Header Ads

ການເງິນເມືອງຈັນທະບູລີ ຫັນການຄຸ້ມຄອງເກັບລາຍຮັບເຂົ້າງົບປະມານຜ່ານລະບົບເອເລັກໂຕຣນິກ


ຫ້ອງການ-ການເງິນເມືອງຈັນທະບູລີ ໄດ້ເປີດນຳໃຊ້ການເກັບລາຍຮັບຈາກສ່ວຍສາອາກອນດ້ວຍລະບົບເອເລັກໂຕຣນິກ ແລະ ການມອບອາກອນຜ່ານປ່ອງບໍລິການ, ATM ແລະ ຜ່ານລະບົບ Mobile Banking ຂອງທະນາຄານພັດທະນາລາວ.

 ທ່ານ ນາງ ໄຊສົມບັດ ວົງພັກດີ ຫົວໜ້າຫ້ອງການ-ການເງິນເມືອງຈັນທະບູລີໄດ້ລາຍງານໃນພິທີເປີດການຄຸ້ມຄອງ, ນໍາໃຊ້ການເກັບລາຍຮັບສ່ວຍສາອາກອນດ້ວຍລະບົບເອເລັກໂຕຣນິກ ແລະ ການມອບອາກອນຜ່ານລະບົບທະນາຄານໃນອາທິດຜ່ານມາວ່າ: ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເປັນເມືອງທໍາອິດທີ່ໄດ້ມີການເປີດນໍາໃຊ້ການຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນດ້ວຍລະ ບົບເອເລັກໂຕຣນິກ ແລະ ການມອບລາຍຮັບສ່ວຍສາອາກອນຜ່ານລະບົບທະນາຄານ, ລະບົບດັ່ງກ່າວເອີ້ນວ່າ GFIS ເຊິ່ງໄດ້ມີການເລີ່ມທົດລອງນໍາໃຊ້ທຳອິດທີ່ຕະຫລາດເຊົ້າຊ໊ອບປີງມໍໃນເດືອນມີນາ 2012, ຕໍ່ມາໃນເດືອນເມສາ 2012 ພະແນກສ່ວຍສາອາກອນໄດ້ນຳໃຊ້ລະບົບດັ່ງກ່າວເຂົ້າໃນການຄຸ້ມຄອງວິສາຫະກິດທີ່ຂຶ້ນກັບການຄຸ້ມຄອງ, ອອກທະບຽນອາກອນຢູ່ນະຄອນຫລວງວຽງຈັນ (ບໍ່ລວມເອົາຂັ້ນເມືອງ) ຊຶ່ງໄດ້ຮັບຜົນສຳເລັດເປັນທີ່ຮຽບຮ້ອຍທີ່ໜ້າພໍ່ໃຈ ເຮັດໃຫ້ສອງຂະແໜງການຄື: ສ່ວຍສາອາກອນ ແລະ ຄັງເງິນປະຈຳນະຄອນຫລວງສາມາດໄລ່ລຽງລາຍຮັບໄດ້ທັນທີ ແລະ ມີການກວດກາເຊິ່ງກັນ ແລະ ກັນ ສຳລັບເມືອງຈັນທະບູລີເປັນເມືອງທຳອິດໄດ້ຖືກຄັດເລືອກເປັນເມືອງທົດລອງນໍາໃຊ້ລະບົບດັ່ງກ່າວເຮັດໃຫ້ການຄຸ້ມຄອງເກັບລາຍຮັບ.



ທ່ານ ຫົວໜ້າຫ້ອງການ-ການເງິນເມືອງຈັນທະບູລີ ກ່າວຕື່ມອີກວ່າ: ການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນດ້ວຍລະບົບເອເລັກໂຕຣນິກຈະຊ່ວຍໃຫ້ການສະຫລຸບລາຍງານສະດວກສະບາຍ,ການສ້າງແຜນລາຍງານມີຄວາມຊັດເຈນ, ທີ່ສໍາຄັນຊ່ວຍປັບປຸງແຜນວິທີເຮັດວຽກເພີ່ມປະສິດທິພາບໃນການຄຸ້ມຄອງເກັບລາຍຮັບໃຫ້ມີປະສິດທິພາບ, ມີຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້ລະຫວ່າງໜ່ວຍງານສ່ວຍສາອາກອນ, ຄັງເງິນແຫ່ງຊາດປະຈໍາເມືອງ, ນອກຈາກນີ້ຍັງສາມາດກວດກາລາຍຮັບໄດ້ເປັນນາທີຕໍ່ນາທີ ແລະ ການສະຫລຸບລາຍງານຂັ້ນເທິງໄດ້ສະດວກວ່ອງໄວກວ່າເກົ່າ.

