Header Ads

ປະທານາທິດີ ໂດໂນ ທຣັມ ທະວິດຂໍ້ຄວາມຕອບໂຕ້ການທົດລອງອາວຸດນິວເຄຼຍຂອງເກົາຫຼີເໜືອວ່າເປັນສັດຕູ ແລະ ອັນຕະລາຍຕໍ່ ສ. ອາເມລິກາ



ປະທານາທິດີ ໂດໂນ ທຣັມ ທະວິດຂໍ້ຄວາມຕອບໂຕ້ ວ່າ: “ຄໍາເວົ້າຍົວະຍຸ ແລະ ການທົດລອງອາວຸດນິວເຄຼຍຂອງເກົາຫຼີເໜືອໃນຄັ້ງນີ້ ວ່າເປັນການກະທໍາທີ່ສະແດງວ່າເກົາຫຼີເໜືອຍັງຄົງເປັນສັດຕູ ແລະ ອັນຕະລາຍຕໍ່ ສ. ອາເມລິກາ” ພ້ອມດຽວກັນນັ້ນກໍປະກາດວ່າ “ການໃຊ້ວິທີປານີປານ້ອມກັບເກົາຫຼີເໜືອນັ້ນບໍ່ໄດ້ຜົນອີກຕໍ່ໄປ ເພາະເກົາຫຼີເໜືອເຂົ້າໃຈແຕ່ສິ່ງດຽວ” ຄືການປະກາດປະສົບຄວາມສໍາເລັດໃນການທົດລອງອາວຸດນິວເຄຼຍເທົ່ານັ້ນ. 



ປະທານາທິດີ ໂດໂນ ທຣັມ ອອກສະແດງຄວາມຄິດເຫັນພາຍຫຼັງທີ່ ໜ່ວຍງານທໍລະນີວິທະຍາຂອງ ສ. ອາເມລິກາກວດສອບແຮງສັ່ນສະເທືອນ 6.3 ແມກນິຈູດໃນເຂດທົດລອງອາວຸດນິວເຄຼຍຂອງເກົາຫຼີເໜືອ ເຊິ່ງຕໍ່ມາເຈົ້າໜ້າທີ່ເກົາຫຼີເໜືອກໍອອກມາຖະແຫຼງຄວາມສໍາເລັດໃນການທົດສອບລະເບີດໄຮໂດຣເຈນ ທີ່ບັນຈຸລົງໃນຂີປານາວຸດຂ້າມທະວີບ. ສໍາລັບແຮງສັ່ນສະເທືອນຄັ້ງນີ້ແມ່ນມີຄວາມຮຸນແຮງລະດັບ 5 ເຖິງ 9.8 ເທົ່າ ແລະ ຮຸນແຮງກວ່າການທົດສອບນິວເຄຼຍຄັ້ງທີ 4 ເຖິງ 11 ເທົ່າ. 



© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.