Header Ads

ນາຍົກ ແນະນຳກະຊວງການເງິນ ຕ້ອງປະຕິຮູບຂະແໜງການເງິນ ຢ່າງເຂັ້ມແຂງ


ໃນວັນທີ 7 ສິງຫາ 2017 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດ ມາໂອ້ລົມຊີ້ນຳວຽກງານ ກະຊວງການງິນ, ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ພ້ອມດ້ວຍຫົວໜ້າ ກົມກ່ຽວຂ້ອງ ກະຊວງການເງິນ ໃຫ້ກຽດຕ້ອນຮັບ, ຊຶ່ງທ່ານ ນາຍົກລັດຖະມົນຕີ​ ໄດ້ແນະນຳໃຫ້ ກະຊວງການເງິນ ແຕ່ນີ້ຮອດທ້າຍປີ 2017 ຕ້ອງປະຕິຮູບວຽກງານ ຂະແໜງການເງິນ, ເອົາໃຈໃສ່ຈັດຕັ້ງປະຕິບັດ ການຈັດເກັບລາຍຮັບ ເຂົ້າງົບປະມານ ຢ່າງມີແບບແຜນ, ພ້ອມທັງສ້າງກົນໄກຕ່າງໆ ໃນການບໍລິຫານການເງິນ ຢ່າງເຂັ້ມ ແຂງ.


ໂອກາດນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານໂດຍສັງເຂບ ຕໍ່ທ່ານນາຍົກລັດຖະມົນຕີຊາບວ່າ: ຜ່ານການຈັດຕັ້ງປະຕິບັດ ວຽກງານການຈັດເກັບລາບຮັບເຂົ້າງົບປະມານ ນັບແຕ່ວັນທີ 1 ມັງກອນ 2017 ຫາວັນທີ 31 ກໍລະກົດ 2017 ສາ ມາດສັງລວມຕົວເລກເບື້ອງຕົ້ນ ກ່ຽວກັບການຈັດເກັບ ລາຍຮັບ ເຂົ້າງົບປະມານ ໄດ້ທັງໝົດ 12.472 ຕື້ກວ່າກີບ, ເທົ່າກັບ 52,09% ຂອງແຜນການປີ, ໃນນັ້ນ ລາຍຮັບຈາກການຊ່ວຍເຫລືອລ້າ 1.380 ຕື້ກວ່າກີບ,​  ເທົ່າກັບ 55,7% ຂອງແຜນການປີ, ລາຍຮັບພາຍໃນ 11.920 ຕື້ກວ່າກີບ, ເທົ່າກັບ 51,7% ຂອງແຜນການປີ, ສູນການປະຕິບັດລາຍຮັບໄດ້ 51,4% ຂອງແຜນການປີ, ທ້ອງຖິ່ນປະຕິບັດລາຍຮັບໄດ້ 52,7% ຂອງແຜນການປີ, ຖ້າແຍກຕາມປະເພດລາຍຮັບ ຂະແໜງສ່ວຍສາອາກອນ ປະຕິບັດໄດ້ 47,54 ຂອງແຜນການປີ, ຂະແໜງພາສີປະຕິບັດໄດ້ 56,46% ຂອງແຜນການປີ, ລາຍຮັບຈາກການຄຸ້ມຄອງ ພັດທະນາວິສາຫະກິດ ແລະ ການປະກັນໄພ ປະຕິບັດໄດ້ 71,3% ຂອງແຜນການປີ,  ກົມຄຸ້ມຄອງຊັບສິນຂອງລັດ ປະຕິບັດໄດ້ 44% ຂອງແຜນການປີ ແລະ ລາຍຮັບອື່ນໆຈຳນວນໜຶ່ງ.

ດ້ານລາຍຈ່າຍໃນ 7 ເດືອນປີ 2017 (ວັນທີ 1 ມັງກອນ 2017 ຫາວັນທີ 31 ກໍລະກົດ 2017)  ສາມາດປະຕິບັດລາຍຈ່າຍ ໄດ້ທັງໝົດ 16.294,58 ຕື້ກວ່າກີບ, ເທົ່າກັບ 50,28% ຂອງແຜນການປີ, ໃນນີ້ສູນກາງປະຕິບັດລາຍຈ່າຍ ທັງໝົດ 11.380 ຕື້ກວ່າກີບ, ເທົ່າກັບ 48,83% ຂອງແຜນການປີ, ທ້ອງຖິ່ນປະຕິບັດລາຍຈ່າຍ 4.914 ຕື້ກວ່າກີບ, ເທົ່າກັບ 54% ຂອງແຜນການປີ, ສັງລວມແລ້ວ ການຈັດຕັ້ງປະຕິບັດລາຍຈ່າຍ ເປັນບູລິມະສິດທີ່ຈຳເປັນ ສາມາດຈັດຕັ້ງປະຕິບັດ ຕາມຄາດໝາຍ ຢ່າງເປັນປົກກະຕິເປັນຕົ້ນ: ການເບີກຈ່າຍເງິນເດືອນ, ເງິນອຸດໜູນທັງສູນກາງ ແລະ ທ້ອງ ຖິ່ນໄດ້ສຳເລັດໂດຍພື້ນຖານ ຮອດເດືອນກໍລະກົດ 2017, ສ່ວນໜີ້ສິນຕ່າງປະເທດ ສາມາດຈ່າຍຕາມກຳນົດ ຄົບຖ້ວນຕາມສັນຍາ, ເງິນບໍລິຫານຊື້ໃໝ່, ຈ່າຍລົງທຶນພາຍໃນ, ສຳລັບແຫລ່ງດຸ່ນດ່ຽງໃນ 7 ເດືອນປີ 2017 ສາມາດປະຕິບັດໄດ້ 3.822 ຕື້ກວ່າກີບ.

