Header Ads

ທ່ານ ປອ ໄຊສົມພອນ ພົມວິຫານ ເນັ້ນເອົາໃຈໃສ່ຫຼາຍບັນຫາທີ່ຈະເປັນເງື່ອນໄຂພັດທະນາແຂວງສາລະວັນ



ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວຊາດ, ໄດ້ລົງຢ້ຽມຢາມ ແລະເຮັດວຽກຢູ່ແຂວງສາລະວັນ ໃນລະຫວ່າງວັນທີ 23-24 ສິງຫານີ້, ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກ ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະ. ນອກນັ້ນທ່ານຍັງໄດ້ໃຫ້ກຽດເຂົ້າພົບປະໂອ້ລົມພະນັກງານຫຼັກແຫຼ່ງພາຍໃນແຂວງ ແລະຊີ້ນຳວຽກງານໃນຫຼາຍດ້ານ.



ການພົບປະໂອ້ລົມຄັ້ງນີ້ ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກຫຼາຍປະເດັນ, ຊີ້ທິດເຍືອງທາງໃຫ້ແກ່ການນຳທຸກຂັ້ນຂອງແຂວງ ໃນການກະຕຸກຊຸກຍູ້ເສດຖະກິດ, ການພັດທະນາບ້ານເມືອງ ແລະການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ໃນນັ້ນທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ໝາກຜົນໆງານທີ່ຄະນະນຳທຸກຂັ້ນ, ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ຍາດມາໄດ້ແຫ່ງການສ້າງສາພັດທະນາບ້ານເມືອງໃຫ້ມີຄວາມຈະເລີນດີຂຶ້ນເປັນກ້າວໆ. ຄຽງຄູ່ກັນນັ້ນຕ້ອງໄດ້ສ້າງອາຊີບທີ່ຖາວອນ, ລາຍໄດ້ທີ່ໝັ້ນຄົງໃຫ້ແກ່ປະຊາຊົນໃນການຜະລິດກະສິກຳເປັນສິນຄ້າ, ຊອກທ່າແຮງບົ່ມຊ້ອນຕ່າງໆທີ່ມີທີ່ຈະເຮັດໃຫ້ປະຊາຊົນມີລາຍໄດ້ທີ່ໝັ້ນຄົງ ແລະເປັນຈຸດໜື່ງທີ່ຈະແກ້ໄຂບັນຫາຄວາມທຸກຍາກ. 



