Header Ads

ກົມພາສີ ສປປ ລາວ-ສ.ປ ຈີນ-ຣາຊະອານາຈັກໄທ ພົບປະສາມຝ່າຍ ຄັ້ງທີ 6



ໃນລະຫວ່າງວັນທີ 28-31 ສິງຫາ 2017 ກົມພາສີ ກະຊວງການເງິນ ສປປ ລາວ ໄດ້ຈັດກອງປະຊຸມພົບປະສາມຝ່າຍລະຫວ່າງ ກົມພາສີ ສປປ ລາວ-ສປ.ຈີນ ແລະ ຣາຊະອານາຈັກໄທ ຂື້ນທີ່ແຂວງຫລວງພະບາງ ສປປ ລາວ ໂດຍການເປັນປະທານຂອງທ່ານ ວົງຄໍາແຫງ ວົງທະຈັກ ຮອງຫົວໜ້າກົມພາສີ ກະຊວງການເງິນ ສປປ ລາວ,ຊື່ງມີທ່ານ ນາງ ຊະລິດາ ພວງຣະວີ ຫົວໜ້າພາສີ ພາກ III ຣາຊະອານາຈັກໄທ, ທ່ານ ມາຈູນ ຮອງຫົວໜ້າພາສີ ຄຸນໝິງ ສປ. ຈີນ, ມີຫົວໜ້າ, ຮອງຫົວໜ້າພະແນກການກ່ຽວຂ້ອງທັງສາມຝ່າຍເຂົ້າຮ່ວມ.

ກອງປະຊຸມພົບປະສາມຝ່າຍໃນຄັ້ງນີ້ ແມ່ນເປັນຂີດໝາຍອັນສໍາຄັນຢ່າງເລິກເຊີ່ງໃນການຮັດແໜ້ນສາຍພົວພັນຖານບ້ານໃກ້ເຮືອນຄຽງຂອງທັງສາມປະເທດ, ເພື່ອເສີມຂະຫຍາຍຂອບການຮ່ວມມືທາງດ້ານວຽກງານພາສີໃຫ້ມີຄວາມເຂັ້ມແຂງ ແລະ ຊ່ວຍເຫລືອເຊີ່ງກັນ ແລະ ກັນ, ຊື່ງລັດຖະບານແຫ່ງ ສປປ ລາວໄດ້ມີທິດທາງໃນການພັດທະນາວຽກງານເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການສົ່ງເສີມວຽກງານການຄ້າ ແລະ ການລົງທຶນ ໃຫ້ມີການຂະຫຍາຍຕົວ. ກົມພາສີກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດນະໂຍບາຍດັ່ງກ່າວເປັນຕົ້ນແມ່ນການປັບປຸງບັນດາລະບຽບການໃຫ້ມີລັກສະນະສາກົນ, ການນໍາໃຊ້ເຄື່ອງມືທີ່ທັນສະໄໝ ແລະ ກໍ່ສ້າງບຸກຄະລາກອນໃຫ້ມີປະສິດທິພາບ ແນໃສ່ສ້າງເງື່ອນໄຂໃນການອໍານວຍຄວາມສະດວກທາງດ້ານການຄ້າ. ນອກຈາກນັ້ນ, ການຈັດຕັ້ງປະຕິບັດໂຄງການ “ເສັ້ນທາງສາຍໄໝ” ລັດຖະບານແຫ່ງ ສປປ ລາວ ແມ່ນເຫັນໄດ້ເຖິງຄວາມສໍາຄັນຂອງໂຄງການດັ່ງກ່າວ ຊື່ງຄາດວ່າຈະນໍາຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມມາສູ່ປະເທດຊາດກໍຄືພາກພື້ນ ແລະ ຍັງເປັນການສະໜັບສະໜູນນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ເພື່ອສ້າງໃຫ້ປະເທດທີ່ບໍມີເສັ້ນທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງໃນພາກພື້ນ.

ໃນປັດຈຸບັນການຂົນສົ່ງສິນຄ້າຜ່ານແດນ ລະຫວ່າງ ຈີນ-ລາວ-ໄທ ເຫັນວ່ານັບມື້ນັບເພີ່ມຂື້ນ. ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ວຽກງານການຄ້າລະຫວ່າງປະເທດມີການຂະຫຍາຍຕົວ, ມີຄວາມສະດວກໃນການຜ່ານແດນຕາມເສັ້ນທາງ R3 (ຄຸນໝິງ-ບາງກອກ) ແລະ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນກອບຮ່ວມມືປະເທດອະນຸພາກພື້ນລຸ່ມແມ່ນໍ້າຂອງ (GMS-CBTA) ໃຫ້ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ. ສະນັ້ນ ທັງສາມປະເທດຕ້ອງໄດ້ເອົາໃຈໃສ່ປັບປຸງຂັ້ນຕອນຕ່າງໆເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍໃນປັດຈຸບັນ ແລະ ຫັນເປັນສາກົນເທື່ອລະກ້າວ.


ພ້ອມດຽວກັນນັ້ນ, ສາມຝ່າຍຍັງໄດ້ພ້ອມກັນປຶກສາຫາລື ການຈັດຕັ້ງປະຕິບັດວຽກງານການຂົນສົ່ງສິນຄ້າຜ່ານແດນເປັນຕົ້ນແມ່ນດ້ານການບໍລິການການສົ່ງອອກຈາກຈີນຜ່ານລາວ ຫລື ໄທຜ່ານລາວ ໄປປະເທດທີ່ສາມເພື່ອໃຫ້ມີຄວາມສະດວກ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດ, ປຶກສາຫາລືໃນການສ້າງໂຄງການຮ່ວມກັນໃນການສຶກສາການກວດປ່ອຍສິນຄ້າ (TRS) ລະຫວ່າງ ຈີນ-ລາວ-ໄທ, ກົນໄກການແລກປ່ຽນຂໍ້ມູນຂອງສິນຄ້າເຂົ້າ-ອອກດ່ານຕົ້ນທາງ ແລະ ປາຍທາງ ແລະ ປຶກສາຫາລືກ່ຽວກັບກົນໄກການປະຕິບັດສົນທິສັນຍາ (CITES), ລະບຽບການປົກປ້ອງຊັບສິນທາງປັນຍາ(TRS), ການຄຸ້ມຄອງການນໍາໃຊ້ສານທໍາລາຍຊັນໂອໂຊນ, ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ສິນຄ້າຫ້າມນໍາເຂົ້າປະເພດອາວຸດເສິກ, ຢາເສບຕິດ, ສານເຄມີຕັ້ງຕົ້ນ ແລະ ອື່ນໆ.

ທີ່ມາ: ກະຊວງການເງິນ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.