Header Ads

ສສຊ ເຂດເລືອກຕັ້ງທີ 1 ພົບປະໂອ້ລົມພະນັກງານ-ລັດຖະກອນພາຍໃນ ຫສນຍ


ໃນຕອນເຊົ້າຂອງວັນທີ 6 ກັນຍາ 2017 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະກອບມີ  ທ່ານ ປອ. ອານຸພາບ ຕຸນາລົມ  ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ຮສຈ.ປອ. ພຸດ ສິມມະລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນ. ສົມຈັນ ສິງທະບຸດ ຄະນະບໍລິຫານງານສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ໄດ້ພົບປະໂອ້ລົມກັບ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ໂດຍການຕ້ອນຮັບຂອງທ່ານ ສົມສະນິດ ສຸວັນນະລາດ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະ.





ກ່ອນອື່ນ, ທ່ານ ສົມສະນິດ ສຸວັນນະລາດ ໄດ້ລາຍງານກ່ຽວກັບສະພາບລວມ, ການຈັດຕັ້ງ ແລະ ການເຄື່ອນໄຫວ ກໍ່ຄື ພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ. ຫຼັງຈາກນັ້ນ, ທ່ານ ປອ. ອານຸພາບ ຕຸນາລົມ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ເຊິ່ງທ່ານໄດ້ນຳສະເໜີໃຫ້ຮູ້ ກ່ຽວກັບພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ ກໍ່ຄື ອົງການນິຕິບັນຍັດ ແຕ່ລະຂັ້ນ ລວມທັງ ສະພາບການເຕີບໃຫຍ່ຂະຫຍາຍຕົວ, ລະດັບຄວາມເຂັ້ມແຂງ ແລະ ຜົນງານທີ່ຍາດມາໄດ້ ຂອງອົງການນິຕິບັນຍັດ ໃນແຕ່ລະໄລຍະ ເວົ້າລວມ, ເວົ້າສະເພາະ ແມ່ນການເຮັດໜ້າເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ການຊ່ວຍເຫຼືອ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ; ການບໍລິຫານ-ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ລະ ບຽບການ ຊຶ່ງນັບມື້ມີຄວາມສັກສິດ, ມີປະສິດທິຜົນ, ໂປ່ງໃສ ແລະ ຍຸຕິທຳ ຂຶ້ນເປັນກ້າວໆ. ໃນໂອກາດດຽວກັນ, ທ່ານ ຮສຈ.ປອ. ພຸດ ສິມມະລາວົງ ກໍ່ໄດ້ໃຫ້ກຽດເຜີຍແຜ່ຜົນສຳເລັດ ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 8 ໂດຍສະເພາະແມ່ນ ເນື້ອໃນຂອງການດຳເນີນກອງປະຊຸມດັ່ງກ່າວ ພ້ອມທັງ ນຳສະເໜີໃຫ້ຮູ້ ສະພາບການທີ່ເກີດຂຶ້ນຢູ່ຂັ້ນທ້ອງຖິ່ນ ທີ່ປະຊາຊົນນຳສະເໜີໃຫ້ມີການປັບປຸງແກ້ໄຂ ເປັນຕົ້ນ ພື້ນຖານໂຄງລ່າງ, ບັນຫາຢາເສບຕິດ, ບັນຫາທີ່ດິນ, ບັນຫາສິ່ງແວດລ້ອມ, ບັນຫາໂສເພນີ, ການຄຸ້ມຄອງຮ້ານອາຫານ, ຮ້ານບັນເທິງ, ຄົນຕ່າງປະເທດທີ່ມາທຳມາຫາກິນ ຢູ່ ສປປ ລາວ, ບັນຫາອຸປະຕິເຫດ, ການປຸ້ນຈີ້ຊີງຊັບ, ປະກົດການຂີ່ລົດກວນເມືອງ, ຄວາມບໍ່ສະເໝີພາບໃນສັງຄົມ ແລະ ອື່ນໆ. ໃນຂະນະດຽວກັນ, ທ່ານ ນ. ສົມຈັນ ສິງທະບຸດ ກໍ່ໄດ້ໃຫ້ກຽດລາຍງານໃຫ້ຮູ້ ກ່ຽວກັບ ຜົນສຳເລັດຂອງການດຳເນີນ ກອງປະຊຸມເທື່ອທີ 3 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ. ໃນຕອນທ້າຍ, ກໍ່ໄດ້ມີການເປີດກວ້າງໃຫ້ຜູ້ເຂົ້າຮ່ວມ ປະກອບຄຳຄິດເຫັນ ແລະ ສະເໜີບັນຫາຕ່າງໆ ທີ່ເຫັນວ່າສົມຄວນປັບປຸງແກ້ໄຂ ດ້ວຍມາດຕະການທີ່ເໝາະສົມ, ສັກສິດ, ມີປະສິດທິຜົນ ເປັນກ້າວໆ ເພື່ອປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄື ການປະຕິບັດຄຳຂວັນ 6 ສ ຂອງນະຄອນຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງ. ນອກນັ້ນ ບັນດາທ່ານສະມາຊິກສະພາແຫ່ງຊາດ ​ທີ່ໃຫ້ກຽດໂອ້ລົມໃນຄັ້ງນີ້ ຍັງໄດ້ໃຫ້ຄວາມກະຈ່າງແຈ້ງ ເພື່ອຄວາມເປັນເອກະພາບຕໍ່ບາງບັນຫາ ທີ່ຜູ້ເຂົ້າຮ່ວມມີຄວາມສົນໃຈ ຕື່ມອີກ.



ແຫລ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.