Header Ads

ແຂວງຈຳປາສັກຈະກໍ່ສ້າງລະບົບປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າເຊໂດນໃຫ້ສຳເລັດໃນ 3 ປີຕໍ່ໜ້າ



ລະບົບກັນເຈືອນແຄມແມ່ນໍ້າເຊໂດນ ເມືອງປາກເຊ ແຂວງຈຳປາສັກ ໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການແລ້ວ ໃນວັນທີ 1 ກັນຍາ 2017 ນີ້ ພາຍຫຼັງມີພິທີເຊັນສັນຍາຮັບເໝົາກໍ່ສ້າງເມື່ອວັນທີ 28 ເດືອນສິງຫາ ຜ່ານມາ ແລະຈະດຳເນີນການກໍ່ສ້າງໃຫ້ສຳເລັດໃນກຳນົດເວລາ 3 ປີ.

ທ່ານ ບຸນເນົາ ຟອງຄຳແດງ ຮອງຫົວໜ້າພະແນກ ຍທຂ ແຂວງ ທັງແມ່ນຫົວໜ້າໂຄງການປັບປຸງສິ່ງແວດລ້ອມຕົວເມືອງປາກເຊໃຫ້ຮູ້ວ່າ: ລະບົບປ້ອງກັນຕາຝັ່ງເຈື່ອນທີ່ເລີ່ມກໍ່ສ້າງແມ່ນໜ້າວຽກໜຶ່ງທີ່ສຳຄັນນອນໃນໂຄງການປັບປຸງສິ່ແວດລ້ອມຕົມເມືອງປາກເຊ ໂດຍແມ່ນບໍລິສັດ Civil Engineering Construction Joint stock ຈາກ ສສ ຫວຽດນາມ ທີ່ຊະນະການປະມູນເປັນຜູ້ຮັບເໝົາ ໃນມູນຄ່າທັງໝົດ 4 ລ້ານ 5 ແສນກ່ວາໂດລາ, ຊຶ່ງແມ່ນທຶນກູ້ຢືມ ແລະຊ່ວຍເຫຼືອລ້າາກທະນາຄານພັດທະນາອາຊີ ADB ບວກກັບທຶນສົມທົບຂອງລັດຖະບານລາວ.

ລະບົບປ້ອງກັນຕາຝັ່ງເຈື່ອນແຄມແມ່ນຳ້ເຊໂດນທີ່ເມືອງປາກເຊ ຈະກໍ່ສ້າງມີຄວາມຍາວທັງໝົດ 3.000 ແມັດ; ໃນນັ້ນຢູ່ແຄມຝັ່ງບ້ານຫ້ວຍປູນ 1.200 ແມັດ,ເບື້ອງຝັ່ງທ່າຫຼວງ 1.000 ແມັດ ແລະ ເບື້ອງຝັ່ງບ້ານແກ 800 ແມັດ, ລະບົບປ້ອງກັນຕາຝັ່ງເຈື່ອນແມ່ນເຮັດດ້ວຍໂຄງສ້າງເບຕົງເສີມຫຼັກ,ໂຄງສ້າງກະຕ່າຫີນ ແລະເຕັກນິກອື່ນໆ ທີ່ແໜ້ນໜາໄດ້ມາດຕະຖານ ສາມາດຮັບແຮງດັນ,ເຊາະເຈື່ອນລະບົບໄຫຼກະທົບຂອງກະແສນໍ້າໄດ້ເປັນຢ່າງດີ.


ລະບົບກັນເຈື່ອນແຄມແມ່ນໍ້າຊໂດນທີ່ກໍ່ສ້າງມີຄວາມສຳຄັນຈຳເປັນ ເພາະຈະເປັນເກາະປ້ອງກັນບໍ່ໃຫ້ຕະລິ່ງເຈື່ອນຍ້ອນນໍ້າຊຸຄືກັບຫຼາຍປີຜ່ານມາ ພ້ອມທັງປັບປຸງພູມີທັດແຄມນໍ້າ,ສາຍນໍ້າເຊໃນຕົວເມືອງໃຫ້ສວຍງາມ ແລະມີສິ່ງແວດລ້ອມທີ່ດີຂຶ້ນກ່ວາເກົ່າ.

ທີ່ມາ: ວິທະຍຸກະຈາຍສຽງຈໍາປາສັກ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.