​ສອງ​ກະຊວງ​ຍັງ​ໄດ້​ບັນລຸ​ຂໍ້ຕົກລົງ​ຮ່ວມ​ມື​ກັນ ​ໃນ​ໄລຍະ 2014-2020.


ທີ່ມາຣາຊະ​ວົງ-​ພາບ: ສອນ​ຄຳ/ຂປລ 
© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.