Header Ads

ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 7



ໃນຕອນບ່າຍຂອງວັນທີ 1 ກັນຍາ 2017, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຮັບກຽດເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 7 ຮ່ວມກັບ ທ່ານ ນາງ ຄັງ ຄຽງ-ວາ, ລັດຖະມົນຕີຕ່າງປະເທດ ສ.ເກົາຫລີ ແລະ ມີບັນດາຮອງລັດຖະມົນຕີຕ່າງປະເທດ ຂອງ ກໍາປູເຈຍ, ມຽນມາ, ຫວຽດນາມ ແລະ ໄທ ພ້ອມດ້ວຍ ຄະນະຜູ້ແທນເຂົ້າຮ່ວມຢ່າງພ້ອມພຽງ.

ບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ໄດ້​ຕີ​ລາຄາ​ສູງຕໍ່​ຄວາມ​ຄືບ​ໜ້າ​ຂອງການຈັດ​ຕັ້ງ​ປະຕິບັດໂຄງການ ແລະ ແຜນວຽກຕ່າງໆພາຍໃຕ້ຂອບ​ກາ​ນຮ່ວມ​ມື​ ແມ່​ນ້ຳຂອງ-ສາທາລະນະລັດ ເກົາຫລີ ໃນ​ໄລຍະ​ຜ່ານ​ມາ ໂດຍ​ສະ​ເພາະ​ແມ່ນ ໝາກຜົນຂອງການຈັດຕັ້ງ​ຜັນ​ຂະຫຍາຍ​ແຜນ​ປະຕິບັດ​ງານ​ຂອບ​ການ​ຮ່ວມ​ມື ແມ່​ນ້ຳຂອງ-ສ.​ເກົາຫລີ ສໍາລັບປີ 2014-2017​ແລະ ຖະ​ແຫຼ​ງການ​ຂອງ​ປະທານຮ່ວມ​ກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດ ​ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ທີ 6 ຊຶ່ງໄດ້ ຮັບຮອງ​ເອົາ​ໃນ​ປີ 2016 ທີ່ ນະຄອນຫລວງວຽງຈັນ, ລວມທັງ ໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ແລະ ຮ່ວມກັນປຶກສາ​ຫາລື​ ກ່ຽວ​ກັບ​ທິດ​ທາງການ​ຮ່ວມ​ມືທີ່ມີປະສິດທິຜົນ​ໃນ​ຕໍ່ໜ້າ​ ແນໃສ່ເສີມ​ຂະຫຍາຍການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ແມ່​ນໍ້າຂອງ ​ແລະ ສ.​ເກົາຫລີ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນແມ່ນໍ້າຂອງ ໃຫ້ນັບມື້ນັບດີຂຶ້ນ.




​ກອງ​ປະຊຸມ​ຄັ້ງນີ້, ​ໄດ້​ຮັບຮອງ​ເອົາເອກະສານສໍາຄັນສອງສະບັບ ຄື: ຖະ​ແຫຼ​ງການ​ຂອງ​ປະທານຮ່ວມ​ກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດ ​ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ທີ 7 ແລະ ແຜນປະຕິບັດງານສະບັບໃຫມ່ ສໍາລັບປີ 2017-2020 ເພື່ອເປັນບ່ອນອີງໃຫ້ແກ່ການ​​ຈັດ​ຕັ້ງ​ປະຕິບັດ​ແຜນວຽກ ແລະ ໂຄງການຕ່າງໆພາຍໃຕ້ຂອບການຮ່ວມມືດັ່ງກ່າວ ໃນຕໍ່ໜ້າ. ອັນສໍາຄັນແມ່ນກອງປະຊຸມໄດ້ເຫັນດີຮັບຮອງ​ເອົາ​​​ 5 ໂຄງການໃໝ່ ເພື່ອບັນຈຸເຂົ້າໃນການ​ນຳ​ໃຊ້​ກອງ​ທຶນເພື່ອການຮ່ວມ​ມື ​ແມ່ນໍ້າຂອງ-ສ.ເກົາຫລີ ສໍາລັບປີ 2017 ​​​​ຊຶ່ງ ສ.ເກົາຫລີ ​ໄດ້ປະກອບສ່ວນດ້ານງົບປະມານ ເຂົ້າໃນກອງທຶນດັ່ງກ່າວ ນັບແຕ່ປີ 2015 ເປັນຕົ້ນມາ ​ເປັນ​ຈຳນວນ​ເງິນ​ 1 ລ້ານ​ໂດ​ລາ​ສະຫະລັດ ຕໍ່ປີ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການຈັດ​ຕັ້ງ​ປ​ະຕິ​ບັດໂຄງການໃນຂອບຮ່ວມມືດັ່ງກ່າວ. ໃນນີ້, ລວມມີໂຄງການ ຂອງ ສປປ ລາວ ສະເໜີ ຈຳນວນ 01 ໂຄງການ ຊື່ວ່າ: “ໂຄງການສ້າງແຜນແມ່ບົດ ແລະ ຄວາມອາດສາມາດ ເພື່ອພັດທະນາພື້ນຖານໂຄງລ່າງດ້ານອຸຕຸນິຍົມ-ອຸທົກກະສາດ ໃນອ່າງແມ່ນ້ຳຂອງຂອງ ສປປ ລາວ ໃຫ້ທັນສະໄໝ” ມູນຄ່າ 350,000 ໂດລາສະຫະລັດ ສໍາລັບໄລຍະເວລາ ຫນຶ່ງປີເຄິ່ງ ໂດຍແມ່ນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຈັດຕັ້ງປະຕິບັດ.