ນອກຈາກຈະສົ່ງເສີມໃນດ້ານການຜະລິດແລ້ວ, ຕ້ອງສົ່ງເສີມໃນດ້ານລາຍຮັບຂອງປະຊາຊົນເປັນຕົ້ນ: ຕ້ອງນຳພາເຮັດໃຫ້ຄອບຄົວ, ບ້ານມີແບບແຜນໃນການນຳໃຊ້ທຶນ, ແຜນໃຊ້ຈ່າຍໃຫ້ຖືກຕ້ອງ ແລະເໝາະສົມ, ທັງສົ່ງເສີມນຳໃຊ້ທຶນເພື່ອໝູນວຽນໃຫ້ກັບການສ້າງເສດຖະກິດຄອບຄົວໃນຫຼາຍໆດ້ານ, ເພື່ອແກ້ໄຂໃຫ້ຖືກທິດທີ່ຍືນຍົງ. ສຳລັບການພັດທະນາເສດຖະກິດແຂວງ ຕ້ອງອິງໃສ່ທ່າແຮງບົ່ມຊ້ອນຂອງທ້ອງຖີ່ນ, ນອກຈາກການຜະລິດກະສິກຳເປັນສິນຄ້າແລ້ວ, ຕ້ອງເບີ່ງທ່າແຮງຫຼາຍດ້ານເປັນຕົ້ນ: ການທ່ອງທ່ຽວ ໂດຍສະເພາະແຂວງສາລະວັນ ມີຄວາມອຸດົມສົມບູນໄປດ້ວຍຊັບໃນດິນ, ສິນໃນນໍ້າເປັນຕົ້ນ: ມີປ່າໄມ້ສວຍງາມ, ມີວັດນະທະຂອງຊົນເຜົ່າ, ປະຫວັດສາດຕິດພັນກັບການເຄື່ອນໄຫວ, ຂຸດຄົ້ນດ້ານການທ່ອງທ່ຽບປະຫວັດສາດ, ທຳມະຊາດ, ດຶງດູດນັກທ່ອງທ່ຽວ ທີ່ສາມາດກະຕຸ້ນເສດຖະກິດຂອງແຂວງ ແລະລາຍໄດ້ໃຫ້ແກ່ພົນລະເມືອງທ້ອງຖີ່ນ, ຄຽງຄູ່ກັນນັ້ນຍັງສ້າງວຽກເຮັດງານທຳໃຫ້ກັບປະຊາຊົນໃນທ້ອງຖີ່ນອີກດ້ວຍ. ເອົາໃຈໃສ່ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງຂອງຊາວໜຸ່ມ, ແມ່ຍິງ, ປັບປຸງໃຫ້ເປັນຮູບປະທຳຂຶ້ນກວ່າເກົ່າເປັນຕົ້ນ: ສ້າງວຽກເຮັດງານທຳ, ການຈັດງານຕະຫຼາດນັດ, ການແຂ່ງຂັນສີໄມ້ລາຍມືໃນການປຸງແຕ່ງອາຫານ, ການຕ່ຳຫູກທໍໄໝ ແລະອື່ນໆທີ່ເປັນເອກະລັກຂອງແຂວງ, ໃຫ້ເປັນກິດຈະກຳຂອງທ້ອງຖີ່ນ, ສົ່ງເສີມລາຍໄດ້ຂອງຄອບຄົວ, ເປັນກຳລັງສຳຄັນໃນຊ່ວຍພັດທະນາແຂວງ. ບໍລິການ, ແປງລົດ, ຮ້ານອາຫານ, ຕໍ່າຫູກທໍໄໝ ແລະຜະລິດສິນຄ້າໃຫ້ຕິດພັນກັບການປຸ່ງແຕ່ງຫຼາຍຂຶ້ນ: ປະເພດອາຫານ, ຫຼາຍຜະລິດຕະພັນທີ່ຂຶ້ນຊື່ລົດຊາດເປັນເອກະລັກຂອງແຂວງ ເຊັ່ນ: ປີງໄກ່ນາປົ່ງ, ເຫຼົ້າເມືອງຄົງ ທີ່ເປັນຜະລິດຕະພັນສ້າງລາຍໄດ້ທີ່ໝັ້ນຄົງໃຫ້ກັບປະຊາຊົນ.





ນອນນັ້ນ, ທ່ານຍັງໄດ້ຮຽກຮ້ອງຄະນະນຳຂັ້ນແຂວງ, ທຸກຂັ້ນ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສາມັກຄີລະຫວ່າງປະຊາຊົນກັບຄະນະພັກ, ອົງການປົກຄອງ, ກຳແໜ້ນຫຼັກການລວມສູນປະຊາທິປະໄຕ, ຄວາມສາມັກຄີເປັນເອກະພາບ ແລະໃກ້ຊິດຕິດແທດປະຊາຊົນຫຼາຍຂຶ້ນ, ຮຽນຮູ້ຄວາມຄິດປະຊາຊົນ, ເຮັດວຽກໄປຕາມທິດຂອງປະຊາຊນົນ, ເອົາຄວາມຄິດປະຊາຊົນແຍງເບີ່ງໃນການຈັດຕັ້ງປະຕິບັດວຽກງານ ແລະໃຫ້ປະຊາຊົນມີສ່ວນຮ່ວມຫຼາຍຂຶ້ນໃນທຸກວຽກງານການພັດທະນາ ແລະເນັ້ນໃຫ້ອົງການພຸດທະສາສະໜາແຂວງ ກໍຄືພະເຖລະນຸເຖລະເຕົ້າໂຮມຄວາມສາມັກຄີຂອງອອກຕົນຍາດໂຍມ, ທັງເປັນອົງການປຸກລະດົມຂົນຂວາຍປະຊາຊົນ ປະກອບສ້າງສ້າງຫົນທາງ, ສ້າງສຸກສາລາ, ສ້າງໂຮງຮຽນ ເປັນແບບເປັນຢ່າງມູນເຊື້ອທີ່ດີໃນການນຳພາພໍ່ແມ່ປະຊາຊົນ ໄປຕາມແນວທາງຂອງພັກ-ລັດ ຮ່ວມກັນອີກດ້ວຍ.

ທີ່ມາ: ໜັງສຶພີມ ສາລະວັນ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.