ກະຊວງ ຮສສ ກຽມລົງກວດກາ ແຮງງານຕ່າງປະເທດ ຢູ່ລາວ ຄັ້ງທີ 2
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກຽມສົ່ງເຈົ້າໜ້າທີ່ ລົງກວດກາແຮງງານຕ່າງປະເທດ ຢູ່ລາວ ຄັ້ງທີ 2 ພາຍຫລັງກວດກາ ຄັ້ງທຳອິດ ໃນປີ 2016 ຜ່ານມາ. ທັງນີ້, ກໍເພື່ອປົກປ້ອງ ສິດຜົນປະໂຫຍດ ໃຫ້ແກ່ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ. ເນື່ອງຈາກວ່າ ປັດຈຸບັນ ຍັງມີແຮງງານຕ່າງປະເທດ ຈຳນວນໜຶ່ງ ຍັງບໍ່ໄດ້ຂຶ້ນ ທະບຽນແຮງງານຖືກຕ້ອງ ຕາມກົດໝາຍ.
ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ ໄດ້ກ່າວ ໃນງານຖະແຫລງຂ່າວ ກ່ຽວກັບຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງ ຮສສ ເລກທີ 4277 ວ່າດ້ວຍການແຕ່ງຕັ້ງ ແລະ ເຄື່ອນໄຫວຂອງເຈົ້າໜ້າທີ່ ກວດກາແຮງງານ ຂຶ້ນໃນວັນທີ 29 ສິງຫາ 2017 ນີ້ວ່າ: ໂດຍປະ ຕິບັດ ຕາມຂໍ້ຕົກລົງດັ່ງກ່າວ, ກົມຄຸ້ມຄອງແຮງງານ ແຕ່ງຕັ້ງເຈົ້າໜ້າທີ່ ກວດກາແຮງງານ ຈຳນວນ 77 ຄົນ ໄປປະຈຳການຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍມີໜ້າທີ່ກວດກາແຮງງານ ຄື: ເປັນນັກພັດທະນາສະຖານທີ່ເຮັດວຽກ, ນັກໂຄສະນາກົດໝາຍ; ເປັນຜູ້ບັງຄັບໃຊ້ກົດໝາຍ ແລະ ລະບຽບການຄຸ້ມຄອງແຮງງານ ຢູ່ຫົວໜ່ວຍ ແຮງງານທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍມີການວາງແຜນ ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດວຽກງານ ກວດກາແຮງງານ; ນຳໃຊ້ມາດຕະການ ທີ່ເປັນການລົງໂທດ ດ້ວຍການປັບໄໝ ຫລື ການລົງໂທດດ້ານບໍລິຫານ ຕໍ່ກັບຜູ້ໃຊ້ແຮງງານ ທີ່ລະເມີດກົດໝາຍ ແລະ ລະບຽບການແຮງງານ; ຮັບປະກັນການສະໜອງ ຂໍ້ມູນດ້ານວິຊາການ ແລະ ໃຫ້ຄຳແນະນຳແກ່ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານກ່ຽວກັບ ວິທີການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຄຸ້ມຄອງແຮງງານ ໃຫ້ສອດຄ່ອງທີ່ສຸດ; ນຳເອົາບັນຫາ ທີ່ເຫັນວ່າເປັນການລະເມີດ ຫລື ເປັນການກະທຳ ທີ່ເຫັນວ່າຍັງບໍ່ທັນ ມີນິຕິກຳໃດກວມເອົາເທື່ອ ນັ້ນມາແຈ້ງຕໍ່ອົງການກ່ຽວຂ້ອງ; ສະຫລຸບລາຍງານ ຜົນການກວດກາ ປະຈຳເດືອນ ໃຫ້ຂັ້ນສູນກາງເປັນປົກກະຕິ; ປະຕິບັດໜ້າທີ່ອື່ນໆ ທີ່ເຫັນວ່າເປັນການກະທຳ ທີ່ເໝາະສົມ ບໍ່ຂັດກັບນິຕິກຳ ແລະ ບໍ່ເປັນການກ້າວກ່າຍ ໜ້າທີ່ຂອງອົງການອື່ນ, ບໍ່ເປັນການລຳອຽງ ຫລື ສ້າງຜົນປະໂຫຍດໃຫ້ຝ່າຍໃດໜຶ່ງ, ບໍ່ສ້າງຄວາມເຊື່ອມເສຍ ໃຫ້ແກ່ການຈັດຕັ້ງຂອງລັດ ຫລື ພາກສ່ວນນິຕິບຸກຄົນ, ທັງບໍ່ເປັນ ຜົນກະທົບທາງລົບ ຕໍ່ສາຍພົວພັນ ລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ.
ຈາກການສຳຫລວດໃນ ປີ 2016 ພົບວ່າ ແຮງງານຕ່າງປະເທດ ທີ່ມາເຮັດວຽກຢູ່ ສປປ ລາວ ມີປະມານ 50 ພັນຄົນ ໃນນັ້ນ ຂຶ້ນທະບຽນຖືກຕ້ອງ ຕາມກົດໝາຍ ປະມານ 30 ພັນຄົນ ແລະ ຫລາຍກວ່າ 20 ພັນຄົນ ແມ່ນເປັນແຮງງານ ຜິດກົດໝາຍ.
ຂ່າວ: ກິດຕາ/ຂປລ ( ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ໂຕະນໍ້າຊາ | tonamcha.com
Post a Comment