Header Ads

8 ຄຸນປະໂຫຍດຂອງຜັກກູດ ຜັກພື້ນບ້ານທີ່ບໍ່ຄວນເບິ່ງຂ້າມ



ເມື່ອເວົ້າເຖິງຜັກ​ກູດ​ເຊື່ອວ່າຫຼາຍຄົນຄົງບໍ່ມີໃຜບໍ່ຮູ້ຜັກ​ກູດ​ ເພາະຜັກ​ກູດ​ຖືເປັນ​ພືດຊະນິດ​ໜຶ່ງ​ ເຊິ່ງ​ສາມາດ​ນຳ​ມາປຸງ​ເປັນ​ອາຫານ​ໄດ້​ ແລະ​ ຍັງ​ເປັນ​ຜັກ​ພື້ນ​ບ້ານ​ທີ່​ມີ​ປະໂຫຍດ​ນໍາອີກ​​ ໂດຍມັກນິຍົມ​ນຳ​ຍອດ​ອ່ອນ​ ແລະ​ ໃບ​ອ່ອນ​ມາປຸງ​ອາຫານ​ ຫລື​ ລວກ​ິນກັບແຈ່ວ. ສໍາລັບພືດ​ຊະນິດ​ນີ້ມັກ​ຂຶ້ນ​ຢູ່​ຕາມ​ບໍລິເວນ​ທີ່​​ຊຸ່ມ​ນໍ້າ,​ ແຄມຫ້ວຍ​,ໜອງ​ ແລະ ບຶງ​ ຫຼື ໃນ​ພື້ນ​ທີ່​ເປີດ​ໂລ່ງ​ ຍິ່ງ​ໃນ​ຊ່ວງ​ໜ້າ​ແລ້ງ​ ຜັກ​ກູດ​ຈະ​ມີລົດຊາດ​ແຊບ​ກວ່າ​ລະດູ​ອື່ນ​ໆ​ ຜັກ​ກູດ​ຈະ​ມີລົດຈືດ​ອົມ​ຫວານ​-ກອບ​​ ເປັນ​ຜັກ​ທີ່​ມີ​ເສັ້ນ​ໃຍ​ກາກ​ຫລາຍ​ ເຮັດໃຫ້​ລະບົບ​ຂັບ​ຖ່າຍ​ດີ. ​ ນອກ​ຈາກ​, ນີ້​ຍັງມີ​ວິ​ຕາ​ມິນ​ເອ​, ວິ​ຕາ​ມິນ​ບີ​1​, ວິ​ຕາ​ມິນ​ບີ​2​,  ວິ​ຕາ​ມິນ​ຊີ​ ແລະ​ ໄນ​ອາ​ຊິນ​ ຂ້ອນ​ຂ້າງ​ສູງ​ ນຳ​ມາລວກ ​ຫລື ​ຕົ້ມ​ໃຫ້​ສຸກ​ ໃຊ້​ເປັນ​ຜັກກິນກັບແຈ່ວປະເພດ​ຕ່າງ​ໆ​ ຫລື ​ນຳ​ໄປຸ​ປງ​ອາຫານ​ໄດ້​ຫຼາຍ​ຢ່າງ​. 


1. ຊ່ວຍ​ເພີ່ມ​ພູ​ມຄຸ້ມ​ກັນ​ ແລະ​ ຊ່ວຍ​ຕໍ່​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​
2. ໃບ​ຜັກ​ກູດ​ນຳ​ມາ​ຕົ້ມ​​ດື່ມ​ ຊ່ວຍ​ແກ້​ໄຂ້​ຕັວ​ຮ້ອນ​
3. ເປັນ​ຜັກ​ທີ່​ມີ​ຄຸນສົມບັດ​ຊ່ວຍ​ດັບ​ຮ້ອນ​
4. ຊ່ວຍ​ຫລຸດ​ລະ​ດັບ​ຄໍ​ເລດ​ເຕີ​ຣອນ​ໃນ​ເມັດ​ເລືອດ​
5. ອຸດົມ​ໄປ​ດ້ວຍ​ທາດ​ເຫຼັກ​ ແລະ ​ບີ​ຕາ​ແຄ​ໂຣ​ທີນ​
6. ຊ່ວຍ​ແກ້​ພະຍາດ​ເລືອດ​ຈາງ​
7. ຊ່ວຍ​ບຳ​ຣຸງ​ສາຍ​ຕາ​
8. ຊ່ວຍ​ລະບົບ​ຂັບ​ຖ່າຍ​ ເພາະ​ເປັນ​ຜັກ​ທີ່​ມີ​ເສັ້ນ​ໃຍສູງ​ຫລາຍ​


ສິ່ງທີ່​ຄວນ​ລະ​ວັງ​ : ບໍ່​ຄວນ​ຮັບປະທານ​ຜັກ​ກູດ​ແບບ​ດິບ​ໆ​ ຫລື​ ແບບ​ສົດ​ໆ​ ໃນປະລິມານທີ່ຫຼາຍເກີນໄປ ເນື່ອງ​ຈາກ​ຜັກ​ກູດ​ມີ​ສານ​ອອກ​ຊາ​ເລດ​ໃນ​ປະລິມານ​ທີ່​ສູງ​.

ທີ່ມາ: Laos Health 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.