ສ່ວນແຜນການຄາດຄະເນ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ໝົດປີ 2017 ຈະສູ້ຊົນຈັດເກັບລາຍຮັບ ໃຫ້ໄດ້ 23.489 ຕື້ກີບ, ເທົ່າກັບ 98,1% ຂອງແຜນການປີໃນນີ້, ລາຍຮັບຈາກການຊ່ວຍເຫລືອລ້າ 2.566 ຕື້ກີບ, ເທົ່າກັບ 103,56% ຂອງແຜນການປີ, ລາຍຮັບພາຍໃນມາຈາກການເກັບພາສີ, ອາກອນ, ຄຸ້ມຄອງພັດທະນາ ວິສາຫະກິດ ແລະ ການປະກັນໄພ, ຄຸ້ມຄອງຊັບສິນ ແລະ ອື່ນໆ 20.923 ຕື້ກີບ, ເທົ່າກັບ 97,5% ຂອງແຜນການປີ.

ໂອກາດດັ່ງກ່າວ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຜົນງານການຈັດຕັ້ງປະຕິບັດ ວຽກງານຂອງກະຊວງການເງິນ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານ ການຈັດເກັບລາຍຮັບ ເຂົ້າງົບປະມານໃນ 7 ເດືອນປີ 2017 (ວັນທີ 1 ມັງກອນ 2017 ຫາວັນທີ 31 ກໍລະກົດ 2017) ແລະ ໃນຕໍ່ໜ້າຂະແໜງການເງິນ ຕ້ອງເອົາໃຈໃສ່​ຢ່າງ​ຈິງ​ຈັງ​ ໃນການຈັດ​ຕັ້ງ​ປະຕິບັດ​ ແຜນ​ງົບປະມານແຫ່ງລັດ ປີ 2017 ໂດຍຂຸ້ນຂ້ຽວ​ຈັດ​ຕັ້ງ​ປະຕິບັດ ​ເພື່ອ​ໃຫ້ຮອດ​ປີ 2020 ເຮັດໃຫ້​ແຜນພັດທະນາ​ ເສດຖະກິດ-ສັງຄົມ 5 ປີສາມາດ​ຈັດ​ຕັ້ງ​ປະຕິບັດ​ ໃຫ້ໄດ້​ຢ່າງ​ມີ​ຜົນສຳເລັດ​ ຕາມ​ມະຕິກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງພັກ​ວາງ​ໄວ້ ແລະ ປະເທດ​ຊາດຫລຸດພົ້ນ​ ອອກ​ຈາກ​ປະເທດ​ດ້ອຍ​ພັດ​ທະນາ, ພ້ອມ​ກັນນີ້ ໃຫ້ຊອກຄົ້ນ​ຫາ​ທ່າແຮງ​ ໃນ​ແຕ່​ລະຂະແໜງການ ແລະ ໃຫ້​ທຸກພາກສ່ວນ​ທີ່​ກ່ຽວຂ້ອງ​ເອົາໃຈໃສ່ ຕິດຕາມ​ເສດຖະກິດ​ມະຫາ​ພາກ ຢ່າງ​ເປັນ​ປົກກະຕິ,  ມີ​ມາດ​ຕະການຮັດກຸມ ​ໃນການຈັດຕັ້ງ​ປະຕິບັດ ວຽກງານຂະແໜງການເງິນ.


ທ່ານນາຍົກ​ລັດຖະມົນຕີແຫ່ງ ສປປ ລາວ ເນັ້ນຕື່ມອີກວ່າ: ແຕ່ນີ້ຮອດທ້າຍປີ 2017 ກະຊວງການເງິນ ຕ້ອງໄດ້ປະຕິຮູບ ຂະແໜງການເງິນ ເພາະບັນຫາຂະແໜງການຄືປັດໃຈ ຕັດສິນວຽກງານຕ່າງໆ ແລະ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ການຈັດເກັບ ລາຍຮັບເຂົ້າງົບປະມານ ຢ່າງມີແບບແຜນ, ພ້ອມທັງສ້າງກົນໄກຕ່າງໆ ໃນການບໍລິຫານການເງິນ ຢ່າງເຂັ້ມແຂງ ທັງນີ້, ກໍເພື່ອ​ບໍ່​ໃຫ້​ງົບປະມານຮົ່ວ​ໄຫລ ເຮັດ​ໃຫ້​ແຜນ​ງົບ​ປະມານ ​ສາມາດ​ຈັດ​ຕັ້ງ​ປະຕິບັດ ​ໄດ້ຕາມຄາດໝາຍ.

ທີ່ມາ: ສໍານັກຂ່າວສານປະເທດລາວ 

© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.