Header Ads

ໄຊຍະບູລີ ສຶກສາກ່ຽວຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຂອງເຂື່ອນໄຟຟ້ານໍ້າຮຸ່ງ 3




ອີງຕາມການລາຍງານຂອງ ສໍານັກຂ່າວວ່າປະເທດລາວ ໃນວັນທີ 24 ສິງຫາ 2017 ວ່າ : ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ຮ່ວມ​ກັບບໍລິ ສັດ ກຣິນພາວເວີໂປຣ ຄອນຊາວຕັນ ​ໄດ້​ຈັດກອງປະຊຸມ ຜ່ານຮ່າງບົດລາຍງານ ການສຶກສາເບື້ອງຕົ້ນກ່ຽວ ກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການ ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ນໍ້າຮຸ່ງ 3 ເມືອງໄຊຍະບູລີ ໃນຕອນເຊົ້າຂອງວັນທີ 23 ສິງຫາ 2017. ພາຍຫລັງ ທີ່ໄດ້ສຳ​ເລັດການລົງສຳຫລວດ ເກັບກຳຂໍ້ມູນຕົວຈິງ ​ເມື່ອ​ 2 ​ເດືອນ​​ຜ່ານ​ມາ.


           
ທ່ານ ວົງໄຕ້ຟ້າ ສີສຸວົງ ຫົວໜ້າບໍລິສັດ ກຣິນພາວເວີໂປຣຄອນຊາວຕັນ ຈຳກັດ​ ໄດ້​​ເປີດ​ເຜີຍຜົນການສຶກສາເບື້ອງຕົ້ນ ກ່ຽວກັບ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການເຂື່ອນ ໄຟຟ້ານໍ້າຕົກ ຂະໜາດນ້ອຍ ນໍ້າຮຸ່ງ 3 ຊຶ່ງຕັ້ງຢູ່ບ້ານນາກວາງ ແລະ ບ້ານຄອນປຽດ ເມືອງ ແລະ ແຂວງ ໄຊຍະບູລີ, ຫ່າງຈາກຕົວເມືອງໄຊຍະບູລີ ປະມານ 27 ກິ​ໂລ​ແມັດ, ມີເສັ້ນທາງດິນແດງ 10 ກິ​ໂລ​ແມັດ ​ແຕ່ເຂດ ບ້ານຄອນປຽດ ເຂົ້າຫາຈຸດທີ່ຕັ້ງໂຄງການ (ບ້ານນາກວາງ) ​ແລະ ຈະ​ໄດ້ທະລຸເສັ້ນທາງໃໝ່ ປະມານ 3-4 ກິ​ໂລ​ແມັດ ເພື່ອເຂົ້າເຖິງເຂດກໍ່ສ້າງ. ໂຄງການເຂື່ອນໄຟຟ້າ ນໍ້າຮຸ່ງ 3 ເປັນປະເພດເຂື່ອນ ແບບຝາຍນໍ້າລົ້ນ, ບໍ່ມີອ່າງເກັບນ້ຳຂະໜາດໃຫ່ຍ, ຈັດເປັນປະເພດພະລັງງານທົດແທນ, ພະລັງງານສະອາດ ແລະ ເປັນມິດກັບສິ່ງແວດລ້ອມ, ເໝາະສົມເພື່ອສົ່ງພະລັງງານໄຟຟ້າ ເຂົ້າກັບຕາຂ່າຍຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງຢູ່ກັບຕາຂ່າຍ 22 kv ລຽບຕາມເສັ້ນທາງ ໄປເມືອງໄຊສະຖານ.


ການພັດທະນາໂຄງການດັ່ງກ່າວ, ຍັງ​ເປັນ​ການສ້າງຄວາມເຂັ້ມແຂງ ດ້ານໂຄງລ່າງພື້ນຖານຂອງ  ລະບົບສາຍສົ່ງ ຂອງລັດວິສາຫະກິດໄຟຟ້າລາວ ໃຫ້ມີສະຖຽນລະພາບ, ມີຄວາມເຊື່ອຖື, ທັງເປັນການຫລຸດຜ່ອນ ການນຳເຂົ້າພະລັງງານໄຟຟ້າ ຈາກຕ່າງປະເທດ. ສະນັ້ນ, ທາງບໍລິສັດ ກຣິນພາວເວີໂປຣ ຄອນຊາວຕັນ ຈຳກັດ ຈຶ່ງໄດ້ສົມທົບກັບບັນດາ ພາກສ່ວນທີ່ກ່ຽວຂ້ອງລົງ ສຶກສາສຳຫລວດ ເຖິງຜົນ​ກະທົບ ​ແລະ ຜົນປະໂຫຍດ ທີ່ຈະໄດ້ຮັບຈາກໂຄງການ. ຢ່າງ​ໃດກໍ​ຕາມ ໂຄງການນີ້​​​ບໍ່​ໄດ້​ສົ່ງ​ຜົນ​ກະທົບ ​ຕໍ່ບ້ານ​ເຮືອນ​ປະຊາຊົນ, ​ແຕ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື້ອ​ທີ່​ ການ​ຜະລິດ​ຈຳນວນໜຶ່ງ ເຊິ່ງທາງ​ບໍລິສັດ ກໍ​ໄດ້ມີ​ການ​ສຶກສາຂັ້ນຕອນ ການວາງແຜນ ເພື່ອກຳນົດມູນຄ່າທົດແທນ ຄວາມເສຍຫາຍ​ໃຫ້​ແກ່ປະຊາຊົນ.



ຂ່າວ: ທອງຈັນ/ ຂປລ   | ພາບ : ອະນຸພົນ ພົມຮັກສາ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.