ສໍາລັບແຜນການຮ່ວມມືອັນພົ້ນເດັ່ນໃນຕໍ່ໜ້າແມ່ນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຮ່ວມກັບ ສາທາລະນະລັດ ເກົາຫລີ ຕາມພັນທະໝູນວຽນຈັດກອງປະຊຸມເວທີປຶກສາຫາລື ພາກທຸລະກິດ ຄັ້ງທີ 5 ພາຍໃຕ້ຫົວຂໍ້: “ສົ່ງເສີມການພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ ແລະ ການພັດທະນາອຸດສາຫະກໍາການທ່ອງທ່ຽວ ໃນບັນດາປະເທດແມ່ນໍ້າຂອງ ແລະ ສ.ເກົາຫລີ”ຊຶ່ງມີແຜນຈະຈັດ ຂຶ້ນໃນວັນທີ 19-20 ຕຸລາ 2017 ທີ່ ນະຄອນຫລວງວຽງຈັນ. ຈຸດປະສົງແມ່ນແນໃສ່ສົ່ງເສີມການຮ່ວມມືດ້ານເສດຖະກິດ ລະຫວ່າງ ບັນດາປະເທດແມ່ນໍ້າຂອງ ແລະ ສາທາລະນະລັດ ເກົາຫລີ ເພື່ອເພີ່ມທະວີການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລວມທັງການພັດທະນາວິສາຫະ ກິດຂະໜາດນ້ອຍ ແລະ ຂະຫນາດກາງ ແລະ ອຸດສະຫະກໍາທ່ອງທ່ຽວ ໃນພາກພື້ນແມ່ນໍ້າຂອງ.

ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ຕໍ່​ໄປຈະ​ຈັດ​ຂຶ້ນພາຍ​ໃຕ້ການ​ເປັນ​ປະທານ​ຮ່ວມ ຂອງ ສ.ເກົາຫລີ ​ແລະ ມຽນມາ ໃນ​ປີ 2018 ໃນໄລຍະດຽວກັນກັບກອງ ປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ທີ່ ສິງກະໂປ​.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມພິທີເປີດເຮືອນວັດທະນະທໍາອາຊຽນ ທີ່ ບູຊານ, ສ.ເກົາຫລີ ໃນຕອນເຊົ້າຂອງວັນທີ 1 ກັນຍາ 2017 ເພື່ອສືບຕໍ່ສົ່ງເສີມການພົວພັນດ້ານວັດທະນະທໍາ ແລະ ປະເພນີອັນດີງາມລະຫວ່າງ ອາຊຽນ ແລະ ສ.ເກົາຫລີ ພ້ອມທັງເປັນການຍົກລະດັບການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ສ.ເກົາຫລີ ຂຶ້ນສູ່ລະດັບໃຫມ່ ໂດຍສະເພາະກໍແມ່ນການສະເຫລີມສະຫລອງປີແຫ່ງການແລກປ່ຽນວັດທະນະທໍາ ອາຊຽນ-ສ.ເກົາຫລີ ໃນປີ 2017 ນີ້. ການສ້າງເຮືອນວັດທະນະທໍາອາຊຽນດັ່ງກ່າວ ແມ່ນເປັນການຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດສະເຫລີມສະຫລອງ ອາຊຽນ-ສ.ເກົາຫລີ ຄົບຮອບ 25 ປີ ໂດຍມີຈຸດປະສົງສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ລະຫວ່າງ ປະຊາຊົນອາຊຽນ ແລະ ສ.ເກົາຫລີ ກ່ຽວກັບວັດທະນະທໍາທີ່ຫລາກຫລາຍ ແລະ ມີເອກະລັກຂອງອາຊຽນ ໃຫ້ຖືກເຜີຍແຜ່ຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນອານາຄົດ.


ແຫຼ່ງຂ່າວ: ກະຊວງການຕ່າປະເທດ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.