Header Ads

ຫົວໜ່ວຍທຸລະກິດໃດບໍ່ໃຫ້ການຮ່ວມມື ຕໍ່ໂຄງການ(POS) ຈະໂຈະຖືກການດຳເນີນທຸລະກິດ



ໂຄງການພັດທະນາແລະເຊື່ອມຕໍ່ຂໍ້ມູນ (POS) ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການໄລຍະ 3 ມີການຕິດຕັ້ງເຊື່ອມຕໍ່ລະບົບນໍາບັນດາຫົວໜ່ວຍທຸລະກິດໄດ້ຮັບຜົນດີ,ສາມາດຮູ້ໄດ້ຈາກການຂາຍສິນຄ້າ, ການບໍລິກາານແຕ່ລະວັນ, ອາທິດ, ເດືອນ. ພ້ອມດຽວກັນນີ້ລັດແຈ້ງເຕື່ອນ! ຫາກຫົວໜ່ວຍທຸລະກິດໃດບໍ່ໃຫ້ການຮ່ວມມືຈະສະເໜີຄະນະສະເພາະກິດກ່າວຕັກເຕື່ອນຖ້າຍັງລະເມີດຈະແຈ້ງໃຫ້ຂະແໜງການການຄ້າໂຈະການດຳເນີນທຸລະກິດ.

ທ່ານ ປອ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ລາຍງານຄວາມຄືບໜ້າໂຄງການພັດທະນາການຕິດຕັ້ງ ແລະ ເຊື່ອມຕໍ່ຂໍ້ມູນເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ, ໃນກອງປະຊຸມດັ່ງກ່າວ ເມື່ອວັນທີ30 ສິງຫາ 2017 ທີ່ກະຊວງການເງິນໂດຍການເປັນປະທານຂອງທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີຕ່າງໜ້າພະແນກການເງິນນວ,ອາກອນປະຈໍາເມືອງ 9 ເມືອງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມວ່າ:



ໂຄງການພັດທະນາການຕິດຕັ້ງ ແລະ ເຊື່ອມຕໍ່ຂໍ້ມູນເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການໄລຍະທີ 3 ເຊິ່ງແມ່ນໄລຍະການຂະຫຍາຍຕົວຕິດຕັ້ງ, ການເຊື່ອມຕໍ່ ແລະ ການນໍາໃຊ້ລະບົບຕິດຕາມອາກອນຢູ່ຈຸດເກັບເງິນຕົວຈິງ ແລະ ເຂົ້າເຖິງຖານຂໍ້ມູນລາຍຮັບຈາກການຂາຍສິນຄ້າ ແລະ ການບໍລິການຈາກເຄື່ອງບັນທຶກດັ່ງກ່າວຂອງຫົວໜ່ວຍທຸລະກິດຂັ້ນສູນກາງ, ນະຄອນຫລວງ ແລະ 5 ເມືອງໃນນະຄອນຫລວງວຽງຈັນທີ່ເປັນຈຸດສຸມໃນການຈັດຕັ້ງປະຕິບັດເບື້ອງຕົ້ນໄປພ້ອມກັບການຮັບຮອງເອົາໃບເກັບເງິນຂອງຫົວໜ່ວຍທຸລະກິດທີ່ມີເງື່ອນໄຂຖືກຕ້ອງ.

ປັດຈຸບັນໄດ້ສຳເລັດການຂຶ້ນແຜນເປົ້າໝາຍການຕິດຕັ້ງ ແລະ ເຊື່ອມຕໍ່ຂໍ້ມູນບົດບັນທຶກການຂາຍສິນຄ້າຈໍານວນທັງໝົດ 1.200 ຫົວໜ່ວຍ, ສໍາລັບເຄື່ອງອຸປະກອນທີ່ນໍາເຂົ້າມາຈັດຕັ້ງປະຕິບັດໃນໂຄງການຕົວຈິງມີຈໍານວນ 1.000 ເຄື່ອງປະກອນມີ: ເຄື່ອງບັນທຶການຂາຍສິນຄ້າ ແລະ ການບໍລິການ (CRS)ທັງໝົດ 700 ເຄື່ອງ ແລະ ອຸປະກອນເຊື່ອມຕໍ່ທັງໝົດ 300 ອັນ, ໃນນັ້ນ Smart Port 250 ອັນ,BareBone PC 50 ອັນ ແລະ ກໍ້ເຈ້ຍສໍາລັບນໍາໃຊ້ພິມອອກດ້ວຍເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການຈໍານວນ 20.000 ກໍ້.



ທ່ານ ປອ ພູທະນູເພັດໄຊສົມບັດກ່າວອີກວ່າ: ຜ່ານການຕິດຕັ້ງ ແລະ ເຊື່ອມຕໍ່ຂໍ້ມູນ (ລະບົບ) ປະຕິບັດຕົວຈິງນໍາບັນດາຫົວໜ່ວຍວິສາຫະກິດໄດ້ຮັບຜົນດີຫລາຍດ້ານ,ສາມາດຮູ້ໄດ້ລາຍຮັບຈາກການຂາຍສິນຄ້າ ແລະ ການບໍລິການຂອງຫົວໜ່ວຍວິສາຫະກິດເປັນແຕ່ລະວັນ, ອາທິດ ແລະ ເດືອນຈາກຂໍ້ມູນຕົວຈິງທີ່ໄດ້ຈາກລະບົບເຫັນວ່າຫົວໜ່ວຍທີ່ຢູ່ໃນລະບອບອາກອນມູນຄ່າເພີ່ມຖືບັນຊີມາດຕະຖານ, ການນໍາໃຊ້ໃບເກັບເງິນກໍ່ຈະມີຂໍ້ມູນການມອບພັນທະອາກອນທຽບໃສ່ໄລຍະຜ່ານມາແມ່ນມີລາຍຮັບເພີ່ມຂຶ້ນ.

ເຖິງຢ່າງໃດກໍຕາມຖ້າຫາກຫົົວໜ່ວຍທຸລະກິດໃດຫາກບໍ່ໃຫ້ຄວາມຮ່ວມມືໃນການຕິດຕັ້ງເຄື່ອງບັນທຶກການຂາຍສິນຄ້າດັ່ງກ່າວຄະນະຮັບຜິດຊອບຈະໄດ້ນໍາສະເໜີໃຫ້ຄະນະສະເພາະກິດຂຶ້ນກັບນະຄອນຫລວງ ແລະ ເມືອງທີ່ໄດ້ຮັບການແຕ່ງຕັ້ງກ່າວຕັກເຕືອນ ແລະ ເຮັດບົດບັນທຶກ, ຖ້າຍັງລະເມີດ ແລະ ຝ່າຝືນຈະນໍາໃຊ້ມາດຕະການທີ່ລະບຸໄວ້ໃນ 2 ນິຕິກໍາ ແລະ ຈະແຈ້ງໃຫ້ຂະແໜງການຄ້າໂຈະການດຳເນີນທຸລະກິດຊົ່ວຄາວ, ຖ້າຍັງສືບຕໍ່ບໍ່ປະຕິບັດຈະກ້າວໄປເຖິງໂຈະການດຳເນີນທຸລະກິດຖາວອນ, ທ່ານ ປອ ພູທະນູເພັດ ໄຊສົມບັດ ກ່າວ.


ຂ່າວ-ພາບ: ກະຊວງການເງິນ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.