Header Ads

ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງຊາຍແດນ ລາວ-ກຳປູເຈຍ ຢູ່ບໍລິເວນ ແກ້ງຕໍມໍຄອຍ ແລະ ຫ້ວຍຕະເງົາ ແຂວງອັດຕະປື



ສືບຕໍ່ຈາກການປຶກສາຫາລື ກ່ຽວກັບບັນຫາຊາຍແດນ ຢູ່ເຂດບໍລິເວນແກ້ງຕໍມໍຄອຍ ແລະ ຫ້ວຍຕະເງົາ ໃນວັນທີ 12 ສິງຫາ 2017 ທີ່ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປພົບປະກັບ ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນຕອນເຊົ້າຂອງວັນທີ 01 ກັນຍາ 2017, ທີ່ນະຄອນຫລວງພະນົມເປັນລາດຊະອານາຈັກກຳປູເຈຍ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບທິດທາງການແກ້ໄຂບັນຫາຊາຍແດນ ລາວ-ກຳປູເຈຍ.


ພາຍຫຼັງທີ່ໄດ້ປຶກສາຫາລືນໍາກັນລະຫວ່າງສອງນາຍົກ, ໂດຍສະເພາະພວກເຮົາໄດ້ຕົກລົງກັນ 4 ບັນຫາສໍາຄັນທີ່ຈະແກ້ໄຂໃນຕໍ່ໜ້າ ດັ່ງນີ້:

1. ອີກບໍ່ເທົ່າໃດມື້ລັດຖະມົນຕີຕ່າງປະເທດທັງສອງ ຈະປະຊຸມກັນຢູ່ນະຄອນຫຼວງພະນົມເປັນ ນີ້, ເພື່ອຊອກຮູ້ການແກ້ໄຂ, ຊອກຄວາມອໍານວຍ ແລະ ຄວາມເຂົ້າອົກເຂົ້າໃຈກັນ.

2. ຝ່າຍເພື່ອນລາວ ກໍໄດ້ເຫັນດີຕາມການສະເໜີຂອງຝ່າຍກໍາປູເຈຍ ກວດກາຈຸດຄົງຄ້າງຕາມໜັງສືທີ່ ຂ້າພະເຈົ້າ ແຈ້ງໃຫ້ພະນະທ່ານ ທອງລຸນ, ບັນດາ 4 ຈຸດນັ້ນມີ: 033, 037/13, ອູສະວາຍ ແລະ ເວີນຄໍາ 032/1. 4 ຈຸດນີ້ ພວກເຮົາ ໄດ້ຕົກລົງກັນຕ້ອງໄດ້ແກ້ໄຂກ່ອນບໍລິເວນ ຫ້ວຍຕະເງົ້າ, ເພາະວ່າ ບໍລິເວນ ຫ້ວຍຕະເງົ້າ ມີຄວາມຫຍຸ້ງຍາກ ຕ້ອງໄດ້ແກ້ໄຂຈຸດນີ້ກ່ອນ.

3. ທັງສອງຝ່າຍ ຕົກລົງກັນໃຫ້ຄະນະກໍາມະການຊາຍແດນ ລົງໄປແກ້ໄຂກັນທີ່ຢູ່ພື້ນທີ່ຕົວຈິງ ຢູ່ບໍລິເວນຫ້ວຍຕະເງົ້າ ທີ່ເປັນບໍລິເວນຄົງຄ້າງ. ຕາມການຕົກລົງກັນດິນສ່ວນໃດເປັນຂອງກໍາປູເຈຍ, ສ່ວນໃດເປັນຂອງລາວ ຕ້ອງກໍານົດໃຫ້ຈະແຈ້ງ, ຊອກເຫັນຢູ່ຈຸດໃດ ໃຫ້ປັກຫຼັກໝາຍໃສ່ຈຸດນັ້ນ, ອີງຕາມແຜນທີ່ນີ້ ພວກເຮົາ ຍັງເຫຼືອພຽງແຕ່ 20 ຫຼັກ ໝາຍ ຢູ່ໃນບໍລິເວນ ຫ້ວຍຕະເງົ້າ ນີ້. ດັ່ງນັ້ນ, ໃຫ້ທັງສອງຝ່າຍລົງໄປພື້ນທີ່ຕົວຈິງ, ໄປນອນຢູ່ພຸ້ນເລີຍ, ຕົກລົງກັນຮອດຈຸດໃດ, ປັກຫຼັກໝາຍໃສ່ຈຸດນັ້ນໂລດ.