ພ້ອມດຽວກັນນັ້ນ, ລະບົບດັ່ງກ່າວຍັງສ້າງຄວາມສະດວກໃຫ້ຜູ້ປະກອບການສາມາດໂອນເງິນ, ມອບເງິນສົດເຂົ້າບັນຊີທະນາຄານທຸລະກິດທີ່ຄັງເງິນແຫ່ງຊາດປະຈໍາເມືອງເປີດໄວ້ໂດຍບໍ່ຈໍາເປັນຕ້ອງເອົາເງິນສົດມາມອບຢູ່ຄັງເງິນແຫ່ງຊາດປະຈໍາເມືອງ ແລະ ຖ້າຜູ້ປະກອບການທີ່ນອນຢູ່ໃນລະບົບຖືບັນຊີຫາກມີຄວາມຕ້ອງການພ້ອມຈະນໍາໃຊ້ເຄື່ອງມື (ລະບົບດັ່ງກ່າວນີ້) ທາງສະຖາບັນໄອທີ, ກະຊວງການເງິນ ແລະ ກົມສ່ວຍສາອາກອນສາມາດລົງຕິດຕັ້ງລະບົບຄຸ້ມຄອງອາກອນໃຫ້ນໍາໃຊ້ຢຸ່ກັບບໍລິສັດ-ຫ້າງຮ້ານຂອງຜູ້ປະກອບການ ສາມາດສ້າງໃບຈ້າງຢູ່ຫົວໜ່ວຍທຸລະກິດ ແລະ ມອບພັນທະຜ່ານທາງລະບົບທະນາຄານໄດ້ເລີຍໂດຍບໍ່ຈໍາເປັນເຂົ້າມາຫາໜ່ວຍງານສ່ວຍສາອາກອນອີກ ຫລື ໂອນຜ່ານບັນຊີທະນາຄານກໍ່ຖືໄດ້ປະຕິບັດພັນທະຄົບຖ້ວນ ແລະ ຖືກຕ້ອງແລ້ວ (ສ່ວນຕົວເລກພັນທະອາກອນແມ່ນທະນາຄານກັບຄັງເງິນແຫ່ງຊາດຈະປະສານເອົາຕົວເລັກດັ່ງກ່າວ, ສ່ວນໃບຮັບເງິນແມ່ນຖືເອົາ “ໃບແຈ້ງມີ” ຂອງທະນະຄານເລີຍບໍ່ໄດ້ມາຂຽນໃບຮັບເງິນຈາກຄັງເງິນແຫ່ງຊາດຕື່ມອີກ). 

ພາບປະກອບບົດຂ່າວ
ນອກຈາກນັ້ນ, ການກວດກາໜີ້ຄ້າງມອບ ແລະ ຫົວໜ່ວຍທີ່ມາມອບແຕ່ລະປະເພດອາກອນແມ່ນສາມາດເຫັນໄດ້ໃນແຕ່ລະມື້, ອາທິດ, ເດືອນ ແລະ ໝົດປີ; ການຄຸ້ມເກັບລາຍຮັບດ້ວຍລະບົບ GFIS ສາມາດຄຸ້ມຄອງຕິດຕາມການເກັບລາຍຮັບສ່ວຍສາອາກອນໄດ້ທຸກແຫລ່ງລາຍຮັບ, ມີຄວາມໂປ່ງໃສ, ຍຸຕິທໍາ. ນອກຈາກນີ້, ຍັງສາມາດກວດສອບໄດ້ໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງພະນັກງານຂະແໜງການເງິນໃຫ້ໂປ່ງໃສ, ເກັບກໍາຂໍ້ມູນກໍ່ມີຄວາມປອດໄພ ແລະ ຊັດເຈນຮັບປະກັນການຕົກເຮ່ຍເສຍຫາຍຂອງລາຍຮັບງົບປະມານແຫ່ງລັດ.

