Header Ads

ກອງປະຊຸມພົບປະປຶກສາຫາລືລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດລາວ-ກຳປູເຈຍ


ໃນວັນທີ 5 ກັນຍາ 2017, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ປຣາກ ໂສກົນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ພົບປະປຶກສາຫາລືກັນ ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກຳປູເຈຍ ໂດຍປະຕິບັດຕາມການຕົກລົງ ຈັດກອງປະຊຸມຂອງສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ຄັ້ງວັນທີ 1 ກັນຍາ 2017 ທີ່ຜ່ານມາ ທີ່ເຫັນດີເປັນເອກະພາບກັນມອບໝາຍໃຫ້ລັດຖະມົນຕີກະຊວງການຕ່າງປະເທດ ທັງສອງປະເທດ ພົບປະປຶກສາຫາລືກັນ ເພື່ອຊອກວິທີທາງໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງ ເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.



 ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີມາແຕ່ບູຮານນະການ ລະຫວ່າງສອງປະເທດ ຊຶ່ງສອງຝ່າຍໄດ້ເປັນເອກະພາບ ກັນກ່ຽວກັບທິດທາງໃນການຈັດຕັ້ງປະຕິບັດວຽກງານເພື່ອແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດທີ່ຍັງຄົງຄ້າງຮ່ວມກັນດັ່ງນີີ້:

1. ສອງຝ່າຍໄດ້ເປັນເອກະພາບກັນກ່ຽວກັບເນື້ອໃນການຮ່າງຈົດໝາຍໃນນາມນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີກຳປູເຈຍ ເຖິງປະທານາທິບໍດີຝຣັ່ງ ເພື່ອສະເໜີໃຫ້ຝຣັ່ງຊ່ວຍ ສົ່ງທຸກໆແຜນທີ່ ແລະ ເອກະສານທີ່ກ່ຽວຂ້ອງກັບການກໍານົດເສັ້ນຊາຍແດນ ລະຫວ່າງ ລາວ-ກຳປູເຈຍ ສະໄໝຝຣັ່ງປົກຄອງໃຫ້ລັດຖະບານສອງປະເທດລາວ ແລະ ກຳປູເຈຍ ເພື່ອເປັນພື້ນຖານ ໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງຮ່ວມກັນ.


2. ສອງຝ່າຍຕົກລົງເປັນເອກະພາບກັນມອບໝາຍ ໃຫ້ຄະນະກຳມະການຊາຍແດນສອງຝ່າຍ ລົງກວດກາພື້ນທີ່ຕົວຈິງໃນເວລາອັນໃກ້ໆ ເພື່ອຮ່ວມກັນແກ້ໄຂຈຸດຄົງຄ້າງຊາຍແດນ 4 ຈຸດ ທີ່ຂຶ້ນກັບແຂວງຈຳປາສັກຂອງລາວ ແລະ ແຂວງຊຽງແຕງຂອງກຳປູເຈຍ ເພື່ອກ້າວໄປເຖິງການປັກຫຼັກໝາຍຊາຍແດນຮ່ວມກັນ ໃຫ້ສຳເລັດໂດຍໄວ.


3. ສອງຝ່າຍໄດ້ເປັນເອກະພາບກັນ ໃຫ້ຄະນະກຳມະການຊາຍແດນສອງປະເທດ ມອບໝາຍໃຫ້ຄະນະອະນຸກຳມະການເຕັກນິກ ລາວ-ກໍາປູເຈຍ; ກໍາປູເຈຍ-ລາວ ລົງກວດກາຢູ່ພື້ນທີ່ຕົວຈິງບໍລິເວນຈຸດຄົງຄ້າງ ແກ້ງຕໍໍມໍຄອຍ-ຫ້ວຍຕະເງົາ ຮ່ວມກັນ ຖ້າຈຸດໃດທີ່ສອງຝ່າຍສາມາດຕົກລົງກັນໄດ້ໃຫ້ປັກຫຼັກໝາຍຊາຍແດນໄປພ້ອມ, ທັງນີ້ເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນຕໍ່ໆໄປ.


ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບການສຶກສາຄວາມອາດສາມາດເປັນໄປໄດ້ໃນການປັກຫຼັກໝາຍຖີ່ຮ່ວມກັນໃນຕໍ່ໜ້າ ແລະ ທັງສອງຝ່າຍໄດ້ລົງນາມບົດບັນທຶກ ກອງປະຊຸມດັ່ງກ່າວຮ່ວມກັນ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດຕໍ່ໄປ. ໝາກຜົນ​ຂອງ​ການ​ປຶກສາ​ຫາລືຂອງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດໃນຄັ້ງນີ້ ​ແມ່ນ​ມີ​ຄວາມ​ໝາຍຄວາມ​ສຳຄັນ​ຕໍ່​ການ​ພົວພັນ ​ແລະ ຮ່ວມ​ມື​ທີ່ດີ ລະຫວ່າງ ສປປ ລາວ ​ແລະ ຣາຊະ​ອານາຈັກ ​ກຳປູເຈຍ ​​ຖືວ່າເປັນບາດກ້າວສຳຄັນໃນການເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈ ແລະ ການຮ່ວມມືກັນ ໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງໃນຈຸດອື່ນໆທີ່ຍັງເຫລືອ ເພື່ອເຮັດໃຫ້ເສັ້ນຊາຍແດນກາຍເປັນເສັ້ນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.

ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com    


___________

Powered by Blogger.