Header Ads

ຫຼວງພະບາງຫລວງພະບາງມີລົດເຖື່ອນ 810 ຄັນ ໃຫ້ເວລາເສຍພາສີບໍ່ກາຍທ້າຍເດືອນໜ້າ


ແນ່ໃສ່ປະຕິບັດຕາມຄໍາສັ່ງຂອງຂັ້ນເທິງໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂລົດທີ່ນຳເຂົ້າບໍ່ຖືກຕ້ອງກັບມາ ເສຍພາສີຄືນໃໝ່ພະແນກການເງິນແຂວງຫຼວງພະບາງໄດ້ແຈ້ງເຖິງຜູ້ທີ່ຄອບຄອງໃນຈຳນວນທັງໝົດທົ່ວແຂວງ 810 ຄັນ ແມ່ນໃຫ້ຮີບຮ້ອນເຂົ້າໄປແຈ້ງຕໍ່ຄະນະກໍາມະການແກ້ໄຂພາຫະນະຂັ້ນແຂວງບໍ່ໃຫ້ກາຍກໍານົດໃນທ້າຍເດືອນກັນຍາ 2017 ນີ້.



ວັນທີ 16 ສິງຫາ 2017 ທີ່ຜ່ານມາ. ທ່ານ ສົມນິດ ຄົມທະວົງ ຫົວໜ້າພະແນກການເງິນທັງເປັນຮອງປະທານຄະນະກຳມະການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງຂັ້ນແຂວງ ແຂວງຫຼວງພະບາງ ໄດ້ອອກແຈ້ງການເລກທີ 46/ກງຂ ເຖິງທຸກພາກສ່ວນ ໂດຍສະເພາະແມ່ນຜູ້ທີ່ມີພາຫະ ນະນຳເຂົ້າບໍ່ຖືກຕ້ອງທີ່ມີໄວ້ໃນການຄອບຄອງຂອງຕົນທີ່ນອນໃນບັນຊີແຈ້ງກ່ອນວັນທີ 31 ກັນຍາ 2015 ປະກອບມີ ບັນຊີ 209 ຄັນ, 228 ຄັນ (ພາຫະນະຂອງບຸກຄົນທີ່ຕິດປ້າຍລັດບໍລິຫານ) ແລະ ບັນຊີ 213 ຄັນ, 160 ຄັນ (ຂອງພະນັກງານ, ທະຫານ, ຕໍາຫຼວດ ພໍ່ແມ່ປະຊາຊົນທົ່ວໄປ ແລະ ອື່ນໆທີ່ນຳເຂົ້າມາແຈ້ງ) ທີ່ຍັງບໍ່ທັນໄດ້ເຂົ້າມາແຈ້ງເສຍພາສີ-ອາກອນແມ່ນໃຫ້ຮີບຮ້ອນນຳເອົາພາຫະນະພ້ອມດ້ວຍເອກະສານກ່ຽວຂ້ອງເຂົ້າມາແຈ້ງຕໍ່ຄະນະກຳມະການແກ້ໄຂພາຫະນະຂັ້ນແຂວງທີ່ກອງກວດກາພາສີແຂວງຊຶ່ງການແກ້ໄຂແມ່ນມີກຳນົດຮອດວັນທີ 30 ກັນຍາ 2017 ນີ້ ເທົ່ານັ້ນ.



ທັງນີ້ການອອກແຈ້ງການດັ່ງກ່າວກໍເພື່ອເປັນການປະຕິບັດຕາມກົດໝາຍວ່າ ດ້ວຍພາສີ, ແຈ້ງການແນະນໍາເພີ່ມເຕີມ ຂອງທ່ານຮອງນາຍົກລັດຖະມົນຕີລັດ ຖະມົນກະຊວງການເງິນ ສະບັບເລກທີ 2269/ກງ ລົງວັນທີ 5 ກໍລະກົດ 2017 ກ່ຽວກັບການສືບຕໍ່ແກ້ໄຂພາຫະນະນໍາ ເຂົ້າບໍ່ຖືກຕ້ອງຕື່ມອີກ 3 ເດືອນ ນັບແຕ່ ວັນທີ 1 ກໍລະກົດ-ວັນທີ 30 ກັນຍາ 2017 ຕະຫຼອດຮອດ 7 ຂໍ້ຕົກລົງຂອງທ່ານເຈົ້າ ແຂວງໆຫຼວງພະບາງສະບັບເລກທີ 542/ຈຂ.ຫລບ, ລົງວັນທີ 5 ຕຸລາ 2016 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການແກ້ ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ແຈ້ງພາສີປ່ຽນກໍາມະສິດພາຫະນະນໍາເຂົ້າລະບົບຍົກເວັ້ນ ແລະ ງົດເກັບພາສີທີ່ບໍ່ໄດ້ເສຍພາສີ-ອາກອນຕາມລະບຽບກົດ ໝາຍ ແລະລະບຽບການກໍານົດ.



ທີ່ມາ: ຫນັງສືພິມເສດຖະກິດ-ສັງຄົມ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.