Header Ads

ກຽມດຳເນີນການໂຄງການ ພະລັງງານແສງຕາເວັນ ຂະໜາດໃຫຍ່ຢູ່ ສປປ ລາວ



ພິທີ​ເຊັນບົດ​ບັນທຶກ ​ຄວາມ​ເຂົ້າ​ໃຈ (MOU) ​ເພື່ອ​ສຳ​ຫລວດ​ເນື້ອ​ທີ່​ດິນ ​ແລະ ສຶກສາ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການລົງທຶນ​ພັດທະນາ​ ໂຮງ​ໄຟຟ້າ​ພະ​ລັງ​ງານ ​ແສງຕາ​ເວັນ​ຂະໜາດ​ໃຫຍ່ ຢູ່​ແຂວງ​ອັດ​ຕະປື ​ແລະ ​ແຂວງ​ບໍລິ​ຄຳ​​ໄຊ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 31 ສິງຫາ 2017 ຢູ່​ນະຄອນຫລວງ​ວຽງ​ຈັນ,  ລະຫວ່າງ ​ທ່ານ ຄຳ​ລຽນ ພົນ​ເສນາ ຮອງ​ລັດຖະມົນຕີ​ ກະຊວງ​ແຜນການ ​ແລະ ການ​ລົງທຶນ ກັບ ທ່ານ ຮາ​ລີ ອາ​ຈູ​ທານ ປະທານ​ຜູ້​ບໍລິຫານ ບໍລິສັດ​ຄອນ​ວໍ Energy LLC ​ແລະ ​ເຊັນ​ເປັນ​ພິຍານ ​ໂດຍ​ມີ​ທ່ານ ສົມ​ພິດ ​ແກ້ວ​ວິຈິດ ຮອງ​ຫົວໜ້າ​ ກົມ​ທຸລະ​ກິດ​ພະລັງງານ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ທ່ານ ສົນ​ທອງ ວີ​ບຸນ​ກວ້າງ ຮອງ​ຫົວໜ້າ​ ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ​ແຂວງ ​ບໍລິ​ຄຳ​ໄຊ, ທ່ານ ສຸລິ​ຈັນ ພອນ​ແກ້ວ ຫົວໜ້າ​ພະ​ແນ​ກ​ແຜ​ນການ ​ແລະ ການ​ລົງທຶນ ​ແຂວງ​ ອັດ​ຕະປື, ທ່ານ ວ່າງ ລັດຕະນະ​ວົງ ທີ່​ປຶກສາ​ບໍລິສັດ​ຄອນ​ວໍ Energy LLC ​ແລະ ທ່ານ ​ໂປລ​ເຮີ ຜູ້ອຳນວຍການ​ບໍລິສັດຄອນ​ວໍ Energy LLC ປະຈຳ ສປປ ລາວ, ພ້ອມດ້ວຍພາກສ່ວນ​ກ່ຽວຂ້ອງ​ ​ທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ ​ເປັນ​ສັກ​ຂີ​ພິຍານ.​


​ໂຄງການ​ລົງທຶນພັດທະນາ ​ໂຮງ​ໄຟຟ້າ​ພະ​ລັງ​ງານ ​ແສງຕາ​ເວັນ​ ແມ່ນ​ການ​ລົງທຶນ ຂອງ​ສະຫະລັດອາ​ເມ​ລິ​ກາ, ​ໂດຍມີມູນ​ຄ່າການ​ລົງທຶນ ​ຫລາຍ​ກວ່າ 400 ລ້ານ​ໂດ​ລາ​ສະຫະລັດ ​ແລະ ຈະ​ເລີ່​ມລົງມື​ກໍ່ສ້າງ​ ພາຍ​ໃນ​ປີ 2019 ຢູ່​ເຂດ​ບ້ານ​ນ້ຳ​ເດື່ອ ​ເມືອງ​ປາກ​ກະດິງ ​ແຂວງ​ບໍລິ​ຄຳ​ໄຊ ມີ​ເນື້ອທີ່ທັງ​ໝົດ 150 ​ເຮັກຕາ ​ແລະ ຢູ່​ແຂວງ​ອັດ​ຕະປື ມີ​ເນື້ອ​ທີ່ 464 ​ເຮັກຕາ. ​ໂຄງການ​ດັ່ງກ່າວ, ຈະ​ຊ່ວຍ​ເພີ່ມ​ຄວາມ​ຫລາກ​ຫລາຍ​ ທາງດ້ານ​ການຜະລິດ ​ພະລັງງານ​ໄຟຟ້າ​ຂອງ​ລາວ, ທັງເປັນ​ການ​ເພີ່ມ​ທະວີ ການ​ຜະລິດ​ພະລັງງານ ​ໃນ​ລະດູ​ແລ້ງ ​ແລະ ຈະ​ສາມາດ​ສ້າງ​ໂອກາດ ​ທາງ​ທຸລະ​ກິດ​​ເພີ່ມ​ຂຶ້ນ ​ໃຫ້​ກັບ​ບັນດາ​ທຸລະ​ກິດ ​ແລະ ພະລັງງານ ລາວ ​ແລະ ສະຫະລັດ​ອາ​ເມ​ລິ​ກາ ​​ແລະ ຄາດ​ວ່າ​ໂຄງການດັ່ງກ່າວ, ຈະ​ສາມາດ​ສ້າງ​ ວຽກ​ເຮັດ​ງານ​ທຳ​ໄດ້ 400 ຕຳ​ແໜ່​ງງານ ​ໃນ​ຂະ​ແໜງ​ການ​ກໍ່​ສ້າງ ​ແລະ 200 ຕຳ​ແໜ່​ງ ງານວຽກ​ຖາວອນ ໃນ​ການ​ດຳ​ເນີນ​ງານ ຂອງໂຮງງານ​ ພະລັງງານ​ໄຟຟ້າດັ່ງກ່າວ.

ພາຍ​ໃຕ້​ສັນຍາ​ດັ່ງກ່າວ, ບໍລິສັດ Convalt Energy ຈະ​ສ້າງ​ຕັ້ງ​ໂຮງ​ໄຟຟ້າ​ ພະລັງງານ​ແສງ​ຕາ​ເວັນ ຫລາຍ​ແຫ່ງ ທີ່​ມີ​ກຳລັງ​ການ​ຜະລິດ​ ລວມທັງ​ໝົດ 300 ​ເມ​ກາ​ວັດ ພາຍ​ໃນ​ປີ 2019, ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ ຈາກ​ກະຊວງ​ແຜນການ ​ແລະ ກາ​ນລົງທຶນ, ກະຊວງ​ພະລັງງານ-ບໍ່​ແຮ່ ​ແລະ ອຳນາດ​ການ​ປົກຄອງ​ແຂວງ​ອັດ​ຕະປື ​ແລະ ​ແຂວງ​ບໍລິ​ຄຳ​ໄຊ.


ຂ່າວ: ຫລ້າ, ພາບ: ​ເກດສະໜາ/ ຂປລ 
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.