ຄຽງຄູ່ກັນນີ້, ບັນດາຜູ້ປະກອບ, ນັກທຸລະກິດ, ພໍ່ຄ້າຊາວຂາຍພາຍໃນເມືອງຈັນທະບູລີຍັງສາມາດມອບອາກອນເຊັ່ນ: ອາກອນເງິນເດືອນ, ອາກອນມອບເໝົາ, ອາກອນຊົມໃຊ້, ອາກອນກຳລັງ,ອາກອນມູນຄ່າເພີ່ມຈາກການຂາຍ, ອາກອນມູນຄ່າເພີ່ມຈາກການບໍລິການ, ໃບສັ່ງມອບຜ່ານລະບົບທະນາຄານ ຊຶ່ງສາມາດຊຳລະໄດ້ 3 ຊ່ອງທາງຄື: ຜ່ານປ່ອງບໍລິການ (Teller service), ຜ່ານຕູ້ ATM ຂອງທະນາຄານພັດທະນາລາວ (ATM ) ແລະ ຜ່ານລະບົບ Mobile Banking ຂອງທະນາຄານພັດທະນາລາວ.

 ພາບປະກອບບົດຂ່າວ
ທ່ານ ນາງ ໄຊສົມບັດ ວົງພັກດີ ໃຫ້ຮູ້ຕື່ມອີກວ່າ: ການເປີດນໍາໃຊ້ການເກັບລາຍຮັບສ່ວຍສາອາກອນດ້ວຍລະບົບເອເລັກໂຕຣນິກ ແລະ ການມອບອາກອນຜ່ານລະບົບທະນາຄານ, ຈະໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກັນຍາ 2017 ເປັນຕົ້ນໄປໃຫ້ທຸກພື້ນຖານທຸລະກິດທີ່ຂຶ້ນທະບຽນອາກອນນຳໜ່ວຍງານສ່ວຍສາອາກອນປະຈຳເມືອງຈັນທະບູລີທີ່ມອບອາກອນລະບົບມອບເໝົາ, ມອບອາກອນຕາມລາຍຮັບຕົວຈິງ, ເສຍພາສີທີ່ດິນ, ອາກອນຂັ້ນບ້ານຄຸ້ມຄອງເກັບ ແລະ ລາຍຮັບວິຊາການ, ຄ່າທຳນຽມຕ່າງໆ ແລະ ຄ່າບໍລິການໃຫ້ເລີ່ມຈັດຕັ້ງປະຕິບັດ ແລະ ການນຳໃຊ້ລະບົບດັ່ງກ່າວເພື່ອເຮັດໃຫ້ການເກັບລາຍຮັບຈາກສ່ວຍສາອາກອນມີຄວາມຊັດເຈນ, ຖືກຕ້ອງເກັບລາຍຮັບຕົວຈິງຂອງຜູ້ປະກອບການ ແລະ ມີຄວາມສະດວກສະບາຍໃນການມອບພັນທະອາກອນປະເພດຕ່າງໆຕາມກຳນົດເວລາ ແລະ ສາມາດກວດກາໄດ້ລະຫວ່າງຄັງເງິນປະຈຳເມືອງ, ທະນາຄານ ແລະ ສ່ວຍສາອາກອນ.

ພິທີເປີດດັ່ງກ່າວໄດ້ຈັດຂຶ້ນ ທີ່ຫ້ອງການ-ການເງິນເມືອງຈັນທະບູລີໂດຍການເປັນປະທານຂອງ ທ່ານ ປອ. ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະ ຊວງການເງິນ, ມີຮອງເຈົ້າ ເມືອງຈັນທະບູລີ, ຕາງໜ້າພະແນກການເງິນນະຄອນຫລວງ, ອາກອນນະຄອນຫລວງ ຕາງໜ້າທະນາຄານພັດທະນາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທີ່ມາ: ກະຊວງການເງິນ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.