Header Ads

ກອງປະຊຸມຄະນະວິຊາການຂົນສົ່ງທາງອາກາດອາຊຽນ (ATWG) ຄັ້ງທີ 36 ປຶກສາລືກ່ຽວກັບການເປີດນ່ານຟ້າເສລີອາຊຽນ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ


ກອງປະຊຸມຄະນະວິຊາການຂົນສົ່ງທາງອາກາດອາຊຽນ (ATWG) ຄັ້ງທີ 36 ແລະ ກອງປະຊຸມຍ່ອຍທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 4 ກັນຍາ 2017 ກອງປະຊຸມຈະດຳເນີນໄປແຕ່ວັນທີ 4-7 ກັນຍາ 2017 ເປັນເວລາ 4 ວັນທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ຜ່ານມາ,  ຊຶ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມດັ່ງກ່າວແລ້ວ 3 ຄັ້ງ (ຄັ້ງທີ 33, 34, 35) ໂດຍການເປັນປະທານຂອງ ທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ແລະ ບັນດາຊາດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາ ຈາກ ສປ ຈີນ, ສ ເກົາຫຼີ, ສະຫະພາບເອີລົບ, ຍີ່ປຸ່ນ, ອິນເດຍ, ເຂດປົກຄອງພິເສດ ສປ ຈີນ, ສະຫະລັດອາເມລິກາ, ສະວິດສະແລນ ແລະ ລັດເຊຍ. ເຂົ້າຮ່ວມຢ່າງພ້ອມພຽງ



ກອງປະຊຸມກ່ຽວກັບການເປີດນ່ານຟ້າເສລີອາຊຽນ (ASEAN Single Aviation Market) ແມ່ນການກຳນົດມາດຕະຖານ ແລະ ລະບຽບການດ້ານການບິນພົນລະເຮືອນ ໃຫ້ມີຄວາມເປັນເອກະພາບ ແລະ ເປັນອັນໜຶ່ງອັນດຽວກັນ ພາຍໃຕ້ການດຳເນີນແຜນຍຸດທະສາດການຂົນສົ່ງທາງອາກາດອາຊຽນ ປີ 2016-2025 ເຊິ່ງເປັນໜຶ່ງໃນເປົ້າໝາຍອັນສຳຄັນ ເພື່ອບັນລຸແຜນດຳເນີນງານປະຊາຄົມເສດຖະກິດອາຊຽນ (ASEAN Economic Community).



ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຈະປຶກສາຫາລືກັນກ່ຽວກັບຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດການເປີດຕະຫຼາດການບິນດຽວອາຊຽນ ກໍ່ຄືນະໂຍບາຍການເປີດນ່ານຟ້າເສລີອາຊຽນ ໂດຍສະເພາະແມ່ນອົງປະກອບດ້ານເສດຖະກິດ ແລະ ເຕັກນິກ ສຳລັບການຂົນສົ່ງທາງອາກາດ ລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ແລະ ກັບບັນດາປະເທດຄູ່ເຈລະຈາ ເຊັ່ນ: ສປ ຈີນ, ສ ເກົາຫຼີ, ສະຫະພາບເອີລົບ, , ຍີ່ປຸ່ນ, ອິນເດຍ, ເຂດປົກຄອງພິເສດ ສປ ຈີນ, ສະຫະລັດອາເມລິກາ, ສະວິດສະແລນ ແລະ ລັດເຊຍ ພ້ອມນີ້ກອງປະຊຸມຍັງປຶກສາຫາລືກັນກ່ຽວກັບ ການຈັດຕັ້ງປະຕິບັດແຜນວຽກ ຂອງຄະນະວິຊາການຂົນສົ່ງທາງອາກາດອາຊຽນ ສົກປິ  2016-2017 ແລະ 2018-2019, ລວມທັງ ຮັບຟັງລາຍງານຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ ຄັ້ງທີ 43 ແລະ ກອງປະຊຸມທີ່ກ່ຽວຂ້ອງ. ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງ ການລາຍງານຜົນຂອງກອງປະຊຸມໂຕະມົນ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດການເປີດຕະຫຼາດການບິນດຽວອາຊຽນ.


 ຄຽງຄູ່ກັນ​ນັ້ນ, ກອງປະຊຸມຍັງຈະພິຈາລະນາ ແລະ ຮັບຮອງເອົາຮ່າງສຸດທ້າຍຂອງ ຂະແໜ່ງການບໍລິການຍ່ອຍການຂົນສົ່ງທາງອາກາດ ໝວດທີ 10 (Tenth packages of commitment on Air Transport Services under ASEAN Agreement Frameworks on Services) ພາຍໃຕ້ຂອບສັນຍາອາຊຽນວ່າດ້ວຍການບໍລິການ, ລວມທັງຂັ້ນຕອນ ແລະ ມາດຕະຖານ ການອອກອະນຸຍາດ ຖ້ຽວບິນປົກກະຕິ, ຖ້ຽວບິນຜ່ານ, ຖ້ຽວບິນມອບເໝົາ ແລະ ຖ້ຽວບິນພິເສດ.



ກອງປະຊຸມຄະນະວິຊາການຂົນສົ່ງທາງອາກາດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມຍ່ອຍທີ່ກ່ຽວຂ້ອງຄື: ກອງປະຊຸມຄະນະເຈລະຈາຂົນສົ່ງທາງອາກາດອາຊຽນ ຄັ້ງທີ 3 ຮອບທີ 9, ກອງປະຊຸມຍ່ອຍຄະນະວິຊາການຮ່ວມມືດ້ານເສດຖະກິດຂົນສົ່ງທາງອາກາດອາຊຽນ ຄັ້ງທີ 15, ກອງປະຊຸມຍ່ອຍຄະນະວິຊາການຮ່ວມມືດ້ານເຕັກນິກຂົນສົ່ງທາງອາກາດຄັ້ງທີ 15 ແລະ ກອງປະຊຸມສາຍການບິນອາຊຽນຄັ້ງທີ 32 ກອງປະຊຸມຄັ້ງນີ້ ຈະນຳໄປສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ ແລະ ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ ເພື່ອພິຈາລະນາຮັບຮອງໃນຕໍ່ໄປ.

ທີ່ມາ: ສໍານັກຂ່າວສານປະເທດລາວ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.