4. ນາຍົກລັດຖະມົນຕີທັງສອງ ຄື: ພະນະ ທ່ານ ທອງລຸນ ແລະ ຂ້າພະເຈົ້າ ຈະເຮັດຈົດໝາຍເຖິງປະທານາທິບໍດີຝຣັ່ງ ເພື່ອຊ່ວຍມອບແຜນທີ່ມາດຕາ 1/100.000 ແລະ ມາດຕາ 1/50.000, ຂໍໃຫ້ຝຣັ່ງ ຊ່ວຍເອົາເອກະສານອື່ນໆອີກ ທີ່ກ່ຽວຂ້ອງກັບຊາຍແດນກໍາປູເຈຍ ແລະ ລາວ.

ປະເທດພວກເຮົາທັງສອງ ຫຼື ອາດເວົ້າໄດ້ວ່າທັງສາມ ເຄີຍເປັນເມືອງຂື້ນຂອງຝຣັ່ງ ກ່ອນຝຣັ່ງອອກໄປ, ຝຣັ່ງ ໄດ້ມອບມໍລະດົກນັ້ນມາໃຫ້ພວກເຮົາ, ດັ່ງນັ້ນ ຝຣັ່ງ ຕ້ອງມີຄວາມຮັບຜິດຊອບຕໍ່ພວກເຮົາ, ຊ່ວຍພວກເຮົາຕໍ່ບັນຫານີ້. ພື້ນຖານທີ່ຝຣັ່ງມອບໃຫ້ນັ້ນ ເປັນແຜນທີ່ 1/100.000, ແຕ່ວ່າ ການກໍານົດເສັ້ນຊາຍແດນ ບໍ່ສາມາດຈະເອົາແຜນທີ່ 1/100.000 ມາກໍານົດໄດ້ດອກ, ຕ້ອງໃຊ້ແຜນທີ່ 1/50.000. ສະນັ້ນ, ວິທີທີ່ດີກວ່າໝູ່ ແມ່ນຂໍນັກວິຊາການແຜນທີ່ຝຣັ່ງ ມາຊ່ວຍມອບແຜນທີ່ 1/100.000 ຖ່າຍທອດເປັນ 1/50.000 ທີ່ແຜນທີ່ສະບັບຕົ້ນຂອງຝຣັ່ງ. ນອກນັ້ນ, ສະເໜີຂໍແຜນທີ່ທັງຫຼາຍທີ່ຝຣັ່ງ ມີກ່ຽວຂ້ອງກັບຊາຍແດນ ກໍາປູເຈຍ - ລາວ.


ສອງນາຍົກລັດຖະມົນຕີ ຍັງໄດ້ຕົກລົງຈະຮັກສາຄວາມສະຫງົບ ແລະ ຄວາມໝັ້ນຄົງ ໃນບໍລິເວນຊາຍແດນລະຫວ່າງສອງປະເທດ ເພື່ອໃຫ້ປະຊາຊົນໄດ້ທຳມາຫາກິນກິນ ແລະ ດຳລົງຊີວິດ ໃນຄວາມສະຫງົບ ແລະ ມີມິດໄມຕີຕໍ່ກັນ. ຜົນຂອງການພົບປະ ລະຫວ່າງ 2 ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໃນຄັ້ງນີ້ ຖືເປັນການສະແດງອອກ ແລະ ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມຕັ້ງໃຈ ແລະ ຄວາມຈິງໃຈ ຂອງສອງລັດຖະບານ ກໍ່ຄືປະຊາຊົນ 2 ຊາດ ລາວ-ກຳປູເຈຍ ໃນການແກ້ໄຂບັນຫາຊາຍແດນຮ່ວມກັນ ເພື່ອຮັກສາມູນເຊື້ອແຫ່ງມິດຕະພາບ ແລະ ຄວາມເປັນເພື່ອບ້ານທີ່ດີຕໍ່ກັນຕະຫຼອດໄປ.


ທີ່ມາ: ວິທະຍຸກະສຈານສຽງແຫ່ງຊາດ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.