Header Ads

ສາມບໍລິສັດເອກະຊົນ ຮ່ວມມືພັດທະນາ ເຂດ ນິຄົມອຸດສາຫະກຳ ນະຄອນຫລວງ



ອີງຕາມການລາຍງານຂ່າວຂອງ ຂປລ ວ່າ: ສາມ​ບໍລິສັດ​ເອກະ​ຊົນພາຍ​ໃນ​ ​ແລະ ຕ່າງປະ​ເທດ ມີ ກຸ່ມ​ບໍລິສັດ​ ພົງ​ສະ​ຫວັນ​ ຈຳກັດ, ບໍລິສັດ​ ທີ່​ປຶກສາສຸ​ບານາ ຈູ​ລອງ ຈຳກັດ ​ແລະ ບໍລິສັດ ​ແມ່​ຂອງ​ກຣຸບ ຈຳກັດ ຈາກສາທາລະນະ​ລັດ​ສິງກະ​ໂປ ໄດ້​ຕົກລົງ​ຮ່ວມ​ກັນ ​ເພື່ອສ້າງ​ແຜນ​ແມ່​ບົດ ໂຄງການພັດທະນາ ເຂດນິຄົມອຸດສາຫະກຳຫລັກ 21 ນະຄອນຫລວງ​ວຽງ​ຈັນ​, ໃນ​ເນື້ອທີ່ 1.300 ເຮັກຕາ. ໂຄງການ​ດັ່ງກ່າວ, ຈະ​​ໃຊ້​ເວລາ 12 ອາທິດ  ​ເພື່ອເກັບ​ກຳ​ຂໍ້​ມູນ, ສຳ​ຫລວດ​ອອກ​ແບບ ​ແລະ ສຶກສາ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ພັດທະນາ​ໂຄງການ​ຕ່າງໆ ​ໃນ​ເຂດ​ນິຄົມ​ອຸດສາຫະກຳດັ່ງກ່າວ.

ພິທີ​​ເຊັນ​ສັນຍາ​ ຮ່ວມ​ມື​ດັ່ງກ່າວ, ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 1 ກັນຍາ 2017 ທີ່​ ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫລວງວຽງ​ຈັນ, ມີ ​ທ່ານ ໂດມິນິກໂກ ເອກອັກຄະລັດຖະທູດ ສິງກະໂປ ປະຈຳລາວ, ພ້ອມ​ດ້ວຍ ​ພາກສ່ວນ​ກ່ຽວ​ຂ້ອງ​ ເຂົ້າ​ຮ່ວມ. ຮ່ວມ​ລົງ​ນາມ​​ ໃນຄັ້ງ​ນີ້, ​ໂດຍ​​ທ່ານ ​ເທດ​ລະຄອນ ດວງ​ສົນທິ ຮອງ​ປະທານ​ ຜູ້​ປະຈຳການ ກຸ່ມ​ບໍລິສັດ ​ພົງ​ສະຫວັນ, ທ່ານ​ ເຢວ ຈູ​ນຈອງ ຮອງ​ປະທານ​ບໍລິສັດ ທີ່​ປຶກສາ ສຸ​ບານາ ຈູ​ລອງ ຈຳກັດ ​ແລະ ທ່ານ ​ໄມ​ເຄິນ ອໍ ປະທານ​ບໍລິສັດ ​ແມ່​ຂອງ​ກຣຸບ ຈຳກັດ.​​


ໃນ​ເບື້ອງ​ຕົ້ນ ຈະ​ເນັ້ນ​ໃສ່​ສຶກສາ ​ຄວາມ​ເປັນ​ໄປ​ໄດ້​ໃນ​ທີ່​ດິນ​ ຈຳນວນ 300 ​ເຮັກຕາ ທີ່​ຈະ​ດຳ​ເນີນ​ການ​ລົງທຶນ​, ໂດຍ​ກຸ່ມ​ບໍລິສັດ​ ພົງ​ສະຫວັນ ​ແລະ ອີກ 1.000 ​ເຮັກຕາ ຈະ​ລົງທຶນ​ຮ່ວມ​ກັບ​ອົງການ ​ປົກຄອງ​ນະຄອນຫລວງ ​ເພື່ອ​ພ້ອມ​ກັນ​ພັດທະນາ ​ໂດຍ​ເລັ່ງ​ໃສ່ ​ພື້ນຖານ​ໂຄງ​ລ່າງ ​ຕາມ​ທິດ​ຊີ້​ນຳ​ຂອງ​ນະຄອນຫລວງ ສອດຄ່ອງ​ກັບ​ນະ​ໂຍບາຍ​ ຂອງ​ພັກ-​ລັດ ກໍ​ຄື​ ນະຄອນຫລວງ ປະກອບສ່ວນ​ເຮັດ​ໃຫ້ ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ ຂອງ​ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ​ເປົ້າ​ໝາຍ​ລົບ​ລ້າງ ​ຄວາມທຸກ​ຍາກ ຂອງ​ລັດຖະບານ​ລາວ ພາຍ​ໃນ​ ປີ 2020 ​​ໃຫ້​ໄດ້ຮັບຜົນສຳ​ເລັດ. 

ທີ່ມາ: ຂປລ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.