Header Ads

ຍອດຜູ້ເສຍຊີວິດຈາກອຸທົກກະໄພນໍ້າຖ້ວມໃຫຍ່ທີ່ປະເທດອິນເດຍ ເນປານ ແລະ ບັງກາລາເທດສູງເຖິງ 1,200 ຄົນ ແລະ ອິດທິພົນຍັງສົ່ງຜົນໃຫ້ ນະຄອນມຸມໄບ ເມືອງຫຼວງຂອງອິນເດຍເສຍຫາຍຢ່າງໜັກ


ສໍານັກຂ່າວຕ່າງປະເທດລາຍງານວ່າ : ຜົນກະທົບຈາກອຸທົກກະໄພນໍ້າຖ້ວມໃຫຍ່ທີ່ປະເທດອິນເດຍ ເນປານ ແລະ ບັງກາລາເທດ ເຮັດໃຫ້ມີປະຊາຊົນເສຍຊີວິດແລ້ວ 1,200 ຄົນ ສືບເນື່ອງຈາກປະຊາຊົນສ່ວນຫຼາຍໃນເຂດນີ້ອາໄສຢູ່ຕາມລໍາແມ່ນໍ້າເຖິງ 20 ລ້ານຄົນເມື່ອລະດູຝົນເຂົ້າມາເຮັດໃຫ້ນໍ້າໄຫຼເຂົ້າຖ້ວມບ້ານເຮືອນ ເຊິ່ງເປັນອຸທົກກະໄພທີ່ມີຄວາມຮຸນແຮງໃນຫຼາຍຮອບສິບປີ.







ຜົນກະທົບຈາກອຸທົກກະໄພນໍ້າຖ້ວມໃຫຍ່ນີ້ຍັງເຮັດໃຫ້ນະຄອນຫຼວງມຸມໄບ ຂອງອິນເດຍໄດ້ຮັບຄວາມເສຍຫາຍຢ່າງໜັກ ໂດຍມີລາຍງານວ່າມີຜູ້ເສຍຊີວິດແລ້ວ 5 ຄົນ, ການຄົມມະນາຄົມຕ້ອງຢຸດສະງັດໃນຫຼາຍພື້ນທີ່, ໂຮງຮຽນ, ສໍານັກງານ, ໂຮງແຮມ, ໂຮງງານ ແລະ  ສະຖານໃຫ້ບໍລິການອຕ່າງໆຕ້ອງປິດໂຕລົງນັບຕັ້ງແຕ່ອາທິດທີ່ຜ່ານມາ. 









ປະເທດອິນເດຍ, ເນປານ ແລະ ບັງກະລາເທດຕ້ອງປະເຊີນອຸທົກກະໄພນໍ້າຖ້ວມໃນລະດູມໍລະສຸມໃນໄລຍະເດືອນມິຖຸນາ- ຕຸລາ ຂອງທຸກໆປີ  ເຊິ່ງການປະເຊີນອຸທົກກະໄພນໍ້າຖ້ວມໃນຄັ້ງນີ້ຖືກເປັນຄັ້ງທີ່ມີຄວາມຮຸນແຮງໃນຫຼາຍຮອບສິບປີ ໂດຍບາງພື້ນທີ່ນໍ້າໄຫຼເຂົ້າຖ້ວມຈົນຕັດຂາດຈາກການຕິດຕໍ່ພາຍນອກ ພ້ອມກັບຂາດແຄນອາຫານ ແລະ ນໍ້າດື່ມ(ນໍ້າສະອາດ).








ທີ່ມາ:  AFP
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.